ເປັນທີ່ຮູ້ດີແລ້ວວ່າເຈົ້າຂອງ Twitter ຄົນໃໝ່ກໍຄື Elon Musk ຜູ້ທີ່ໄດ້ຊື່ວ່າເປັນບຸກຄົນທີ່ຮັ່ງມີທີ່ສຸດໃນໂລກ ໂດຍກ່ອນໜ້ານີ້ Musk ໄດ້ເຂົ້າຊື້ກິດຈະການຂອງ Twitter ດ້ວຍເງິນມູນຄ່າມະຫາສານຈໍານວນ 44.000 ລ້ານໂດລາ ພ້ອມກັບປະກາດວາງແຜນການປ່ຽນແປງໃຫ້ Twitter ເປັນພື້ນທີ່ທີ່ອົບອຸ່ນແລະເໝາະສໍາລັບທຸກຄົນ.

ໂດຍຫຼ້າສຸດນີ້ເອງເບິ່ງຄືວ່າການເຄື່ອນໄຫວຂອງ Elon Musk ຈະໄດ້ເລີ່ມຂຶ້ນແລ້ວ ເພາະທະວິດເຕີໄດ້ອອກມາປະກາດນະໂຍບາຍໃໝ່ໂດຍເປັນການເກັບເງິນຈໍານວນ 20 ໂດລາສໍາລັບບັນຊີ Twitter ທີ່ມີເຄື່ອງໝາຍ Verified ຫຼື ໝາຍຖືກສີຟ້າທີ່ພວກເຮົາຄຸ້ນຕາ. ທັງນີ້ນະໂຍບາຍດັ່ງກ່າວກໍເພື່ອເປັນການຢືນຢັນຕົວຕົນຂອງຜູ້ໃຊ້ ພ້ອມນັ້ນຍັງຖືເປັນຂໍ້ບັງຄັບທີ່ທຸກບັນຊີທີ່ມີເຄື່ອງໝາຍຕ້ອງດໍາເນີນການ ແຕ່ຫາກມີບັນຊີໃດບໍ່ດໍາເນີນການພາຍໃນ 90 ມື້ແມ່ນຈະຖືກຢຶດເຄື່ອງໝາຍຖືກສີຟ້າຄືນ. ຍິ່ງໄປກວ່ານັ້ນຍັງມີລາຍງານວ່າພະນັກງານທີ່ຮັບຜິດຊອບໂປຣເຈັກນີ້ ແມ່ນຕ້ອງເຮັດໃຫ້ສຳເລັດພາຍໃນວັນທີ 7 ພະຈິກ ຖ້າເຮັດໜ້າທີ່ບໍ່ສຳເລັດແມ່ນຈະຖືກໄລ່ອອກ.

ແລະເມື່ອທ້າຍປີ 2021 Twitter ໄດ້ມີການເປີດຕົວ Twitter Blue ໂດຍເປັນຟີເຈີສຳລັບສະມາຊິກທີ່ຕ້ອງການອ່ານບົດຄວາຍອດນິຍົມ, ປັບແຕ່ງໄອຄອນໄດ້ເອງ ລວມໄປຮອດການແກ້ໄຂຂໍ້ຄວາມໃນ Twitter (ປົກກະຕິຂໍ້ຄວາມໃນ Twitter ຈະບໍ່ສາມາດແກ້ໄຂໄດ້) ອີກດ້ວຍ ໃນເບື້ອງຕົ້ນຟີເຈີດັ່ງກ່າວເປີດໃຫ້ນຳໃຊ້ໃນສະຫະລັດອາເມຣິກາ ແລະ ລາຄາຂອງການສະໝັກຢູ່ທີ່ 3 ໂດລາ ກ່ອນທີ່ຈະເພີ່ມຂຶ້ນມາເປັນ 5 ໂດລາເມື່ອເດືອນກໍລະກົດທີ່ຜ່ານມານີ້.

ເຊິ່ງເມື່ອ 2 ມື້ທີ່ຜ່ານມາ Elon Musk ໄດ້ມີການເຄື່ອນໄຫວຜ່ານ Twitter ວ່າ ຈາກຂະບວນການກວດສອບຈະໄດ້ມີການປັບປຸງໃໝ່ທັງໝົດ ແລະ ບັນຊີ @verified (ໝາຍຖືກສີຟ້າ). ທັງນີ້ປັດຈຸບັນ Twitter ມີ 428.000 ບັນຊີທີ່ມີເຄື່ອງໝາຍຖືກສີຟ້າ ເຊິ່ງຄິດເປັນເສດສ້ຽວຂອງຜູ້ໃຊ້ງານ Twitter ທີ່ມີ 206 ລ້ານຄົນຕໍ່ມື້.
ຢ່າງໃດກໍຕາມ ຜູ້ໃຊ້ງານຈໍານວນຫຼາຍກໍໄດ້ອອກມາ Tweet ກ່ຽວກັບການປ່ຽນແປງນີ້ ແລະຫຼາຍຄົນກໍບໍ່ຍອມຈ່າຍເງິນ 20 ໂດລາ ເພື່ອຮັກສາເຄື່ອງໝາຍສີຟ້າໄວ້ ໃນຂະນະດຽວກັນຜູ້ໃຊ້ຍັງຊີ້ໃຫ້ເຫັນວ່າລະບົບໃໝ່ຂອງ Twitter ແມ່ນສາມາດເພີ່ມບັນຫາບອທແລະສະແປມທີ່ Elon Musk ຊັງ ໃຫ້ກັບ Twitter ໄດ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/