ອິນໂດເນເຊຍ ກຽມຕັ້ງກຳແພງ ຂຶ້ນພາສີ ສິນຄ້ານຳເຂົ້າຈາກຈີນ ສຸງສຸດ 200% ອ້າງປົກປ້ອງ SME ໃນປະເທດ


ລັດຖະບານອິນໂດເນເຊຍ ປະກາດວ່າຈະມີມາດຕະການທາງພາສີນຳເຂົ້າ ຫຼື ທີ່ເອີ້ນວ່າ Safeguard Duties ໃນອັດຕາ 100-200% ເພື່ອປົກປ້ອງອຸດສາຫະກໍາໃນປະເທດ ໂດຍສະເພາະຜູ້ປະກອບການຂະໜາດກາງ ແລະ ຂະໜາດນ້ອຍ ຫຼື SME.

 Zulkifli Hasan ລັດຖະມົນຕີ ກະຊວງການຄ້າອິນໂດເນເຊຍ ກ່າວວ່າ ອິນໂດເນເຊຍກຽມກຳນົດພາສີສິນຄ້ານຳເຂົ້າ ໃນອັດຕາ 200% ສຳລັບການນຳເຂົ້າສິນຄ້າຫຼາຍລາຍການ ຕັ້ງແຕ່ເກີບໄປຈົນຮອດພວກວັດຖຸດິບທີ່ໃຊ້ໃນການຜະລິດຕ່າງໆ ເພື່ອປົກປ້ອງອຸດສາຫະກຳໃນປະເທດ ໂດຍເບື້ອງຕົ້ນຈະກຳນົດພາສີສຳລັບສິນຄ່າທີ່ຜະລິດຢູ່ຈີນຢູ່ທີ່ 100-200%.
ໂດຍມາດຕະການດັ່ງກ່າວ ຈະມີຜົນບັງຄັບໃຊ້ໃນໄວໆນີ້ ເຊິ່ງອາດກະທົບຕໍ່ການນຳເຂົ້າສິນຄ້າຕ່າງໆ ໃນອິນໂດເນເຊຍ.

Zulkifli ກ່າວອີກວ່າ: “ຖ້າເຮົາປ່ອຍໃຫ້ສິນຄ້າຈໍານວນຫຼາຍເຂົ້າມາ ມັນຈະກະທົບ SME ໃນປະເທດ ເຊິ່ງອາດເຮັດໃຫ້ພວກເຂົາລົ້ມລະລາຍ”

ອິນໂດເນເຊຍ ຖືເປັນ ປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້.

ໃນໄລຍະທີ່ຜ່ານມາ ສະໜາມຮົບທາງການຄ້າ ຫຼື Trade War ລະຫວ່າງ ສະຫະລັດອາເມຣິກາ ແລະ ຈີນ ນັ້ນເບິ່ງຄືຈະຮຸນແຮງຂຶ້ນເລື້ອຍໆ ເຮັດໃຫ້ຜູ້ຜະລິດສິນຄ້າຈາກຈີນ ຫັນມາແນມເບິ່ງຕະຫຼາດ ອາຊຽນຫຼາຍຂຶ້ນ ຈາກສັນຍາ ຂໍ້ຕົກລົງການຄ້າເສລີ ຫຼື FTA.

antaranews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/