ຮູ້ຫຼືບໍ່? “SOS” ບໍ່ໄດ້ຫຍໍ້ມາຈາກຄໍາໃດເລີຍ ແຕ່ເປັນສັນຍານຂໍຄວາມຊ່ວຍເຫຼືອທີ່ເຂົ້າໃຈໄດ້ງ່າຍທີ່ສຸດ ແລະ ນຳໃຊ້ໃນທົ່ວໂລກ


SOS ບໍ່ໄດ້ຫຍໍ້ມາຈາກຫຍັງ ແຕ່ມັນເປັນສັນຍານທີ່ຖືກເລືອກເພາະວ່າມັນສົ່ງສັນຍານ Morse ໄດ້ງ່າຍ ແລະ ເຂົ້າໃຈງ່າຍ.

ຫຼາຍຄົນເຂົ້າໃຈຜິດວ່າ SOS ຫຍໍ້ມາຈາກ “Save Our Souls” ຫຼື “Save Our Ship” ແຕ່ຄວາມຈິງແລ້ວ SOS ບໍ່ໄດ້ຫຍໍ້ມາຈາກຄຳໃດເລີຍ.

ກ່ອນໜ້າທີ່ຈະມີສັນຍານ SOS, ປະເທດຕ່າງໆຈະມີສັນຍານຂໍ້ຄວາມຊ່ວຍເຫຼືອທີ່ແຕກຕ່າງກັນ ຕົວຢ່າງເຊັ່ນ : CQD (ອັງກິດ), NC (ສະຫະລັດ) ແລະ SOE (ເຢຍລະມັນ) ເປັນຕົ້ນ.

ໃນປີ 1906 ໄດ້ມີການຕົກລົງກັນໃນສົນທິສັນຍາວິທະຍຸໂທລະເລກສາກົນ ຢູ່ທີ່ເມືອງຫຼວງ Berlin ປະເທດເຢຍ​ລະ​ມັນວ່າ ເຮືອທີ່ຢູ່ໃນພາວະສຸກເສີນຈະຕ້ອງໃຊ້ສັນຍານ SOS

ໂດຍເຫດຜົນທີ່ “SOS” ຖືກເລືອກແມ່ນຍ້ອນວ່າມັນງ່າຍຕໍ່ການສົ່ງສັນຍານ Morse ແລະ ໃຫ້ແນ່ໃຈວ່າການສື່ສານຈະບໍ່ຖືກບິດເບືອນ. ເນື່ອງຈາກ SOS ປະກອບດ້ວຍຈຸດສາມຈຸດ, ຂີດສາມຂີດ ແລະ ສາມຈຸດ (… / — / …) ເຊິ່ງມັນລຽບງ່າຍກວ່າສັນຍານອື່ນໆ.

ການ​ນໍາ​ໃຊ້ SOS ຄັ້ງ​ທໍາ​ອິດ​ທີ່​ຖືກບັນ​ທຶກ​ໄວ້​ແມ່ນເກີດຂຶ້ນ​ໃນປີ 1909 ໂດຍ Theodore D. Haubner ໃນເຮືອໄຟ (steamboat) SS Arapahoe ນອກຊາຍຝັ່ງຂອງ Cape Hatteras ໃນ North Carolina. ແຕ່ Haubner ກໍໄດ້ສົ່ງສັນຍານ CQD ຄວບຄູ່ໄປນຳ, ເນື່ອງຈາກວ່າສັນຍານ SOS ຍັງບໍ່ທັນເປັນທີ່ຮູ້ຈັກຫຼາຍ.

ຈຸດ​ຫັນ​ປ່ຽນ​ທີ່​ສໍາ​ຄັນ​ຄື ເຫດການເຮືອກຳປັ່ນ RMS Titanic ຕຳໃສ່ພູນ້ຳແຂງ ໃນວັນທີ 15 ເດືອນເມສາປີ 1912. Jack Phillips, ເຊິ່ງເປັນເຈົ້າໜ້າທີ່ວິທະຍຸຢູ່ເທິງກຳປັ່ນ ໄດ້ສົ່ງສັນຍານຂໍຄວາມຊ່ວຍເຫຼືອ CQD ໃນຕອນທໍາອິດ, ແຕ່ Harold Bride ເຈົ້າໜ້າທີ່ວິທະຍຸຮຸ່ນນ້ອງຂອງລາວ ໄດ້ແນະນໍາໃຫ້ລອງໃຊ້ສັນຍານ SOS ຄວບຄູ່ໄປນຳ, ໂດຍລາວກ່າວວ່າ “ນີ້ແມ່ນການນໍາໃຊ້ສັນຍານໃໝ່ທີ່ອາດຈະເປັນໂອກາດສຸດທ້າຍຂອງເຈົ້າຈະສົ່ງ”

ຫຼັງຈາກເຫດການ Titanic, ສັນຍານ SOS ກໍໄດ້ຮັບການຍອມຮັບຢ່າງກວ້າງຂວາງ ແລະ ຖືກນໍາໃຊ້ໃນທົ່ວໂລກຈົນເຖິງປັດຈຸບັນ.

ທີ່ມາ:

iflscience

mentalfloss

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/