ການແຂ່ງຂັນກະຕໍ້ຊິນລອນ ເປັນອີກໜຶ່ງປະເພດກິລາ ທີ່ທັບນັກກິລາລາວເຮົາ ສາມາດເຮັດຜົນງານໄດ້ຢ່າງໂດດເດັ່ນ ຈົນສາມາດຄວ້າມາໄດ້ 1 ຫຼຽນຄຳ ໃນການແຂ່ງຂັນກິລາ ຊີເກມ ຄັ້ງທີ 32. ແຕ່ກໍເຊື່ອວ່າຫຼາຍຄົນຄົງຈະຮູ້ດີກັບ ກິລາກະຕໍ້ ແຕ່ສໍາລັບ ກະຕໍ້ຊິນລອນ ເຊື່ອວ່າຫຼາຍຄົນໄດ້ຍິນແລ້ວກໍຍັງງົງໆ ຢູ່ວ່າມັນແມ່ນຫຍັງ.

ໂດຍກະຕໍ້ຊິນລອນ ຫຼື Sepak Takraw (Chinlone) ເປັນກິລາບູຮານຈາກປະເທດມຽນມາ ທີ່ໃນພາສາມຽນມາ ອອກສຽງວ່າ ຊິນໂລນ ເປັນກິລາທີ່ມີການຫຼິ້ນມາແລ້ວຫຼາຍກວ່າ 1 ພັນປີ ໂດຍເປັນການປະສົມປະສານກັນລະຫວ່າງກິລາກະຕໍ້ ກັບການ ເຕັ້ນລຳ ເປັນກິລາທີ່ຫຼິ້ນເປັນທີມບໍ່ມີຄູ່ຕໍ່ສູ້.

ເຊິ່ງການຫຼິ້ນກິລານີ້ ກໍປຽບເໝືອນການເດາະໜ່ວຍກະຕໍ້ບໍ່ໃຫ້ຕົກ ແຕ່ຈະເປັນການເດາະແບບເນັ້ນລີລາ ທັກສະທ່າຍາກຕ່າງໆ ເພື່ອເກັບຄະແນນ ເຊິ່ງທີ່ຍາກກໍຄື ການແຂ່ງຂັນນັ້ນຈະເປັນການແຂ່ງຂັນແບບທີມຢືນຮ່ວມກັນເປັນວົງມົນ ພ້ອມຜູ້ຫຼິ້ນຄົນໜຶ່ງຢູ່ໃນວົງມົນນັ້ນ ແລະ ຕ້ອງເດາະແບບສົ່ງຕໍ່ກັນເລື້ອຍໆບໍ່ໃຫ້ຕົກພື້ນ ເຮັດໃຫ້ຕ້ອງມີການເຝິກຊ້ອມກັນມາເປັນຢ່າງດີ ທັງທັກສະ ຄວາມສົມດຸນ ແລະ ຄວາມສາມັກຄີຈຶ່ງຈະສາມາດເຮັດຜົນງານໄດ້ດີ.

ປະຊາຊົນມຽນມາ ຈະນິຍົມຈັດການແຂ່ງຂັນກະຕໍ້ຊິນລອນນີ້ຕາມເທສະການຕ່າໆ ເຊິ່ງຈະມີທີມຊິນລອນ ເຂົ້າມາຮ່ວມຫຼາກຫຼາຍທີມ ໂດຍມັກຈະມີໂຄສົກເປັນຄົນພາກສຽງ ເອີ້ນຊື່ບັນຍາຍເຖິງທ່າຕ່າງໆ ເພື່ອໃຫ້ຄວາມບັນເທີງຕໍ່ຜູ້ເຂົ້າຊົມ ໃນສະໜາມ.
ໂດຍກົດລະບຽບຂອງການແຂ່ງຂັນ ກະຕໍ້ຊິນລອນ ໂດຍທົ່ວໄປແລ້ວ ຈະມີຈຳນວນຜູ້ຫຼິ້ນທັງໝົດ 6 ຄົນ ແລະ ຈະໃຊ້ທ່າພື້ນຖານທັງໝົດ 6 ທ່າ ໄດ້ແກ່: ຫຼັງຕີນ, ໜ້າຕີນ, ຫົວເຂົ່າ, ຝາຕີນ ສົ້ນຕີນ ແລະ ຂ້າງຕີນ ໃນການເດາະ. ໂດຍຈະມີການຄິດໄລ່ຄະແນນເບື້ອງຕົ້ນຂອງແຕ່ລະປະເພດການແຂ່ງຂັນດັ່ງນີ້:
- ປະເພດທ່າພື້ນຖານ 6 ຄົນ ແຕ່ລະຄົນຈະເຮັດຄົນລະ 1 ທ່າພື້ນຖານ ສະລັບໝຸນວຽນກັນໄປຈົນຄົບ 6 ທ່າ ຈຶ່ງຈະໄດ້ 1 ຄະແນນ.
- ປະເພດທ່າດຽວ 6 ຄົນ ແຕ່ລະຄົນຈະເຮັດທ່າດຽວກັນຄົບ 6 ຄົນ ໄດ້ 1 ຄະແນນ.
- ປະເພດຄົນດຽວ 6 ທ່າ ແຕ່ລະຄົນຈະຕ້ອງເຮັດທ່າພື້ນຖານຄົນລະ 6 ທ່າ ຈຶ່ງຈະໄດ້ 1 ຄະແນນ
- ປະເພດທ່າຍາກ 6 ຄົນ ແຕ່ລະຄົນຈະເຮັດທ່າຍາກຄົນລະ 1 ທ່າ ສະຫຼັບກັນໄປຈົນຄົບ 6 ຄົນຈຶ່ງຈະໄດ້ 1 ຄະແນນ.
ໂດຍທຸກປະເພດຈະແຂ່ງຂັນກັນຄັ້ງລະ 2 ທີມ ມີກຳນົດເວລາ ເກມລະ 30 ນາທີ ທີມທີ່ເຮັດຄະແນນທັງ 3 ເກມ ຊະນະ 2 ໃນ 3 ຈະຖືເປັນຜູ້ຊະນະ.
ກິລາ ຊິນລອນ ຖືກບັນຈຸເຂົ້າໃນການແຂ່ງຂັນກິລາລະດັບ ພາກພື້ນ ຫຼື ການແຂ່ງຂັນ ກິລາຊີເກມ ເປັນຄັ້ງທຳອິດ ໃນຊີເກມຄັ້ງທີ 27 ປີ 2013 ທີ່ຈັດຂຶ້ນຢູ່ນະຄອນຫຼວງ ນຽນປິຕໍ ທີ່ມຽນມາເປັນເຈົ້າພາບ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/