ວັນທີ 18 ພະຈິກ 2020 ທີ່ຫ້ອງການບໍລິສັດ GMO-Z.com Lao ໄດ້ຈັດພິທີເຊັນສັນຍາການຮ່ວມມືຂຶ້ນ ລະຫວ່າງ ບໍລິສັດ CQ ຈຳກັດ ຕາງຫນ້າໂດຍ ທ່ານ ແສງໄຊ ໄຊຍະຈັກ ຜູ່ຮ່ວມກໍ່ຕັ້ງແລະຜູ່ອຳນວຍການ ແລະ ບໍລິສັດ GMO-Z.com Lao ຈຳກັດ ຕາງຫນ້າໂດຍທ່ານ ຟຸໂຕະຊິ ເອບະຕະ ຜູ່ອຳນວຍການໃຫຍ່.


ທັງສອງຝ່າຍເຊັນສັນຍາຮ່ວມມື ໃນການເປັນ Partner ດ້ານທຸລະກິດໃຫ້ບໍລິການແກ່ລູກຄ້າ ໂດຍລວມສອງບໍລິການຂອງສອງບໍລິສັດ ເພື່ອຮ່ວມກັນໃຫ້ບໍລິການດ້ານລະບົບໄອທີແກ່ລູກຄ້າໃນ ສປປ ລາວ. ໂດຍການບໍລິການຂອງ ບໍລິສັດ CQ ແມ່ນເປັນບໍລິການດ້ານການທົດສອບລະບົບຄວາມປອດໄພ Cyber Security ໂດຍສະເພາະການທົດສອບຫາຈຸດອ່ອນຂອງລະບົບໄອທີ, ໃຫ້ຄຳປຶກສາດ້ານຄວາມປອດໄພຂອງຂໍ້ມູນ, ການວາງນະໂຍບາຍດ້ານຄວາມປອດໄພ ແລະຝຶກອົບຮົມ.

ໃນສ່ວນຂອງ GMO-Z.com Lao ເຊິ່ງເປັນຜູ່ໃຫ້ບໍລິການລາຍໃຫຍ່ໃນສາກົນ ໂດຍສະເພາະດ້ານຄລາວບໍ່ວ່າຈະເປັນ Web Hosting, VPS, ເວັບໄຊ, ລະບົບໄອທີ ແລະເປັນໂຕແທນຈຳຫນ່າຍບໍລິການ SSL.


ຖ້າອົງກອນໃດ ສົນໃຈບໍລິການດ້ານລະບົບໄອທີ ແລະ Cyber Security ສາມາດຕິດຕໍ່ສອບຖາມປຶກສາກັບທັງສອງບໍລິສັດໄດ້ ທີ່ເວັບໄຊ ແລະ Page ຂອງທາງບໍລິສັດຕາມລິ້ງດ້ານລຸ່ມນີ້
https://www.facebook.com/cqinfocompany
https://www.facebook.com/Z.comLA/