ເປັນອີກ 2 ບຸກຄົນທີ່ໜ້າສົນໃຈເປັນພິເສດ ເພາະເປັນຜູ້ຍິງທີ່ສາມາດສ້າງລາຍໄດ້ໃຫ້ກັບຕົນເອງ ແລະ ຍັງມີແນວຄິດສ້າງສັນ, 2 ສາວຍິງລາວ ນາງ ຕູ່ ແລະ ນາງ ຕູ່ນ ເຈົ້າຂອງຮ້ານກາເຟເຄື່ອນທີ່ ຫຼື Infee Coffee. ທັງສອງຮ່ວມແຮງຮ່ວມໃຈກັນປະກອບອາຊີບຂາຍກາເຟ, ເຊິ່ງສາມາດຂາຍໄປໃນສະຖານທີ່ຕ່າງໆທີ່ຕົນເອງມັກ ແລະ ແນໃສ່ຈຸດທຳມະຊາດເປັນຫຼັກ. ເວົ້າໄດ້ເລີຍວ່າ ເປັນຄວາມຄິດທີ່ແຕກຕ່າງ ແປກໃໝ່ຂອງຄົນຍຸກໃໝ່ ແຕ່ໄດ້ປະໂຫຍດ ພ້ອມກັບຫຼາຍຄົນທີ່ໃຫ້ຄວາມສົນໃຈ. ແລະໃນມື້ນີ້ທາງທີມຂ່າວ LaoX ກໍມີເລື່ອງກ່ຽວກັບຮ້ານກາເຟເຄື່ອນທີ່ນີ້ມານຳສະເໜີເປັນບາງສ່ວນ ຈະເປັນແນວໃດນັ້ນເຮົາມາຮູ້ໄປພ້ອມກັນເລີຍ.
- ເຫດຜົນທີ່ເປີດຮ້ານກາເຟ Infee Coffee (ກາເຟເຄື່ອນທີ່)
ຍ້ອນເປັນຮູບແບບທີ່ພວກເຮົາມັກ ເພາະມັກກິນກາເຟ, ມັກວັດທະນະທຳຕ່າງໆໃນເວລາທີ່ໄດ້ພົບພໍ້ຄົນທີ່ມັກກິນກາເຟຄືກັນກັບພວກເຮົາ. ໃນຫຼາຍໆຄັ້ງທີ່ພວກເຮົາໄດ້ຮູ້ຈັກຄົນເພີ່ມຂຶ້ນກໍຍ້ອນການໄປນັ່ງກິນກາເຟ ຈາກຄົນແປກໜ້າກາຍເປັນຄົນຮູ້ຈັກ ເລີຍຕັ້ງໃຈທີ່ຈະເຮັດຮ້ານກາເຟຂອງພວກເຮົາໃຫ້ເປັນບ່ອນແລກປ່ຽນເລື່ອງເລົ່າລະຫວ່າງຜູ້ທີ່ມາ ແລະ ພວກເຮົາເອງ.

- ເປີດຮ້ານໄດ້ດົນແລ້ວບໍ?
ເລີ່ມເປີດຮ້ານມາໄດ້ປະມານ 4 ເດືອນ ແຕ່ກໍເປັນການທົດລອງກ່ອນ ເພາະພວກເຮົາຕ່າງກໍບໍ່ເຄີຍຄ້າຂາຍ ເລີຍຢາກທົດລອງເພື່ອໃຫ້ແນ່ໃຈວ່າສິ່ງທີ່ພວກເຮົາກຳລັງຈະເຮັດມັນຈະເປັນໄປໄດ້ແທ້ ຫຼື ບໍ່ ເຊິ່ງເອົາແທ້ໆ ເຖິງໃນໄລຍະທົດລອງຈະບໍ່ມີລູກຄ້າຫຼາຍພວກເຮົາກໍຈະສືບຕໍ່ເປີດຮ້ານຢູ່ດີ ເພາະມັນເປັນສິ່ງທີ່ພວກເຮົາຢາກເຮັດ.

- ຍຶດຖືອາຊີບນີ້ເປັນຫຼັກບໍ?
ໃນຕອນນີ້ພວກເຮົາອາດຈະຍັງຕອບບໍ່ໄດ້ວ່າຈະເອົາອາຊີບນີ້ເປັນຫລັກບໍ່ ແຕ່ພວກເຮົາຈະເຮັດເຕັມທີ່ໃນຮູບແບບແລະວິຖີຂອງພວກເຮົາ ເຊິ່ງກໍຄືການເດີນທາງໄປສະຖານທີ່ຕ່າງໆເພື່ອພົບພໍ້ແລກປ່ຽນເລື່ອງລາວໂດຍມີກາເຟເປັນສິ່ງເຊື່ອມໂຍງ.

- ໄອເດຍນີ້ ແລະ ເອກະລັກສ້າງສັນໃນລັກສະນະນີ້ ແມ່ນເກີດຈາກປັດໄຈໃດ?
ແນວຄວາມຄິດນີ້ພວກເຮົາກໍມີການແລກປ່ຽນເຊິ່ງກັນ ແລະ ກັນ, ນຳເອົາຄວາມມັກ ສິ່ງທີ່ຢາກເຮັດຂອງແຕ່ລະຄົນມາວາງເປັນເປົ້າໝາຍໃຫ້ກາຍເປັນອັນດຽວກັນ ເມື່ອເຫັນດີກົງກັນແລ້ວກໍສ້າງລົດຄັນນີ້ (ລົດກາເຟເຄື່ອນທີ່) ດ້ວຍຕົນເອງ, ໂດຍອອກແບບຕາມຄວາມເປັນຈິງທີ່ເຮົາຈະໃຊ້ງານໄດ້ແທ້ ເພື່ອໃຫ້ເປັນທັງຮ້ານ ແລະ ບ່ອນຢູ່ຂອງພວກເຮົາໃນເວລາເດີນທາງ.

ໃນໄລຍະນີ້ ຈອດຂາຍຢູ່ທາງໄປຂົວທ່າງ່ອນເປັນຫຼັກ, ແຕ່ວັນທີ 16-18 ເດືອນກໍລະກົດນີ້ ຈະໄປຈອດຂາຍຢູ່ຟາມປັນຍານິເວດ ຢູ່ຊຳເກດ ເພາະໄລຍະນັ້ນຢູ່ຟາມ ພວກເພິ່ນຈະດຳນາ ເລີຍຢາກປ່ຽນບັນຍາກາດ ເພື່ອຜູ້ທີ່ມາຢາກລອງຫຼົກກ້າດຳນາ ຖ້າໝົດເດືອນນີ້ເຮົາກໍຈະເດີນທາງອອກຈາກນະຄອນຫຼວງວຽງຈັນ.

ຊື່ ແລະ ນາມສະກຸນເຈົ້າຂອງຮ້ານ: ນາງ ຈັນສະໄໝ ພານຸວົງ (ຕູ່) ແລະ ນາງ ມີສຸກ ເພັດຊົມພູ (ຕູ່ນ)
ສະຖານທີ່: ກ້ອງຕົ້ນສາມສາ ທາງໄປຂົວທ່າງອນ
ຂອບໃຈເຈົ້າຂອງຮ້ານ ແລະ ທາງຮ້ານກາເຟ: Infee Coffee (ຮ້ານກາເຟເຄື່ອນທີ່) ທີ່ໃຫ້ຄຳສຳພາດ.
ສາມາດຕິດຕາມໄດ້ທີ່: https://www.facebook.com/Infee-Coffee-104185097741968
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/