ຄວາມຮູ້ອ້ອມຕົວອີກໜຶ່ງຢ່າງຂອງເຮົາກຳລັງຈະປ່ຽນໄປກັບຄວາມຮູ້ທີ່ວ່າ ຈີນເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ເພາະຫຼ້າສຸດອົງການສະຫະປະຊາຊາດ ຫຼື UN ຄາດການວ່າ ອິນເດຍກຽມເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກແຊງໜ້າຈີນໄປເກືອບ 3 ລ້ານຄົນ ພາຍໃນກາງປີ 2023 ນີ້.
ໂດຍຂໍ້ມູນດ້ານປະຊາກອນສາດໃນລາຍງານສະບັບຫຼ້າສຸດປີ 2023 ຂອງກອງທຶນປະຊາກອນແຫ່ງສະຫະປະຊາຊາດ (UNFPA) ໄດ້ຄາດການວ່າ ອິນເດຍຈະມີຈຳນວນປະຊາກອນປະມານ 1.428 ລ້ານຄົນ ສູງກວ່າຈີນທີ່ຈະມີປະຊາກອນປະມານ 1.425 ລ້ານຄົນ. ຂະນະທີ່ການເຕີບໂຕຂອງຈຳນວນປະຊາກອນສະເລ່ຍຕໍ່ປີຂອງອິນເດຍຢູ່ທີ່ 1.2% ນັບແຕ່ປີ 2011 ເຊິິ່ງລົດລົງ ຈາກ 1,7% ໃນໄລຍະ 10 ປີກ່ອນໜ້ານີ້.

ແຕ່ລາຍງານສະບັບດັ່ງກ່າວຍັງບໍ່ໄດ້ມີການລະບຸເດືອນໄວ້ຢ່າງຊັດເຈນ ສ່ວນໜຶ່ງເປັນຍ້ອນຄວາມບໍ່ແນ່ນອນຂອງຂໍ້ມູນດ້ານປະຊາກອນສາດຂອງອິນເດຍ ແລະ ຈີນ ໂດຍສະເພາະຢ່າງຍິ່ງຂໍ້ມູນການສຳຫຼວດສຳມະໂນປະຊາກອນຄັ້ງສຸດທ້າຍຂອງອິນເດຍ ທີ່ເຄີຍຈັດເຮັດຂໍ້ມູນໄວ້ເມື່ອປີ 2011 ເຊິ່ງຮອບຕໍ່ໄປແມ່ນປີ 2021 ແຕ່ຕ້ອງຫຼ້າຊ້າກວ່າປົກກະຕິ ເນື່ອງຈາກວິກິດການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19.
ເຖິງແມ່ນວ່າຈຳນວນປະຊາກອນຂອງອິນເດຍ ແລະ ຈີນຈະຄິດເປັນ 1 ໃນ 3 ຂອງຈຳນວນປະຊາກອນທົ່ວໂລກ 8.045 ລ້ານຄົນ ແຕ່ການເພີ່ມຂຶ້ນຂອງຈຳນວນປະຊາກອນໃນປະເທດຍັກໃຫຍ່ຂອງເອເຊຍທັງ 2 ປະເທດກັບມີທ່າອ່ຽງຂະຫຍາຍຕົວຊ້າລົງ ເຊິ່ງເກີດຂຶ້ນໃນຈີນຫຼາຍກວ່າ ອິນເດຍ.
ໂດຍເມື່ອປີ 2022 ຈຳນວນປະຊາກອນຂອງຈີນລົດລົງເປັນຄັ້ງທຳອິກໃນຮອບ 60 ປີ ນັ້ນນັບເປັນຈຸດປ່ຽນຄັ້ງປະຫວັດສາດທີ່ຫຼາຍຝ່າຍຄາດການວ່າ ຈະເປັນຈຸດເລີ່ມຕົ້ນຂອງໄລຍະເວລາທີ່ຈຳນວນປະຊາກອນຊາວຈີນຈະລົດລົງຢ່າງຕໍ່ເນື່ອງ ແລະ ຍາວນານ ເຊິ່ງຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສດຖະກິດຂອງຈີນ ແລະ ແນ່ນອນເສດຖະກິດຂອງໂລກກໍເຊັ່ນດຽວກັນ.

ອັນເດຍ ໂຈນັນ ຜູ້ແທນຂອງ UNFPA ອິນເດຍສະແດງຄວາມຄິດເຫັນວ່າ: “ຈຳນວນປະຊາກອນບໍ່ຄວນເປັນປັດໄຈໃນການສ້າງຄວາມກັງວົນ ຫຼື ກະວົນກະວາຍໃຈໃຫ້ກັບພາກສ່ວນຕ່າງໆ ໃນສັງຄົມ ແຕ່ຄວນເປັນສັນຍະລັກຂອງຄວາມກ້າວໜ້າ ການພັດທະນາ ແລະ ແຮງຂັບເຄື່ອນສັງຄົມນັ້ນໆ.”
ຂະນະທີ່ປະເທດອັນດັບ 3 ທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນໂລກຄື ສະຫະລັດ ອາເມຣິກາ ເຊິ່ງມີປະມານ 339,6 ລ້ານຄົນ, ອັນດັບ 4 ເປັນຂອງ ອິນໂດເນເຊຍ ທີ່ມີປະມານ 277 ລ້ານຄົນ ແລະ ອັນດັບ 5 ຕົກເປັນຂອງ ປາກີສະຖານ ທີ່ມີປະມານ 239,5 ລ້ານຄົນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/