ສຳນັກຂ່າວທາງການອິຣານ (IRNA) ອອກມາຖະແຫຼງການວ່າ ການຍຶດເຮືອບັນທຸກນ້ຳມັນລຳໜຶ່ງຂອງ ສ.ເກົາຫຼີ ກອງກຳລັງພິທັກການປະຕິວັດອິດສະລາມ (IRGC) ຂອງອິຣານໃນຊ່ວງເຊົ້າຂອງວັນຈັນຖືວ່າເປັນຂັ້ນຕອນການດຳເນີນງານ “ຕາມປົກກະຕິ” ໃນ “ປະເດັນທາງເຕັກນິກ”
“ອິຣານໃຫ້ຄວາມສຳຄັນກັບກໍລະນີລະເມີດລັກສະນະນີ້ເຊັ່ນດຽວກັບປະເທດອື່ນໆໂດຍສະເພາະການສ້າງມົນລະພິດຕໍ່ສິ່ງແວດລ້ອມທາງທະເລ ເຊິ່ງອິຣານຈະຈັດການກັບເລື່ອງນີ້ພາຍໃຕ້ກອບຂອງກົດໝາຍ” Saeed Khatibzadeh ໂຄສົກກະຊວງການຕ່າງປະເທດຂອງອິຣານກ່າວກັບຜູ້ສື່ຂ່າວ.
ຄາຕິບຊາເດ ກ່າວເຖິງລາຍງານສະບັບທຳອິດຂອງເຈົ້າໜ້າທີ່ທ້ອງຖິ່ນທີ່ລະບຸວ່າສາເຫດຂອງການຍຶດເຮືອຮັນກຸກເຄມີ (Hankuk Chemi) ນັ້ນເປັນພຽງ “ປະເດັນເລື່ອງເຕັກນິກ” ເຊິ່ງບໍ່ແມ່ນເລື່ອງຜິດປົກກະຕິແຕ່ຢ່າງໃດ.
ໃນຕອນແລງຂອງວັນຈັນທີ່ຜ່ານມາ ເວັບໄຊທາງການຂອງອົງການທ່າເຮືອ ແລະ ການເດີນເຮືອອິຣານ (PMO) ລາຍງານຄຳກ່າວຂອງ Massoud Polmeh ເລຂາທິການສະມາຄົມການເດີນເຮືອແຫ່ງອິຣານທີ່ລະບຸວ່າ ເຮືອຮັນກຸກ ເຄມີ ຕ້ອງຮັບຜິດຊອບຕໍ່ “ການລະເມີດກົດໝາຍດ້ານສິ່ງແວດລ້ອມຫຼາຍຄັ້ງ” ແລະ ຕ້ອງຈ່າຍຄ່າຊົດເຊີຍສຳຫຼັບຄວາມເສຍຫາຍທີ່ເກິດຂຶ້ນຕໍ່ສິ່ງແວດລ້ອມ.

ຂະນະດຽວກັນ Ismail Makizadeh ຮອງຜູ້ອຳນວຍການຝ່າຍກິດຈະການທາງທະເລຂອງອົງກອນ (PMO) ໃນແຂວງ Hormpzgan ໃຫ້ສຳພາດກັບສຳນັກຂ່າວທາງການອິຣານ ວ່າກອງກຳລັງພິທັກການປະຕິວັດອິດສະລາມ (IRGC) ໄດ້ເຂົ້າຍຶດເຮືອຮັນກຸກ ເຄມີ ທີ່ຢູ່ຫ່າງຈາກເກາະ Greater Tunb ຂອງອິຣານໄປເກືອບໆ 17.7 ກິໂລແມັດ ເນື່ອງຈາກຕ້ອງສົງໄສວ່າສ້າງມົນລະພິດຕໍ່ທະເລ.
ມາກິຊາເດກ່າວວ່າ ໜ່ວຍກວດຕະເວນທາງເຮືອຂອງກອງກຳລັງຂອງອິຣານ ສັງເກດເຫັນວ່າເຮືອລະເມີດກົດ ແລະ ໄດ້ເຮັດການແຈ້ງເຕືອນແຕ່ເຮືອລຳດັ່ງກ່າວກັບເມີນເສີຍຕໍ່ຄຳເຕືອນ ແລະ ຍັງແລ່ນໄປຕໍ່.
ເຈົ້າໜ້າທີ່ລະບຸວ່າ ເຮືອບັນທຸກນ້ຳມັນດັ່ງກ່າວຖືກຍຶດຕາມຄຳສັ່ງຂອງໜ່ວຍງານຕຸລາການປະຈຳແຂວງ ແລະ ຖືກສົ່ງໄປຍັງທ່າເຮືອບັນດາອັບບາສ ເພື່ອເຮັດການສອບສວນ ແລະ ດຳເນີນການທາງກົດໝາຍທີ່ຈຳເປັນ. ທີ່ມາ: https://www.xinhuathai.com/pol/166339_20210105