ການອ່ານມີປະໂຫຍດຢ່າງຫຼວງຫຼາຍແກ່ຄົນເຮົາ ບໍ່ວ່າຈະເປັນໃຫ້ຄວາມຮູ້ ແລະ ຄວາມບັນເທີງ. ຍ້ອນແນວນັ້ນ ການອ່ານຈຶ່ງເປັນອີກທາງເລືອກໜຶ່ງຂອງຜູ້ຄົນທີ່ຕ້ອງການຢາກພັດທະນາຕົນເອງ ແຕ່ນັ້ນມັນກໍຍັງມີອຸປະສັກສຳລັບນັກອ່ານທັງຫຼາຍນັ້ນກໍຄື: ອາການເຫງົານອນນັ້ນເອງ.
ເຊື່ອວ່າບັນຫານີ້ຫຼາຍຄົນອາດເຄີຍເປັນມາກ່ອນ ຈັບປຶ້ມຂຶ້ນມາອ່ານບໍພໍເທົ່າໃດອາການເຫງົານອນກໍຖາມຫາ ໂດຍຈາກການຄົ້ນຄວ້າພົບວ່າ: ເມື່ອເຮົາອ່ານປຶ້ມ, ຕາຂອງເຮົາເຄື່ອນໄຫວໄປມາໃນຂະນະທີ່ເຮົາກຳລັງອ່ານປຶ້ມ ໃນເວລາດຽວກັນ, ສະໝອງກໍຕ້ອງເຮັດວຽກຄວບຄູ່ກັນໄປ ໂດຍການແປຕົວໜັງສື ແລະ ແປຄວາມໝາຍຕາມສິ່ງທີ່ເຮົາເຫັນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ອະໄວຍະວະທັງສອງເຮັດວຽກໜັກຈົນຮູ້ສຶກເມື່ອຍລ້າ ເມື່ອເວລາຜ່ານໄປສົ່ງຜົນໃຫ້ຈັບປະເດັນຂອງເນື້ອໃນບໍ່ໄດ້, ສະມາທິຫຼຸດ ແລະ ນີ້ເປັນສັນຍານເຕືອນວ່າຮ່າງກາຍຄວນໄດ້ຮັບການພັກຜ່ອນແລ້ວ.
ມື້ນີ້, ພວກເຮົາຈຶ່ງໄດ້ນຳເອົາ 7 ວິທີທີ່ຈະເຮັດໃຫ້ການອ່ານປຶ້ມຂອງເຮົາບໍ່ເຫງົານອນ ຈະມີວິທີໃດແດ່ນັ້ນມາເບິ່ງນຳກັນ
1. ຫຼີກເວັ້ນການອ່ານໃນບ່ອນທີ່ສະດວກສະບາຍເກີນໄປ
ແນ່ນອນວ່າຄົນສ່ວນຫຼາຍມັກຄວາມສະບາຍ ໂດຍສະເພາະການອ່ານຢູ່ບ່ອນນອນ, ໂຊຟາ ເພາະຈະເຮັດໃຫ້ຮູ້ສຶກຢາກນອນ. ສະນັ້ນ, ຄວນເລືອກອ່ານໃນສະຖານທີ່ໂລ່ງແຈ້ງເຊັ່ນ: ນັ່ງອ່ານຢູ່ຫໍສະໝຸດ, ຫ້ອງຮຽນ ດ້ວຍໂຕະອ່ານປຶ້ມຖືເປັນອີກວິທີໜຶ່ງທີ່ຊ່ວຍໄດ້ດີ.
2. ຫຍໍ້າຊິ່ງອົ້ມ
ຈາກການວິໄຈພົບວ່າ ການຫຍໍ້າຊິ່ງອົ້ມໃນຂະນະອ່ານປຶ້ມຊ່ວຍບັນເທົາອາການເຫງົານອນ ແລະ ເພີ່ມຄວາມຈື່ຈຳໄດ້ 30% ຮີບຟ້າວໄປຊອກຊື້ມາຫຍໍ້າເລີຍ.

3. ດື່ມເຄື່ອງດື່ມທີ່ມີຄາເຟອີນ
ຖ້າຄິດຫາເຄື່ອງດື່ມຄາເຟອີນສິ່ງທຳອິດຕ້ອງແມ່ນ ກາເຟ ເວົ້າໄດ້ເລີຍວ່າຄາເຟອີນຈະຊ່ວຍກະຕຸ້ນສະໝອງ ແລະ ເສັ້ນປະສາດໄດ້. ດັ່ງນັ້ນ ເຮົາຈະຮູ້ສຶກຕື່ນຕົວ ແລະ ບໍ່ຢາກນອນ ຫຼື ອີກທາງເລືອກໜຶ່ງສາມາດດື່ມນ້ຳອັດລົມແທນໄດ້ແຕ່ອາດຈະບໍ່ໄດ້ຜົນເທົ່າກາເຟ. ແຕ່ແນວໃດກໍຕາມ ຄວນດື່ມໃນປະລິມານທີ່ເໝາະສົມເດີ້.
4. ກິນອາຫານໃນປະລິມານທີ່ເໝາະສົມ
ການກິນອາຫານກໍແມ່ນອີກປັດໄຈໜຶ່ງທີ່ຈຳເປັນ ກ່ອນທີ່ຈະອ່ານປຶ້ມແມ່ນ ບໍ່ຄວນກິນອາຫານຫຼາຍ ຫຼື ໜ້ອຍເກີນໄປ ເພາະວ່າການກິນອາຫານຫຼາຍເກີນໄປຈະເຮັດໃຫ້ເຫງົານອນ ແຕ່ຖ້າກິນໜ້ອຍເກີນໄປຮ່າງກາຍຈະຂາດສານອາຫານສະໝອງຈະບໍ່ສາມາດເຮັດວຽກໄດ້ເຕັມທີ່.
5. ພັກຜ່ອນໃຫ້ພຽງພໍ
ການນອນໃຫ້ພຽງພໍແມ່ນມີຄວາມສໍາຄັນຫຼາຍ ເຊິ່ງການພັກຜ່ອນທີ່ພຽງພໍແມ່ນປະມານ 7-8 ຊົ່ວໂມງ/ມື້ ຖ້າຫາກເຮົານອນໄດ້ຢ່າງເຕັມອີ່ມແລ້ວ ເມື່ອເວລາອ່ານປຶ້ມຈະຮູ້ສຶກວ່າອ່ານໄດ້ລ່ຽນໄຫຼ ແລະ ເຂົ້າໃຈງ່າຍ, ກົງກັນຂ້າມ ຫາກວ່າພັກຜ່ອນບໍ່ພຽງພໍແນ່ນອນວ່າຈະບໍ່ມີສະມາທິໃນການອ່ານ ເຖິງຈະອ່ານຫຼາຍເທົ່າໃດກໍບໍ່ສາມາດລວບລວມຄວາມຮູ້ໄດ້.
6.ອ່ານສະຫຼັບກັບພັກສາຍຕາ
ໃນໄລຍະເລີ່ມຕົ້ນອ່ານທຳອິດເຮົາອາດຈະຮູ້ສຶກຍັງບໍ່ເຫງົານອນ ແຕ່ພໍອ່ານໄປໄດ້ໄລຍະເວລາໜຶ່ງຈະຮູ້ສຶກໄດ້ເລີຍວ່າເຫງົານອນ ຍ້ອນວ່າສະໝອງຂອງເຮົາເຮັດວຽກໜັກຢ່າງຕໍ່ເນື່ອງເປັນເວລາດົນເກີນໄປ ເຮັດໃຫ້ສະໝອງເມື່ອຍລ້າ. ຍ້ອນແນວນັ້ນ, ໄລຍະເວລາການອ່ານທີ່ເໝາະສົມແມ່ນປະມານ 1 ຊົ່ວໂມງແລ້ວຢຸດພັກຜ່ອນ 5-10 ນາທີ, ລຸກຂຶ້ນຍ່າງເຄື່ອນໄຫວຮ່າງກາຍເພື່ອເຮັດໃຫ້ສະໝອງ ແລະ ສາຍຕາຂອງເຮົາພັກຜ່ອນ.

7.ຫາໝູ່ມາອ່ານນຳກັນ
ການອ່ານກັບໝູ່ຈະຊ່ວຍໃຫ້ເຮົາໄດ້ສົນທະນາແລກປ່ຽນກ່ຽວກັບບົດຮຽນດ້ວຍກັນ ແລະ ເຮັດໃຫ້ຕື່ນຕົວຢູ່ຕະຫຼອດເວລາ. ແນວໃດກໍຕາມ ເຮົາກໍຕ້ອງເບິ່ງເວລາທີ່ເໝາະສົມໃນການສົນທະນາເພື່ອບໍ່ໃຫ້ເປັນການລົບກວນເຊິ່ງກັນ ແລະ ກັນ.
ສຸດທ້າຍນີ້, ການອ່ານຈະມີປະສິດທິພາບ ແລະ ໄດ້ຮັບຜົນທີ່ດີໄດ້ເມື່ອພວກເຮົາກຽມຄວາມພ້ອມບໍ່ວ່າຈະເປັນດ້ານຮ່າງກາຍ, ຈິດໃຈ ແລະ ສະພາບແວດລ້ອມທີ່ດີ. ສະນັ້ນ ຢ່າລືມນຳເອົາ 7 ວິທີທີ່ໄດ້ກ່າວມາຂ້າງເທິງນີ້ນຳໄປປັບໃຊ້ ແລະ ຫວັງວ່າມັນຈະຊ່ວຍໃຫ້ການອ່ານຂອງທຸກຄົນມ່ວນ ແລະ ມີຄວາມສຸກກັບມັນຫຼາຍຂຶ້ນເດີ້.
ອ້າງອີງແຫຼ່ງທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/