ອີຄອມເມີດຂະຫຍາຍຕົວສູງ! ຜູ້ບໍລິໂພກຫັນມາຊື້ສິນຄ້າອອນລາຍຫຼາຍຂຶ້ນ 2 ເທົ່າ


NielsenIQ, ບໍລິສັດວິເຄາະຂໍ້ມູນຊັ້ນນໍາ ໄດ້ເປີດ​ເຜີຍ​ຜົນ​ການ​ສຳ​ຫຼວດ​ພຶດຕິ​ກຳ​ຂອງ​ຜູ້​ບໍລິ​ໂພ​ກຊາວ​ຫວຽດນາມພົບ​​ວ່າ ການ​ຊື້​ເຄື່ອງ​ຂອງ​ທາງ​ອອນ​ລາຍ​ໄດ້​ກາຍ​ເປັນ​ວິຖີ​ຊີວິດ​ໃໝ່. ໂດຍ​ຜູ້​ບໍລິ​ໂພ​ກຫວຽດນາມຊື້ເຄື່ອງອອນລາຍໂດຍສະເລ່ຍ 4 ຄັ້ງຕໍ່ເດືອນ, ເຊິ່ງນີ້ແມ່ນເພີ່ມຂຶ້ນເປັນສອງເທົ່າຈາກປີ 2023 ແລະ ຫຼາຍກວ່າສອງເທົ່າຂອງຈໍານວນຄັ້ງທີ່ຄົນໄປຊຸບເປີມາເກັດ.

ຈາກ​ຜົນ​ການ​ສຳ​ຫຼວດ​ພົບ​ວ່າ​ຜູ້​ຊົມ​ໃຊ້​ຊາວ​ຫວຽດ​ນາມ ໃຊ້ແພລັດຟອມອອນລາຍສະເລ່ຍ 3.2 ແພລັດຟອມສໍາລັບການສັ່ງຊື້ເຄື່ອງ. ໂດຍລາຄາສິນຄ້າທີ່ຖືກນັ້ນບໍ່ແມ່ນປັດໄຈຫຼັກທີ່ດຶງດູດຜູ້ບໍລິໂພກ, ແຕ່ມາຈາກການຊື້ສິນຄ້າເພື່ອສໍາຮອງໄວ້ໃຊ້ໃນຄອບຄົວ (25%) ແລະ ຕ້ອງການສິນຄ້າທີ່ຮີບດ່ວນ (21%).

ພຶດຕິກໍາການຊື້ນີ້ໄດ້​ມີ​ການ​ປ່ຽນ​ແປງໄປ​ຈາກ​ອະດີດ ​ເມື່ອ​ຜູ້​ບໍລິ​ໂພ​ກຊາວຫວຽດນາມ​ໃຊ້​ຊ່ອງ​ທາງອອນລາຍ​ເພື່ອ​ຊື້​ສິນຄ້າ​ທີ່ບໍ່​ຈຳ​ເປັນ​ເຊັ່ນ: ສິນຄ້າ​ເອ​ເລັກ​ໂຕຣນິກ, ແຟຊັນ ຫຼື​ ເຄື່ອງ​ໃຊ້​ໃນ​ເຮືອນ​. ໃນ​ປັດຈຸ​ບັນ, ຜູ້​ບໍລິ​ໂພ​ກ​ຫັນ​ມາ​ຊື້​ສິນຄ້າ​ທີ່​ຈຳ​ເປັນຕ້ອງໃຊ້ໃນຊີວິດປະຈໍາວັນຫຼາຍຂຶ້ນ, ໂດຍສະເລ່ຍແມ່ນຊື້ສິນຄ້າປະມານ 6.5 ປະເພດ.

3 ກຸ່ມ​ຜະ​ລິດ​ຕະ​ພັນ​ທີ່​ມີ​ການ​ຊື້​ສູງ​ສຸດ​ແມ່ນ​ອາ​ຫານ, ເຄື່ອງ​ດື່ມ ແລະ ​ເຄື່ອງ​ສໍາ​ອາງ. ຮອງລົງມາແມ່ນຜະລິດຕະພັນແຟຊັນ, ຜະລິດຕະພັນກິລາ, ຜະລິດຕະພັນທີ່ໃຊ້ໃນຄົວເຮືອນ ແລະ ເຕັກໂນໂລຊີ.

ສຳລັບ 5 ແພລັດຟອມອີຄອມເມີດທີ່ໄດ້ຮັບຄວາມນິຍົມທີ່ສຸດແມ່ນ Shopee, Lazada, Tiki, Sendo ແລະ TikTok Shop. ໂດຍມູນຄ່າຂາຍຍ່ອຍໃນແພລັດຟອມອີຄອມເມີດ​ຫວຽດ​ນາມບັນ​ລຸ 2,790 ລ້ານໂດລາ, ເຊິ່ງເພີ່ມ​ຂຶ້ນ 78.7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2023.

ອີງຈາກຂໍ້​ມູນ​ຈາກ​ສຳ​ນັກ​ງານ​ສະ​ຖິ​ຕິ​ຫວຽດ​ນາມສະ​ແດງ​ໃຫ້​ເຫັນ​ວ່າ ອີຄອມເມີດຂອງ​ຫວຽດ​ນາມຍັງຄົງສືບ​ຕໍ່​ຂະຫຍາຍຕົວໄວກວ່າຕະຫຼາດຂາຍຍ່ອຍທົ່ວໄປ. ໂດຍຍອດຂາຍຍ່ອຍລວມທັງສິນຄ້າບໍລິໂພກ ແລະ ການບໍລິການໃນເຄິ່ງທໍາອິດຂອງປີ 2024 ເພີ່ມຂຶ້ນ 5.7% ຫຼັງຈາກຫັກປັດໄຈຂອງການເພີ່ມຂຶ້ນຂອງລາຄາຜະລິດຕະພັນ, ເຊິ່ງ​ຕ່ຳ​ກວ່າ​ການ​ເຕີບ​ໂຕ 8.8% ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຈາກຜົນຂອງການສໍາຫຼວດນີ້ສະ​ແດງ​ໃຫ້​ເຫັນ​ວ່າ​ອີຄອມເມີດໄດ້ກາຍເປັນພາກສ່ວນໜຶ່ງທີ່ສຳຄັນໃນຊີວິດຂອງຜູ້ບໍລິໂພກຫວຽດນາມ, ບັນດາວິສາຫະກິດຕ້ອງປັບປ່ຽນກົນລະຍຸດເພື່ອຮອງຮັບການປ່ຽນແປງນີ້. ໂດຍການສຸມໃສ່ໄປທີ່ການນໍາສະເໜີຜະລິດຕະພັນທີ່ຫຼາກຫຼາຍ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ພັດທະນາລະບົບການຈັດສົ່ງທີ່ມີປະສິດທິພາບ.

ທັງນີ້, ຜູ້​ບໍລິ​ໂພ​ກຫວຽດນາມ​ຍັງໃຫ້ຄວາມສຳຄັນກັບ​ລາຄາ​ສິນຄ້າ, ຄວາມ​ສະດວກ, ຄວາມ​ໄວ​ໃນ​ການ​ສົ່ງ​ສິນຄ້າ. ສຳລັບທຸລະກິດທີ່ສາມາດຕອບສະໜອງຕໍ່ຄວາມຕ້ອງການທີ່ກ່າວມານີ້ໄດ້ ກໍຈະປະສົບ​ຜົນສຳ​ເລັດ​ໃນ​ຕະຫຼາດ​ອີ​ຄອມ​ເມີ​ດຫວຽດນາມ.

ທີ່ມາ:

facebook

e.vnexpress

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/