ເຂດປົກຄອງພິເສດ ຮົງກົງ, ສປ ຈີນ ກາຍມາເປັນກາງການເງິນອັນດັບໜຶ່ງຂອງອາຊີ ແຊງໜ້າ ສິງກະໂປ ແລະ ເປັນອັນດັບ 3 ຂອງໂລກ.
ຮົງກົງໄດ້ຄອງອັນດັບທີ 3 ໃນອັນດັບສູນການເງິນສາກົນໃນທົ່ວໂລກ ແຊງໜ້າສິງກະໂປແຊ້ມເກົ່າໃນພາກພື້ນເປັນເທື່ອທຳອິດໃນຮອບເວລາກວ່າ 2 ປີ, ຕາມການລາຍງານຂອງ The Economic Times
ດັດຊະນີສູນການເງິນທົ່ວໂລກໄດ້ເຜີຍແຜ່ໂດຍກຸ່ມບໍລິສັດ Z/Yen ທີ່ນະຄອນຫຼວງລອນດອນ ປະເທດອັງກິດ ແລະ ສະຖາບັນການພັດທະນາຂອງຈີນທີ່ນະຄອນ Shenzhen ໄດ້ສະແດງໃຫ້ເຫັນວ່າ, ເຂດບໍລິຫານພິເສດຮົງກົງຈັດອັນດັບທີ 3 ໃນຈຳນວນ 121 ສູນກາງການເງິນ ທົ່ວໂລກ, ເປັນຮອງຈາກນິວຢອກ ແລະ ລອນດອນ.
ຄະແນນລວມຂອງຮົງກົງໄດ້ເພີ່ມຂຶ້ນເຖິງ 8 ຄະແນນ, ການເພີ່ມຂຶ້ນຂອງຄະແນນສະແດງໃຫ້ເຫັນວ່າ, ຮົງກົງບັນລຸໄດ້ອັນດັບໜຶ່ງໃນຂົງເຂດການແຂ່ງຂັນຕ່າງໆເຊັ່ນ: ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຊັບພະຍາກອນມະນຸນ, ພື້ນຖານໂຄງລ່າງ ແລະ ຊື່ສຽງ ຕ່າງໆ
ໂຄສົກລັດຖະບານ ກ່າວວ່າ ບົດລາຍງານຢືນຢັນສະຖານະການ ແລະ ຄວາມສາມາດຂອງຮົງກົງຢ່າງຈະແຈ້ງໃນຖານະເປັນສູນກາງການເງິນຊັ້ນນຳຂອງໂລກ.
ໂຄສົກກ່າວວ່າ, “ໃນຖານະເປັນສູນກາງການເງິນສາກົນ, ຮົງກົງໄດ້ນໍາເອົາສະຖາບັນການເງິນ ຊັ້ນນໍາຂອງໂລກ ມາໃຫ້ບໍລິການທາງດ້ານການເງິນແບບມືອາຊີບ ແລະ ເປັນເຈົ້າຂອງຕະຫຼາດທຶນທີ່ເລິກເຊິ່ງ ແລະ ກວ້າງຂວາງ”
ໂດຍ 5 ອັນດັບ ສູນກາງການເງິນຂອງໂລກ ປະກອບມີ: ນິວຢອກ (ສະຫະລັດອາເມຣິກາ); ລອນດອນ (ອັງກິດ), ຮົງກົງ (ສປ ຈີນ), ສິງກະໂປ ແລະ ຊານຟານຊິສໂກ (ສະຫະລັດ ອາເມຣິກາ).
The Economic Timeshttps://economictimes.indiatimes.com/news/international/business/hong-kong-beats-singapore-to-be-asias-top-financial-center/articleshow/113652200.cms?from=mdr