ສະຖານະການໂຄວິດ-19 ຢູ່ປະເທດອິນໂດເນເຊຍ ຍັງໜ້າເປັນຫ່ວງ ຄົນທີ່ໄດ້ຮັບເຊື້ອຍັງເພີ່ມຂຶ້ນເລື້ອຍໆ ປັດຈຸບັນທະລຸ 1 ລ້ານລາຍແລ້ວ! ເຮັດໃຫ້ສະຖານທີ່ຮອງຮັບຜູ້ປ່ວຍກໍຄືໂຮງໝໍນັ້ນບໍ່ພຽງພໍຕໍ່ການບໍລິການຮັກສາ, ຕູ້ລົດໄຟເຫຼົ່ານີ້ຈຶ່ງໄດ້ກາຍມາເປັນສະຖານທີ່ທີ່ໃຊ້ຮອງຮັບຜູ້ປ່ວຍ ໂຄວິດ-19 ໄດ້ເຖິງ 250 ລາຍ.

ຈຳນວນຕູ້ລົດໄຟທີ່ຖືກນຳມາໃຊ້ ມີຈຳນວນ 24 ຕູ້, Maidi ນາຍົກ ເມືອງ Madium ໃນເກາະ Java ກ່າວວ່າ: ມື້ນີ້ ເຮົາເຫັນຜູ້ປ່ວຍເຂົ້າອອກໂຮງໝໍເພື່ອຮັບການຮັກສາ ແຕ່ບໍ່ສາມາດຮັກສາໄດ້ເພາະວ່າໂຮງໝໍເຕັມ ຍັງບໍ່ລວມບຸກຄະລາກອນທາງການແພດທີ່ຈຳກັດ, ດັ່ງນັ້ນໃນຕອນນີ້ ການຢືມຕູ້ລົດໄຟມາໃຊ້ກ່ອນຈຶ່ງເປັນຫົນທາງດຽວ.

ທາງປະເທດອິນໂດເນເຊຍຍັງຫວັງວ່າ ພາຍໃນປີໜ້າຈະມີປະຊາກອນຜູ້ທີ່ໄດ້ຮັບວັກຊີນປະມານ 181.5 ລ້ານຄົນ ແລະ ມີເປົ້າໝາຍສັກໃຫ້ປະຊາຊົນໃນຊ່ວງອາຍຸທີ່ກຳລັງເຮັດວຽກກ່ອນ ເພາະວ່າມີຄວາມສ່ຽງສູງກວ່າ ຍ້ອນຕ້ອງອອກໄປພົບປະຄົນຫຼາຍຄົນ ແລະ ມີຄວາມສ່ຽງທີ່ຈະຕິດ ແລ້ວນຳກັບມາແຜ່ເຊື້ອໃນຄອບຄົວຕໍ່.
ທີ່ມາ: