ວັນທີ 24 ກັນຍາ 2020 ສຳນັກຂ່າວຊິນຫົວ ລາຍງານວ່າ ສະຖາບັນສຸຂະພາບແຫ່ງຊາດສະຫະລັດອາເມຣິກາ (NIH) ປະກາດເມື່ອວັນພຸດທີ່ຜ່ານມາ (23 ກັນຍາ) ວ່າການທົດລອງທາງຄຣີນິກໄລຍະທີ3 ຄັ້ງທີ 4 ເພື່ອປະເມີນວັກຊີນປ້ອງກັນໂຄວິດ-19 ເຊິ່ງຢູ່ໃນລະຫວ່າງການວິໄຈ ແລະ ພັດທະນາ ໄດ້ເລີ່ມເປີດລົງທະບຽນຮັບອາສາສະໝັກໃນໄວຜູ້ໃຫຍ່ແລ້ວ.
ສະຖາບັນສຸຂະພາບ ລະບຸໃນເອກະສານຖະແຫຼງວ່າ ການທົດລອງນີ້ອອກແບບມາເພື່ອປະເມີນວັກຊີນແຈນເຊນ ໂຄວິດ-19 (jassen Covid-19)LNL-78436725 ທີ່ຢູ່ລະຫວ່າງການວິໄຈ ວ່າສາມາດປ້ອງກັນໂຄວິດ-19 ທີ່ສະແດງອາການໄດ້ ຫຼື ບໍ່ ຫຼັງຈາກທີ່ຜູ້ຮ່ວມທົດລອງໄດ້ຮັບວັກຊີນຊະນິດໂດສດຽວ (Sigle Dose).
ການທົດລອງຄັ້ງນີ້ເປີດລົງທະບຽນຮັບອາສາສະໝັກຫຼາຍເຖິງ 60,000 ຄົນ ຜ່ານໜ່ວຍວິໄຈທາງຄຣີນິກຫຼາຍເກືອບ 215 ແຫ່ງໃນສະຫະລັດອາເມຣິກາ ແລະ ລະດັບນາໆຊາດ.ບໍລິສັດແຈນເຊນ ຟາມາຊູຕິຄອລ ຄອມພານີ ຂອງບໍລິສັດຈອນສັນ ແອນ ຈອນສັນ ໄດ້ພັດທະນາວັກຊີນທີ່ກຳລັງວິໄຈຢູ່ນີ້ ແລະ ເປັນຜູ້ນຳໃນການທົດລອງທາງຄຣີນິກໃນຖານະຜູ້ສະໜັບສະໜຸນທີ່ມີອຳນາດກຳກັບຜູ້ດູແລ.
ການທົດລອງນີ້ ເປັນການທົດລອງທາງຄຣີນິກໄລຍະທີ 3 ຂະໜາດໃຫຍ່ຄັ້ງທີ 4 ເພື່ອທົດສອບວັກຊີນປ້ອງກັນໂຄວິດ-19 ໃນອາເມຣິກາ, ຂະນະທີ່ອີກ 3 ການທົດລອງ ໄດ້ແກ່: ການທົດລອງວັກຊີນທົດລອງ AZD1222 ເຊິ່ງຮ່ວມກັນຄິດຄົ້ນໂດຍມະຫາໄລ Oxford ແລະ ບໍລິສັດວັກຊີນເທັກ ບໍລິສັດລູກຂອງມະຫາວິທະຍາໄລ, ການທົດລອງວັກຊີນທົດລອງ mRNA-1273 ເຊິ່ງພັດທະນາໂດຍສະຖາບັນໂຣກພູມແພ້ ແລະ ໂຣກຕິດເຊື້ອຂອງອາເມຣິກາ ຮ່ວມກັບ ໂມເດີນາ ບໍລິສັດເຕັກໂນໂລຊີຊີວະພາບຂອງສັນຊາດອາເມຣິກາ ແລະ ການທົດລອງ BNT162b2 ເຊິ່ງພັດທະນາໂດຍ ໄຟເຊີ ບໍລິສັດເຕັກໂນໂລຊີຊີວະພາບ ຂອງອາເມຣິກາ ແລະ ບໍລິສັດໄບໂອເທັກ ຂອງເຢຍລະມັນ.

ຂະນະທີ່ວັກຊີນທົດລອງລາຍການອື່ນຕ້ອງໃຊ້ 2 ໂດສ ແຕ່ວັກຊີນແຈນເຊນນັ້ນຢູ່ລະຫວ່າງການສຶກສາເພື່ອໃຫ້ວັກຊີນຊະນິດທີ່ໃຊ້ໂດສດຽວ. ວັກຊີນລາຍການນີ້ເປັນວັກຊີນ Recombinant vector vaccine ເຊິ່ງຈະໃຊ້ອະດີໂນໄວຣັສ ຂອງມະນຸດໃນການຂັດຂວາງສະໄປຣ໌ໂປຣຕີນ ຫຼື ໂປຣຕີນໜາມ ຂອງໄວຣັສໂຄວິດ-19 ໃນເຊວ.
ຜົນການວິໄຈການທົດລອງກ່ອນທົດສອບໃນມະນຸດທີ່ຕີພິມລົງໃນວາລະສານ ເນເຈີ ຊີ້ວ່າ ວັກຊີນແຈນເຊນໜ່ຽວນຳໃຫ້ເກີດການຕອບສະໜອງຂອງແອນຕີ້ບໍດີ້ລົບລ້າງລິດໃນລີງສະແໝ ແລະ ສ້າງການປ້ອງທີ່ເກືອບຈະສົມບູນຕໍ່ການຕິດເຊື້ອໃນປອດ ແລະ ໂພງດັງໄດ້ ຫຼັງຈາກເຮັດການທົດລອງກັບເຊື້ອໄວຣັສໂຄວິດ-19.
ສະຖາບັນສຸຂະພາບລະບຸວ່າ ການທົດລອງນີ້ໄດ້ອອກແບບມາເພື່ອກວດສອບວ່າວັກຊີນທີ່ຢູ່ໃນລະຫວ່າງການວິໄຈລາຍການນີ້ສາມາດປ້ອງກັນໂຄວິດ-19 ພຽງປານກາງເຖິງຮຸນແຮງໄດ້ ຫຼື ບໍ່ ຫຼັງຈາກມີການໃຫ້ວັກຊີນໂດສດຽວ, ນອກຈາກນັ້ນຍັງມີເປົ້າໝາຍເພື່ອໃຫ້ເຂົ້າໃຈວ່າວັກຊີນນີ້ສາມາດປ້ອງກັນໂຄວິດ-19 ທີ່ຕ້ອງມີການຮັກສາແບບແຊກແຊງທາງການແພດໄດ້ ຫຼື ບໍ່ ລວມເຖິງວັກຊີນທີ່ສາມາດປ້ອງກັນໂຄວິດ-19 ທີ່ມີອາການບໍ່ຮຸນແຮງ ແລະ ການຕິດເຊື້ອໄວຣັສໂດຍບໍ່ສະແດງອາການ.

ດ້ານຄະນະກຳມະການການກວດສອບຂໍ້ມູນ ແລະ ຄວາມປອດໄພອິດສະຫຼະ ຈະດຳເນີນການກຳກັບເບິ່ງແຍງ ເພື່ອໃຫ້ການດຳເນີນການສຶກສາເປັນໄປໄດ້ດວ້ຍຄວາມປອດໄພ ແລະ ຖືກຕ້ອງຕາມຫຼັກຈາລິຍະທຳ.
ແທນໂທນີ ເຟົາເຊີ ຜູ້ອຳນວຍການສະຖາບັນໂຣກພູມແພ້ ໄດ້ກ່າວວ່າ “ວັກຊີນທີ່ທົດລອງສຳຫຼັບການປ້ອງກັນໂຄວິດ-19 ທັງ 4 ລາຍການ ເຂົ້າສູ່ການທົດລອງທາງຄຣີນິກໄລຍະທີ 3 ໃນອາເມຣິກາ ພາຍໃນໄລຍະເວລາພຽງ 8 ເດືອນ ຫຼັງຈາກທີ່ສາມາດລະບຸຕົວຕົນຂອງເຊື້ອໂຄວິດ-19 ໄດ້. ນີ້ແມ່ນຄວາມສຳເລັດຄັ້ງປະຫວັດສາດສຳລັບປະຊາຄົມວິທະຍາສາດ ທີ່ເກີດຂຶ້ນຈາກຄວາມກ້າວໜ້າທາງເຕັກໂນໂລຊີວັກຊີນ ແລະແນວທາງເຊີງກົນລະຍຸດທີ່ສອດປະສານກັນລະຫວ່າງພາກລັດ, ອຸດສາຫະກຳ ແລະ ວິຊາການ ຕະຫຼອດຫຼາຍທົດສະວັດ”. ລາວຍັງເວົ້າຕໍ່ອີກວ່າ “ມີແນວໂນ້ມທີ່ເຮົາຈະຕ້ອງມີວັກຊີນປ້ອງກັນໂຄວິດ-19 ຫຼາຍລາຍການ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກ ສ່ວນວັກຊີນແຈນເຊນມີຜົນການທົດລອງໄລຍະຕົ້ນທີ່ສົ່ງສັນຍານດີ ແລະ ອາດຈະເປັນພຽງໂດສດຽວ”.