ອິນໂດເນເຊຍ ກຽມ ແບນ ແພັດຟອມຊື້ຂາຍເຄື່ອງອອນລາຍຂອງຈີນ TEMU ຫຼັງກັງວົນ ສິນຄ້າຈາກຈີນ ຈະໄຫຼເຂົ້າມາກະທົບ ຜູ້ປະກອບການລາຍນ້ອຍພາຍໃນປະເທດ.
ທ່ານ Budi Arie Setiadi ລັດຖະມົນຕີກະຊວງການຄ້າ ອິນໂດເນເຊຍ ກ່າວວ່າ ການອະນຸຍາດໃຫ້ Temu ເຂົ້າມາໃນອິນໂດເນເຊຍ ອາດສ້າງຄວາມເສຍຫາຍຕໍ່ເສດຖະກິດ ແລະ ສັງຄົມ.
“Temu ບໍ່ສາມາດເຂົ້າມາໄດ້ເພາະວ່າມັນທໍາລາຍເສດຖະກິດ, ໂດຍສະເພາະແມ່ນວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງຂອງອິນໂດເນເຊຍ. ພວກເຮົາຈະບໍ່ໃຫ້ໂອກາດມັນ,” ທ່ານ Budi ກ່າວ.
ທ່ານ Budi ກ່າວຕໍ່: “ພວກເຮົາຕ້ອງການພື້ນທີ່ດິຈິຕອລເຕັມໄປດ້ວຍສິ່ງທີ່ເຮັດໃຫ້ສັງຄົມມີຜົນຜະລິດ ແລະ ກໍາໄລຫຼາຍ, ແຕ່ຖ້າມັນເປັນອັນຕະລາຍ ມັນກໍບໍ່ມີປະໂຫຍດຫຍັງ, ວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງຂອງພວກເຮົາຈະຖືກທໍາລາຍຖ້າມັນບໍ່ຖືກກວດກາ.” .
ກ່ອນໜ້ານີ້ ກະຊວງສະຫະກອນ ແລະ SME ໄດ້ກ່າວວ່າ Temu ໄດ້ພະຍາຍາມລົງທະບຽນດຳເນີນທຸລະກິດຢູ່ອິນໂດເນເຊຍ 3 ຄັ້ງ.
ທ່ານ Fiki Satari, ພະນັກງານສໍາລັບການສ້າງຄວາມເຂັ້ມແຂງດ້ານເສດຖະກິດຂອງກະຊວງສະຫະກອນ ແລະ SMEs ກ່າວວ່າ, ນັບຕັ້ງແຕ່ເດືອນກັນຍາ 2022
Temu ແພັດຟອມຂາຍເຄື່ອງ ລາຍໃຫຍ່ຂອງ ຈີນ ໄດ້ຂະຫຍາຍທຸລະກິດໄປກວ່າ 60 ປະເທດ, ເຊິ່ງໄດ້ເຂົ້າໄປໃນອາຊີຕາເວັນອອກສຽງໃຕ້ໃນປີກາຍນີ້, ເລີ່ມຈາກຟີລິບປິນໃນເດືອນສິງຫາມາ 2023 ແລະ ມາເລເຊຍໃນເດືອນກັນຍາ 2023 ແລະທມັນໄດ້ຂະຫຍາຍເຂົ້າໄປໃນປະເທດໄທໃນເດືອນກໍລະກົດປີ 2024 ນີ້ ດ້ວຍກົນລະຍຸດການຂາຍທີ່ເນັ້ນລາຄາຖືກ.
ໃນເດືອນຕຸລາປີກາຍນີ້, ອິນໂດເນເຊຍຍັງໄດ້ຫ້າມຮ້ານ TikTok, ໂດຍອ້າງເຖິງຄວາມຈໍາເປັນໃນການປົກປ້ອງຜູ້ຄ້າຂະຫນາດນ້ອຍແລະຂໍ້ມູນຜູ້ໃຊ້.
https://www.channelnewsasia.com/asia/indonesia-bans-e-commerce-temu-trade-sme-4656661