ເວລາທີ່ໄປທ່ຽວຕາມສະຖານທີ່ຕ່າງໆ ສິ່ງໜຶ່ງທີ່ຂາດບໍ່ໄດ້ເລີຍ ກໍແມ່ນຕ້ອງລອງຊິມອາຫານທ້ອງຖິ່ນນີ້ລະ ເພາະມັນສື່ເຖິງປະເພນີ ແລະ ການດຳລົງຊີວິດຂອງຄົນໃນທ້ອງຖິ່ນເປັນຢ່າງດີ. ມື້ນີ້ LaoX ເອົາ 10 ອາຫານທ້ອງຖິ່ນຂອງຫຼວງພະບາງ ທີ່ຕ້ອງໄດ້ລອງກິນເບິ່ງຈັກຄັ້ງຖ້າໄດ້ມາຫຼວງພະບາງ ຈະມີຫຍັງແດ່ໄປເບິ່ງກັນເລີຍ!
- ໄຄຍີ

ໄຄຍີ ເປັນໄຄທົ່ວໄປ ແຕ່ຈະມີລັກສະນະມຸ່ນລະອຽດເປັນຜົງ ສາມາດເອົາເຂົ້າໜຽວມາຈ້ຳກິນໄດ້ເລີຍ ຫຼື ເອົາມາໂຮຍໜ້າກິນກັບອາຫານຕ່າງໆຕາມໃຈມັກ.
- ຕຳໝາກຫຼອດ

ຫຼາຍຄົນອາດບໍ່ຮູ້ວ່າໝາກຫຼອດສາມາດເອົາມາຕຳໄດ້ ຢູ່ຫຼວງພະບາງ ຈະເອົາໝາກຫຼອດມາຕຳໃສ່ໂອດ ແລະ ນ້ຳປູ ໃຫ້ຄວາມເຂົ້າກັນສຸດໆ.
- ຕຳໝາກຊີມ

ໝາກຊີມ ຫຼາຍຄົນອາດຈະບໍ່ຄຸ້ນຫູ ເພາະສ່ວນຫຼາຍມັນມີສະເພາະທາງພາກເໜືອເທົ່ານັ້ນ ແລະ ຕາມທີ່ຄົນທ້ອງຖິ່ນເລົ່າໃຫ້ຟັງ ແມ່ນມັນຈະມີຕາມລະດູການເຮັດໄຮ່. ເວລາກິນກໍຈະຂູດເອົາເນື້ອຂອງມັນ ແລ້ວເອົາມາຕຳ, ຣົດຊາດຈະອອກສົ້ມໆ ຝາດໜ້ອຍໜຶ່ງ ໃຫ້ຄວາມຮູ້ສຶກຄືຕຳໝາກກ້ວຍ ແຕ່ບໍ່ຝາດເທົ່າ.
- ເຂົ້າຊອຍ-ເຂົ້າປຽກໃສ່ເຂົ້າໂຄບ

ມາຫຼວງພະບາງພາດບໍ່ໄດ້ເລີຍ ທີ່ທຸກຮ້ານຂາຍເຂົ້າປຽກ-ເຂົ້າຊອຍ ຕ້ອງມີຕິດຮ້ານນັ້ນກໍແມ່ນເຂົ້າໂຄບ ເອົາມາໂຮຍໜ້າເຂົ້າປຽກເຂົ້າຊອຍ ເຂົ້າກັນດີຢ່າງບໍ່ໜ້າເຊື່ອ.
- ເຂົ້າປຸ້ນນ້ຳປາ

ເຖິງຈະບອກວ່າເປັນເຂົ້າປຸ້ນນຳປາ ແຕ່ບໍ່ໄດ້ເຮັດມາຈາກປາ ຫຼື ນ້ຳປາແຕ່ຢ່າງໃດ ແຕ່ມັນເຮັດມາຈາກຊີ້ນຄວາຍ ທີ່ຕົ້ມຈົນໄດ້ນ້ຳຊຸບທີ່ມີສີອອກມາຄືນ້ຳປານັ້ນເອງ.
- ແນມຂາວ

ຫຼືຫຼາຍຄົນອາດຈະລຶ້ງເອີ້ນວ່າ ບັນກວນ ແຕ່ຢູ່ຫຼວງພະບາງເອີ້ນແນມຂາວ ມັນຈະແຕກຕ່າງຈາກບັນກວນປົກກະຕິ ຍ້ອນມີຫຼາຍສູດຫຼາຍຮູບແບບ ແລະມີເຄື່ອງຄຽງຫຼາຍຢ່າງມາໃຫ້ນຳ.
- ແນມເຫຼືອງ

ແນມເຫຼືອງ ຫຼືທີ່ຫຼາຍຄົນມັກເອີ້ນກັນວ່າ ບັນແຊ່ວ ແຕ່ມັນຈະແຕກຕ່າງຢູ່ບ່ອນເຮົາສາມາດເລືອກໃສ່ສົ້ມໝູ, ຢໍ ແລະ ຜັກຕ່າງໆ ມັກສຸດແມ່ນມີຜັກນ້ຳໃສ່ ສຸດແຊບແຖມຍັງມີໄຂ່ແດງມັນໆເວລາທີ່ເຮົາຕັກກິນອີກດ້ວຍ.
- ຂົ້ວເຂົ້າປຸ້ນ

ຍ່າງເລາະຕະຫຼາດຕອນເຊົ້າ ສິ່ງໜຶ່ງທີ່ສະດຸດຕາ ກໍຄົງເປັນຮ້ານຂາຍແນວກິນຕ່າງໆ ໜຶ່ງໃນຊາມທີ່ໂດດເດັ່ນທີ່ສຸດໜ້າຈະແມ່ນຂົ້ວເຂົ້າປຸ້ນນີ້ລະ ເພາະປົກກະຕິເຮົາບໍ່ຄ່ອຍໄດ້ເຫັນເຂົ້າປຸ້ນທີ່ເອົາມາຂົ້ວ ເມື່ອຊື້ແລ້ວແມ່ຄ້າຈະຫໍ່ໃສ່ໃບຕອງໃຫ້ ຣົດຊາດແຊບແບບຄາດບໍ່ເຖິງເລີຍ.
- ເຂົ້າໜົມບ້າບິ່ນ

ເຂົ້າໜົມບ້າບິ່ນ ກິນຢູ່ໃສກໍບໍ່ຄືຣົດຊາດດັ້ງເດີມທີ່ຕ້ອງໄດ້ກິນຢູ່ຫຼວງພະບາງເທົ່ານັ້ນ ແປ້ງໜານຸ່ມໃສ່ໝາກພ້າວເນັ້ນໆ.
- ບັນດາເຂົ້າໜົມຕ່າງໆ

ຍ່າງເລາະຕະຫຼາດເຊົ້ານະຄອນຫຼວງພະບາງ ຈະເຫັນແມ່ຄ້າທີ່ເປັນຮຸ່ນແມ່ຕູ້ ວາງກະຕ່າທີ່ເຕັມໄປດ້ວຍເຂົ້າໜົມຕ່າງໆ ບໍ່ວ່າຈະເປັນເຂົ້າໜົມຫົວຫງອກ, ເຂົ້າໜົມມັນຕົ້ນ, ເຂົ້າປາດ… ແລະທັງໝົດນັ້ນກໍເປັນສູດດັ້ງເດີມທີ່ຂາຍມາຫຼາຍສິບປີແລ້ວ. ຄົນທີ່ມາຢືນຖ້າຊື້ເຂົ້າໜົມກໍແມ່ນຂາປະຈຳທີ່ຊື້ກິນມາຫຼາຍປີແລ້ວ ເປັນການຢືນຢັນວ່າຣົດຊາດບໍ່ທຳມະດາແທ້ໆ!
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/