ບໍ່ໜ້າເຊື່ອ! ມີຊາຍຄົນໜຶ່ງເປັນຄົນປະເທດ ອອສເຕເລຍ ໄດ້ພົບກ້ອນຫີນແປກປະຫຼາດຊະນິດໜຶ່ງ ແລ້ວເກັບມາຮັກສາໄວ້ ຍ້ອນຄິດວ່າກ້ອນຫີນຈະມີກ້ອນຄຳຢູ່ໃນນັ້ນ. ແຕ່ຄວາມເປັນຈິງແລ້ວບໍ່ແມ່ນກ້ອນຫີນ ແລະ ບໍ່ໄດ້ມີຄຳຢ່າງທີ່ຕົນເອງເຂົ້າໃຈ ແຕ່ມັນເປັນອຸກະບາດ ຄາດວ່າອາຍຸໄດ້ປະມານ 4.6 ພັນລ້ານປີ.
ໃນປີ 2015 ຊາຍທີ່ມີຊື່ວ່າ David Hole ໄດ້ຍ່າງໄປສວນສາທາລະນະ Maryborough Regional Park ພ້ອມກັບເຄື່ອງມືກວດຈັບໂລຫະ ຢູ່ແຖວເມືອງ Melbourne ປະເທດອອສເຕເລຍ, ຈາກນັ້ນ ລາວກໍໄດ້ພົບກັບກ້ອນຫີນດັ່ງກ່າວທີ່ມີຮູບລັກສະນະທີ່ແຕກຕ່າງຈາກກ້ອນຫີນທົ່ວໄປ ແຖມມີຄວາມແປກປະຫຼາດ ພ້ອມທັງມີນ້ຳໜັກທີ່ໜັກຫຼາຍ.
ຄັ້ງທຳອິດລາວກໍຄິດວ່າໃນກ້ອນຫີນນັ້ນຈະມີຄຳ ເນື່ອງຈາກພື້ນທີ່ດັ່ງກ່າວນັ້ນເຄີຍເປັນແຫຼ່ງແຮ່ຄຳທີ່ມີຊື່ສຽງໃນສະຕະວັດທີ 19. David Hole ໄດ້ເຈາະ ຫຼື ພະຍາມຕັດກ້ອນຫີນດັ່ງກ່າວ ເພື່ອອາດຈະພົບເຫັນຄຳຢູ່ໃນນັ້ນ ແຕ່ເຈາະຫຼືຕັດແນວໃດ ກ້ອນຫີນນັ້ນກໍບໍ່ມີປະຕິກິລິຍາຫຍັງ ຫຼື ມັນບໍ່ຍອມແຕກ. ດັ່ງນັ້ນ ລາວຈຶ່ງໄດ້ປະກ້ອນຫີນນີ້ໄວ້ດົນນານເຖິງ 6 ປີ ກ່ອນທີ່ລາວຈະນຳກ້ອນຫີນນີ້ໄປໃຫ້ຜູ້ຊ່ຽວຊານຢູ່ທີ່ Melbourne Museum. ຫຼັງຈາກນັ້ນ ກໍໄດ້ເລີ່ມສຶກສາກ້ອນຫີນໃນປີ 2019.

ຈາກການສຳຫຼວດຂອງຜູ້ຊ່ຽວຊານໄດ້ເປີດເຜີຍວ່າ: ມັນບໍ່ແມ່ນກ້ອນຫີນທຳມະດາ ແຕ່ມັນຄືອຸກະບາດຫາຍາກ ອາຍຸປະມານ 4.6 ພັນລ້ານປີ. ມັນໄດ້ຕົກລົງມາໂລກ ປະມານ 100 ເຖິງ 1,000 ປີກ່ອນ ແລະ ອາດເປັນສ່ວນໜຶ່ງຂອງອຸກະບາດ ຈາກ Asteroid Belt ທີ່ຢູ່ລະຫວ່າງດາວອັງຄານ ແລະ ດາວພະຫັດ.
ອຸກະບາດດັ່ງກ່າວມີນ້ຳໜັກ 17 ກິໂລກຼາມ ເຊິ່ງຫຼັງຈາກນັກວິທະຍາສາດ ໄດ້ຕັດມັນດ້ວຍມີດຕັດເພັດ ພວກເຂົາພົບວ່າ: ມັນປະກອບດ້ວຍເຫຼັກເປັນສ່ວນໃຫຍ່ ພ້ອມມີແຮ່ເມັດກົມໆທີ່ເອີ້ນວ່າ Chondrules ຢູ່ທົ່ວທັງພາຍໃນ ເຮັດໃຫ້ຖືກຈັດເປັນອຸກກະບາດປະເພດ H5 ordinary chondrite.
ຂອບໃຈຂໍ້ມູນຈາກ: https://bit.ly/3dIPCZG
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/