ອິນໂດເນເຊຍ ກຽມອະນຸຍາດໃຫ້ ປະຊາຊົນ ສາມາດຖື 2 ສັນຊາດໄດ້ ດຶງດູດແຮງງານໃຫ້ກັບເຂົ້າປະເທດຫຼາຍຂຶ້ນ


ປະເທດ ອິນໂດເນເຊຍ ກຳລັງຈະພິຈາລະໃຫ້ ປະຊາຊົນ ສາມາດຖືຄອງ 2 ສັນຊາດໄດ້ ເພື່ອດຶງດູດແຮງງານທີ່ມີທັກສະກັບເຂົ້າມາປະເທດໃຫ້ຫຼາຍຂຶ້ນ.

ໂດຍໃນປັດຈຸບັນ ອິນໂດເນເຊຍ ຍັງບໍ່ອະນຸຍາດໃຫ້ຖື 2 ສັນຊາດສຳລັບປະຊາຊົນຜູ້ໃຫຍ່ ເຊິ່ງພາຍໃຕ້ກົດໝາຍພົນລະເມືອງປີ 2006 ລະບຸວ່າ ເດັກນ້ອຍຜູ້ໃດທີ່ມີພໍ່ແມ່ຄົນລະສັນຊາດ ເດັກນ້ອຍຜູ້ນັ້ນສາມາດຖືຄອງ 2 ​ສັນຊາດໄດ້ ຮອດອາຍຸ 18 ປີ ລະ ຕ້ອງປ່ຽນມາຖືສັນຊາດໃດສັນຊາດໜຶ່ງ.

ສຳລັບ ອາຊຽນ ທັງໝົດ 11 ປະເທດ ມີພຽງ ຫວຽດນາມ, ໄທ, ຟີລິປິນ, ກຳປູເຈຍ ແລະ ຕີມໍເລສເຕ້ ເທົ່ານັ້ນທີ່ອະນຸຍາດໃຫ້ປະຊາຊົນ ສາມາດຖື 2 ສັນຊາດໄດ້.

ໂດຍ ນະໂຍບາຍນີ້ ມີຈຸດປະສົງເພື່ອຊ່ວຍດຶງດູດຄົນເກັ່ງໄວໜຸ່ມທີ່ເດີນທາງໄປປະເທດທີ່ພັດທະນາແລ້ວເນື່ອງຈາກເງິນເດືອນສູງກວ່າ ແລະ ມີໂອກາດຫຼາຍກວ່າ ໃຫ້ກັບເຂົ້າມາປະເທດຫຼາຍຂຶ້ນ.

ບໍລິສັດ ຈັດຫາງານແຫ່ງໜຶ່ງ ໃນອິນໂດເນເຊຍ ລາຍງານວ່າ ການເດີນທາງອອກປະເທດຂອງຜູ້ມີຄວາມສາມາດສູງນັ້ນນັບເປັນໄພຄຸກຄາມທີ່ສຳຄັນສຳລັບອຸດສາຫະກຳວິທະຍາສາດ ແລະ ເທັກໂນໂລຢີຂອງປະເທດ ກາຍເປັນຄວາມທ້າທາຍຕໍ່ການພັດທະນາເສດຖະກິດຂອງປະເທດ.

thediplomat

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/