ຈາກສະຖານະການເສດຖະກິດໃນຕອນນີ້ ເຮັດໃຫ້ສົ່ງຜົນກະທົບໄປທົ່ວທຸກຂົງເຂດ ເຊິ່ງໃນແວດວົງສະກຸນເງິນກໍຄືກັນ ເພາະມັນໄດ້ມີການຜັນຜວນຢູ່ຕະຫຼອດເວລາ.
ແລະສະກຸນເງິນໂດລາສະຫະລັດໃນຂະນະນີ້ ກໍເລີ່ມນັບມື້ນັບແຂງຄ່າຂຶ້ນເລື້ອຍໆ ເພາະຫຼ້າສຸດນີ້ມີຄ່າເທົ່າກັບເງິນຢູໂຣແລ້ວ.

ທັງນີ້ ເງິນຢູໂຣນັ້ນກໍມີທ່າອ່ຽງອ່ອນຄ່າລົງເລື້ອຍໆ ໃນຮອບ 10 ປີທີ່ຜ່ານມາ ຈົນໃນຂະນະນີ້ທັງສອງສະກຸນເງິນແມ່ນສາມາດແລກເປັນເງິນກີບໄດ້ ໃນອັດຕາສ່ວນ 1 ໂດລາ/ຢູໂຣ ເທົ່າກັບ 15,000 (ອີງຕາມອັດຕາການແລກປ່ຽນປັດຈຸບັນຕາມທະນາຄານ)
ເຊິ່ງສາເຫດຫຼັກທີ່ເຮັດໃຫ້ເປັນແນວນີ້ ຜູ້ຊ່ຽວຊານຄາດວ່າມາຈາກການທີ່ສະຫະລັດອາເມຣິກາ ເລັ່ງຂຶ້ນດອກເບ້ຍເພື່ອແກ້ໄຂບັນຫາເງິນເຟີ້ ສົ່ງຜົນໃຫ້ກະແສເງິນທົ່ວໂລກວົນກັບມາທີ່ສະຫະລັດອາເມຣິກາ.

ເຊິ່ງເມື່ອຄວາມຕ້ອງການເງິນໂດລາມີຫຼາຍຂຶ້ນ ຄວາມຕ້ອງການເງິນໃນສະກຸນອື່ນໆ ກໍຈະລົດໜ້ອຍຖອຍລົງໄປ ເຮັດໃຫ້ເງິນໂດລາແຂງຄ່າຂຶ້ນຢ່າງໄວວາໃນໄລຍະ 2-3 ເດືອນທີ່ຜ່ານມານີ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment