ໃນວັນທີ 12 ສິງຫາ 2021 ລັດຖະບານຂອງສະຫະລັດອາເມລິກາໄດ້ລາຍງານວ່າ ປັດຈຸບັນຕົວເລກອັດຕາການການເຂົ້າຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຂອງແມ່ຍິງຖືພາ ແມ່ນມີ 23%ເທົ່ານັ້ນ ເຊິ່ງຖືໄດ້ວ່າຢູ່ໃນລະດັບຕ່ຳ. ແຕ່ກົງກັນຂ້າມ, ຖ້າຫາກແມ່ຍິງຖືພາຕິດເຊື້ອພະຍາດໂຄວິດ-19 ແມ່ນຈະມີຄວາມສ່ຽງທີ່ຈະອອກລູກກ່ອນກຳນົດ ຫຼື ມີອັດຕາການເສຍຊີວິດສູງໄດ້.
ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (CDC) ມີຄວາມຕ້ອງການໃຫ້ແມ່ຍິງຖືພາເຂົ້າຮັບວັກຊີນຢ່າງຮີບດ່ວນ ເພື່ອປ້ອງກັນຄວາມສ່ຽງໃນການເສຍຊີວິດ ໂດຍອະນຸມັດໃຫ້ສັກວັກຊີນໄດ້ສາມຊະນິດໄດ້ແກ່: ໄຟເຊີ, ໂມເດີນາ ແລະ ຈອນສັນ ແອນ ຈອນສັນ ພ້ອມກັບຮຽກຮ້ອງໃຫ້ຄຳນຶງເຖິງປະໂຫຍດຂອງວັກຊີນ ຫຼາຍກວ່າຜົນຂ້າງຄຽງ.

ພ້ອມກັນນັ້ນ, ການລາຍງານຍັງລະບຸຕື່ມວ່າ ອັດຕາການຫຼຸລູກທັງກ່ອນ ແລະ ຫຼັງສັກວັກຊີນແມ່ນມີຕົວເລກບໍ່ແຕກຕ່າງກັນ. ນອກຈາກນີ້, ລັດຖະບານ ຍັງຮຽກຮ້ອງຕື່ມໃຫ້ແກ່ແມ່ຍິງທີ່ກຳລັງກຽມຕົວທີ່ຈະມີລູກ ຫຼື ກຳລັງຈະມີ ໃຫ້ເຂົ້າມາຮັບການສັກວັກຊີນ ໂດຍໃຫ້ຕິດຕາມຂ່າວສານຈາກແຫຼ່ງຂໍ້ມູນທີ່ຖືກຕ້ອງ ແລະ ບໍ່ເຊື່ອແບບຜິດໆຈາກແຫຼ່ງຂ່າວທີ່ບໍ່ມີມູນຄວາມຈິງ.
ວັນທີ 13 ສິງຫາ 2021, ສະຫະລັດອາເມລິກາໄດ້ສັກວັກຊີນໃຫ້ແກ່ປະຊາຊົນແລ້ວທັງໝົດ 167ລ້ານຄົນ ຫຼື ປະມານ 50,9%ຂອງຈຳນວນປະຊາກອນທັງໝົດ ມີຜູ້ຕິດເຊື້ອສະສົມ 37,203,649ຄົນ, ເສຍຊີວິດແລ້ວ 636,298ຄົນ.
ທີ່ມາ:
- https://www.thairath.co.th/news/foreign/2164686
- https://www.worldometers.info/coronavirus/country/us/
ພາບ: ABC News, News Medical
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/