ກອງປະຊຸມແລກປ່ຽນວຽກງານສື່ມວນຊົນ ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2022, ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ບັນດາຮອງລັດຖະມົນຕີ, ຫົວໜ້າກົມແຕ່ລະສື່ມວນຊົນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ແມ່ນເປັນການແລກປ່ຽນຄຳຄິດເຫັນ ເພື່ອເຮັດໃຫ້ວຽກງານຖະແຫຼງຂ່າວ – ສື່ມວນຊົນ ໄດ້ຮັບການພັດທະນາກ້າວໄປສູ່ຄຸນະພາບ ແລະ ທັນສະໄໝ, ສົມກັບເປັນເຄື່ອງມືອັນແຫຼມຄົມຂອງພັກ, ເປັນກະບອກສຽງໃຫ້ພັກ, ລັດ ແລະ ປະຊາຊົນ, ເປັນເວທີແຫ່ງການສົ່ງເສີມປະຊາທິປະໄຕປະຊາຊົນລາວບັນດາເຜົ່າ, ປົກປັກຮັກສາໝາກຜົນຂອງການນໍາພາ-ຊີ້ນໍາຂອງພັກ ຕະຫຼອດໄລຍະເວລາ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພ້ອມທັງຕອບໂຕ້ຖ້ອຍທໍານອງຂອງກຸ່ມຄົນບໍ່ດີ, ບັນດາອິດທິກໍາລັງປໍລະປັກ ແລະ ກໍາລັງຫັນປ່ຽນໂດຍສັນຕິຂອງສັດຕູ ໃຫ້ນັບມື້ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ໃນກອງປະຊຸມບັນດາຫົວໜ້າກົມຂອງແຕ່ລະສື່ ກໍໄດ້ສະເໜີໃຫ້ພັກ, ລັດຖະບານ ນໍາພາ-ຊີ້ນໍາ ວຽກງານສື່ມວນຊົນ ຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ໂດຍສະເພາະການບໍາລຸງກໍ່ສ້າງບຸກຄະລາກອນສື່ມວນຊົນ ດ້ານວິຊາສະເພາະ, ທິດສະດີການເມືອງ ໃຫ້ເປັນລະບົບຕໍ່ເນື່ອງຄັກແນ່ ເພື່ອຮັບປະກັນໃຫ້ແກ່ການຮັບໃຊ້ໜ້າທີ່ການເມືອງຂອງພັກ, ລັດ ແລະ ປະຊາຊົນ; ສະໜອງງົບປະມານບໍລິຫານໃຫ້ແກ່ການເຄື່ອນໄຫວວຽກງານຂອງສື່ມວນຊົນ ໃນເຫດການສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ຕອບສະໜອງພາຫະນະໃຫ້ແກ່ສື່ມວນຊົນຫຼັກໃຫ້ພຽງພໍ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານສື່ມວນຊົນໃຫ້ໄວຂຶ້ນ. ນອກນັ້ນ, ກໍເພື່ອກຽມຄວາມພ້ອມຮັບມືກັບເຫດການສໍາຄັນຕ່າງໆ ຢ່າງທ່ວງທັນ ເຊິ່ງປັດຈຸບັນເຫັນວ່າພາຫະນະແມ່ນບໍ່ພຽງພໍ ບາງຄັ້ງສື່ມວນຊົນ ກໍໃຊ້ລົດສ່ວນຕົວໃນການລົງເຄື່ອນໄຫວວຽກງານ; ໃຫ້ແກ້ໄຂກົນໄກການນໍາໃຊ້ເງິນລາຍຮັບວິຊາການຂອງສື່ມວນຊົນ ເຊິ່ງເຫັນວ່າຜ່ານມາແມ່ນພົບຄວາມຫຍຸ້ງຍາກ, ຊັກຊ້າ, ຈໍາກັດ ແລະ ບໍ່ສາມາດຕອບສະໜອງ ໃນການຮັບໃຊ້ວຽກງານບໍລິຫານ ແລະ ວິຊາສະເພາະຂອງສື່ມວນຊົນພວກເຮົາ.

ໃຫ້ທຸກພາກສ່ວນ ລວມທັງອົງການພັກ, ລັດ ແລະ ສັງຄົມ ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ແລະ ປະຕິບັດນະໂຍບາຍທີ່ເໝາະສົມ, ແກ້ໄຂບັນຫາຂອດທີ່ມີລັກສະນະກີດກັ້ນ, ບໍ່ເຊື່ອໃຈ, ລັງເລ, ບໍ່ໃຫ້ການຮ່ວມມືໃນການສະໜອງຂໍ້ມູນ ແລະ ການຊີ້ແຈງບັນຫາທີ່ສັງຄົມກໍຄືປະຊາຊົນສົນໃຈ, ຂ້ອງໃຈ ເຊິ່ງເຫັນວ່າຜ່ານມາກໍຍັງມີຫຼາຍພາກສ່ວນທີ່ຍັງບໍ່ໃຫ້ການຮ່ວມມືກັບສື່ມວນຊົນພວກເຮົາ ເປັນຕົ້ນການສະເໜີຂໍສໍາພາດ ຫຼື ການລົງເກັບກໍາຂ່າວໃນແຕ່ລະພື້ນທີ່; ສະໜອງງົບປະມານໃນການພັດທະນາ ແລະ ສ້ອມແປງໂຄງລ່າງພື້ນຖານຂອງສື່ມວນຊົນໃຫ້ພຽງພໍ ເປັນຕົ້ນຈັດຊື້ເຄື່ອງຈັກສໍາຮອງຂອງວິທະຍຸກະຈາຍສຽງ, ສະເໜີປັບປຸງລະບົບໂຄງຮ່າງການຈັດຕັ້ງທີ່ກ່ຽວຂ້ອງກັບວຽກງານສື່ມວນຊົນຄືນໃໝ່ຂອງບັນດາກະຊວງ ແລະ ອົງການຕ່າງໆ ເພື່ອບໍ່ໃຫ້ວຽກຊ້ຳຊ້ອນກັນ, ລົດກົງຈັກທີ່ໃຫຍ່ໂຕຂອງບາງກະຊວງອອກ, ອົງການທີ່ບໍ່ຈໍາເປັນພ້ອມທັງເປັນການປະຢັດຄ່າໃຊ້ຈ່າຍງົບປະມານຂອງລັດທີ່ບໍ່ຈໍາເປັນອີກດ້ວຍ ແລະ ຈໍາກັດພາກສ່ວນທີ່ເຄື່ອນໄຫວທີ່ມີລັກສະນະຄ້າຍຄືກັບສໍານັກຂ່າວ ຫຼື ເຮັດວຽກຄືກັບອົງການສື່ມວນຊົນ ໂດຍທີ່ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍວ່າດ້ວຍສື່ມວນຊົນ; ສະເໜີໃຫ້ບັນດາບໍລິສັດການລົງທຶນໂຄງການໃຫຍ່ໆ ຢູ່ ສປປ ລາວ ທີ່ມີການເຊັນສັນຍາຮ່ວມກັບລັດຖະບານ ຫຼື ບັນດາກະຊວງ, ອົງການຕ່າງໆ ຄວນປະກອບໃຫ້ມີວຽກຮ່ວມມືກັບສື່ມວນຊົນກ່ອນທຸກຄັ້ງ ເພື່ອໃຫ້ສື່ມວນຊົນທາງການພວກເຮົາໄດ້ເຮັດໜ້າທີ່ໃນການໂຄສະນາສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ແກ່ສັງຄົມກໍຄື ປະຊາຊົນ ແລະ ສື່ມວນຊົນກໍຈະຊ່ວຍສະກັດກັ້ນບັນຫາສຽງສັງຄົມທີ່ບໍ່ດີໄດ້ຢ່າງທັນການ.
ຂໍ້ມູນຈາກ: https://cutt.ly/QXw5ggL
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment