ອັບເດດ iOS 16.4 ເເລະ iPad OS 16.4 ທີ່ມາພ້ອມກັບຟີເຈີເເບບຈັດເຕັມ ເເລະ ການເເກ້ໄຂບັນຫາໃນເຄື່ອງ

ອັບເດດ-ios-16-4-ເເລະ-ipad-os-16-4

ຫຼັງຈາກທີ່ໄດ້ປ່ອຍ Beta ອອກມາໃຫ້ທົດສອບ, ໃນທີ່ສຸດ Apple ກໍໄດ້ປ່ອຍລະບົບປະຕິບັດການ  iOS 16.4 ເເລະ iPad OS 16.4 ສຳລັບ iPad ໂດຍຈະມີລາຍລະອຽດດັ່ງນີ້:

  • iOS 16.4
ອັບເດດ-ios-16-4-ເເລະ-ipad-os-16-4

ລາຍການອັບເດດທີ່ມີການປັບປຸງ ເເລະ ການເເກ້ໄຂຂໍ້ບົກຜ່ອງ:

– ເພິ່ມອີໂມຈິໃໝ່ 21 ເເບບ, ລວມທັງສັດ, ທ່າທາງຂອງມື ແລະ ວັດຖຸໃນແປ້ນພິມອີໂມຈິ.

– ການແຈ້ງເຕືອນສຳລັບແອັບເວັບທີ່ເພີ່ມໃສ່ໜ້າຈໍຫຼັກ.

– ການແຍກສຽງລົບກວນສໍາລັບການໂທຜ່ານ Cellular ຊ່ວຍຮັກສາສຽງຂອງທ່ານໃຫ້ຊັດເຈນເທົ່າທີ່ຈະເປັນໄປໄດ້ ແລະ ສະກັດກັ້ນສຽງລົບກວນທີ່ຢູ່ອ້ອມຕົວທ່ານ.

– ເພີ່ມການ​ຮອງຮັບ​ສໍາ​ລັບ​ການ​ກວດ​ສອບ​ຮູບ​ພາບ​ ແລະ ​ວິ​ດີ​ໂອ​ຊໍ້າ​ກັນ​ໃນ iCloud Photo Library ທີ່​ແບ່ງ​ປັນ​.

– VoiceOver ຮອງຮັບ ສໍາລັບແຜນທີ່ໃນແອັບສະພາບອາກາດ

– ການ​ຕັ້ງ​ຄ່າ​ການຊ່ວຍໃນການ​ເຂົ້າ​ເຖິງ​ ສໍາ​ລັບ​ການ​ເຮັດ​ໃຫ້​ວິ​ດີ​ໂອ​ມືດ​ລົງອັດ​ຕະ​ໂນ​ມັດ​ໃນ​ເວ​ລາ​ກວດພົບເເສງທີ່ເເຈ້ງເກີນໄປ​.

– ແກ້​ໄຂ​ບັນ​ຫາ​ທີ່ການສະເເດງ​ການ​ຮ້ອງ​ຂໍ​ “ຂໍອະນຸຍາດຊື້” ຈາກລູກຫຼານຂອງທ່ານທີ່ບໍ່ສະແດງຂຶ້ນໃນອຸປະກອນຂອງພໍ່ແມ່.

– ແກ້ໄຂບັນຫາທີ່ອາດຈະເຮັດໃຫ້ເຄື່ອງຄວບຄຸມອຸນຫະພູມທີ່ໃຊ້ງານຮ່ວມກັບ Matter ບໍ່ຕອບສະໜອງໃນຂະນະທີ່ຈັບຄູ່ກັບແອັບ Home

– ການ​ປັບ​ປະ​ສິດ​ທິ​ພາບ​ສໍາ​ລັບ​ການ​ຊອກ​ຫາ collision ກ່ຽວ​ກັບ iPhone 14 ແລະ iPhone 14 Pro ຮຸ່ນອື່ນໆ​.

  • iPadOS 16.4

– ເພິ່ມອີໂມຈິໃໝ່ 21 ເເບບ, ລວມທັງສັດ, ທ່າທາງຂອງມື ແລະ ວັດຖຸໃນແປ້ນພິມ emoji.

– Apple Pencil ເພີ່ມການຮອງຮັບການອຽງ ແລະ ມຸມຂອງທິດທາງເມື່ອປາຍບິກຖືກຍົກຂຶ້ນ ເພື່ອໃຫ້ທ່ານສາມາດສະແດງຕົວຢ່າງຈຸດທີ່ທ່ານເຮັດເຄື່ອງໝາຍໄວ້ໃນມຸມໃດມຸມໜຶ່ງກ່ອນທີ່ທ່ານຈະສ້າງພວກມັນໃນ Notes ໄດ້. ນອກຈາກນີ້ຍັງຮອງຮັບເເອັບໃນ iPad Pro 11 ນິ້ວ (ຮຸ່ນທີ 4) ແລະ iPad Pro 12.9 ນິ້ວ (ຮຸ່ນທີ 6).

– ການແຈ້ງເຕືອນສຳລັບແອັບເວັບທີ່ເພີ່ມໃສ່ໜ້າຈໍຫຼັກ.

– ເພີ່ມການ​ຮອງຮັບ​ສໍາ​ລັບ​ການ​ກວດ​ສອບ​ຮູບ​ພາບ ​ແລະ ​ວິ​ດີ​ໂອ​ຊໍ້າ​ກັນ​ໃນ iCloud Photo Library ທີ່​ແບ່ງ​ປັນ​.

– VoiceOver ຮອງຮັບ ສໍາລັບແຜນທີ່ໃນແອັບສະພາບອາກາດ.

– ການ​ຕັ້ງ​ຄ່າ​ການຊ່ວຍໃນການ​ເຂົ້າ​ເຖິງ​ ສໍາ​ລັບ​ການ​ເຮັດ​ໃຫ້​ວິ​ດີ​ໂອ​ມືດ​ລົງອັດ​ຕະ​ໂນ​ມັດ​ໃນ​ເວ​ລາ​ກວດພົບເເສງທີ່ເເຈ້ງເກີນໄປ​.

– ແກ້​ໄຂ​ບັນ​ຫາ​ການ​ຕອບ​ສະ​ໜອງຂອງ Apple Pencil ທີ່​ສາ​ມາດ​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ການ​ແຕ້ມ​ຮູບ ​ຫຼື ​ການ​ຂຽນ​ໃນ app Notes.

– ແກ້​ໄຂ​ບັນ​ຫາ​ທີ່ການສະເເດງ​ການ​ຮ້ອງ​ຂໍ​ “ຂໍອະນຸຍາດຊື້” ຈາກລູກຫຼານຂອງທ່ານທີ່ບໍ່ສະແດງຂຶ້ນໃນອຸປະກອນຂອງພໍ່ແມ່.

– ແກ້ໄຂບັນຫາທີ່ອາດຈະເຮັດໃຫ້ເຄື່ອງຄວບຄຸມອຸນຫະພູມທີ່ໃຊ້ງານຮ່ວມກັບ Matter ບໍ່ຕອບສະໜອງໃນຂະນະທີ່ຈັບຄູ່ກັບແອັບ Home

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/