ຄອນສະຫວັນ ແກ້ວໜູຈັນ (ແຈັກກີ້) ກອງກາງດາວຮຸ່ງ ອາຍຸ 18 ປີ ທີມສະໂມສອນ ຊ້າງນ້ອຍ ແລະ ທີມຊາດລາວ U19 ຜ່ານການຄັດເລືອກຈາກສະຖາບັນກິລາບານເຕະອິຕາລີ (ສະໂມສອນ ໂຣມ ຊີຕີ້ ເອັສຊີ Rome City SC) ເພື່ອໄປເຝິກຊ້ອມເຕະບານລະດັບອາຊີບ ຢູ່ອິຕາລີ ເປັນເວລາ 4 ປີ ຄຽງຄູ່ກັບການຮຽນຕໍ່ລະດັບປະລິນຍາຕີ ແລະ ປະລິນຍາໂທ ດ້ານກິລາບານເຕະ.
ແຈັກກີ້ ທີມຊາດລາວ ຕັ້ງແຕ່ຊຸດເຍົາວະຊົນ U15 (2018), U16 (2019), U19 (2020), U23 ( 2022) ແລະ U19 (2022) ຊຸດໄດ້ອັນດັບ 2 ຊິງແຊ້ມອາຊຽນ.
ກ່ອນໜ້ານີ້ ແຈັກກີ້ ໄດ້ເຄີຍຫຼິ້ນຢູ່ປະເທດຝຣັ່ງ ໃນນາມ Academy ປີ 2018-2020 ທີມ U15 ແລະ U16 ຂອງສະໂມສອນ AS Cannes ແລະ ສະໂມສອນ AS Monaco ແຂ່ງຂັນໃນລາຍການ Regional French Championship.

ຂອບໃຈຂໍ້ມູນຈາກ: https://cutt.ly/VXgIcbA
ຕິດຕາມແຈັກກີ້ໄດ້ທີ່: https://cutt.ly/yXgIZpn
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment