ເຈິແທ້! Katy Perry ກຽມປ່ອຍອາລະບໍ້າໃໝ່ໃນຮອບ 4 ປີ ຊື່ວ່າ ‘143’


ເອີ້ນໄດ້ວ່າເປັນຂ່າວທີ່ແຟນເພງລໍຖ້າມາດົນນານ ກັບສິລະປິນປັອປສະຕາຊື່ດັງ Katy Perry ທີ່ຫາຍໜ້າຫາຍຕາຈາກການປ່ອຍອາລະບໍ້າໃໝ່ດົນເຖິງ 4 ກວ່າປີ ນັບຕັ້ງແຕ່ອາລະບໍ້າ Smile ເມື່ອປີ 2020 ເພາະໃນຄັ້ງນີ້ລາວປະກາດການກັບມາຢ່າງຍິ່ງໃຫຍ່ກັບອາລະບໍ້າທີ່ມີຊື່ວ່າ 143 ພ້ອມປ່ອຍໃນວັນທີ 20 ກັນຍາທີ່ກໍາລັງຈະມາເຖິງ.
Katy Perry ລະບຸໃນປະກາດກ່ຽວກັບເພງໃໝ່ຂອງລາວວ່າ “ຂ້ອຍຕັ້ງໃຈທີ່ຈະສ້າງອາລະບ້ຳແນວເພງ Pop dance ທີ່ມີທັງຄວາມກ້າ ມີຊີວິດຊີວາ ແລະ ມັນຄ້າຍກັບການສະເຫຼີມສະຫຼອງ ຂ້ອຍຈະໃຊ້ຕົວເລກ 143 ເປັນສັນຍະລັກທີ່ສື່ເຖິງຄວາມຮັກເປັນແຮງບັນດານໃຈຫຼັກ” ໂດຍຕົວເລກ 143 ນີ້ເປັນລະຫັດຄຳວ່າ ‘ຂ້ອຍຮັກເຈົ້າ’ ທີ່ອ້າງອີງມາຈາກຂໍ້ຄວາມທີ່ສົ່ງຜ່ານເພຈເຈີ ໃນໄລຍະຕົ້ນປີ 1990.
ໂດຍກ່ອນໜ້ານີ້ລາວໄດ້ປ່ອຍຕົວຢ່າງສັ້ນໆອອກມາໃຫ້ແຟນເພງໄດ້ຟັງກັນແລ້ວ ເຊິ່ງກໍຕ້ອງມາຖ້າຕິດຕາມກັນວ່າຜົນງານເພງໃນຄັ້ງນີ້ຈະອອກມາເປັນແນວໃດ ແລະ Woman’s world ຈະກາຍເປັນອີກໜຶ່ງຊິງເກິ້ນຮິດ ໃຫ້ສົມກັບຖານະປັອບມິວສິກໄອຄອນຫຼືບໍ່.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/