ອັດຕາເງິນເຟີ້ ເດືອນກໍລະກົດ 2024 ຍັງສືບຕໍ່ເໜັງຕີງເພີ່ມຂຶ້ນຈາກເດືອນຜ່ານມາ ຢູ່ໃນລະດັບ 26,1% (ເດືອນມິຖຸນາ 2024 ຢູ່ໃນລະດັບ 26,2%). ທ່າມກາງ ການອ່ອນຄ່າຂອງເງິນກີບ ແລະ ລາຄານໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນໃນທົ່ວໂລກ.

ອີງຕາມສະຖິຕິຈາກ ສູນສະຖິຕິແຫ່ງຊາດ,  ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງແມ່ນ ໝວດ ຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 39,9%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 34,4%, ໝວດທີ່ພັກ ອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 34,1%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 30,1%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 29,4%, ສໍາລັບໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 23,4%.

ເງິນກີບອ່ອນຄ່າ ແລະ ອັດຕາແລກປ່ຽນທີ່ມີຄວາມຜັນຜວນ ຖືເປັນປັດໄຈຫຼັກ ຕໍ່ອັດຕາເງິນເຟີ້ ເນື່ອງຈາກວ່າ ສປປ ລາວ ເປັນປະເທດທີ່ເພິ່ງພາການນຳເຂົ້າກວ່າ 60-70%, ນອກຈາກນີ້ຍັງຄວາມສາມາດໃນການແຊກແຊງອັດຕາແລກປ່ຽນເນື່ອງຈາກ ຄັງສຳຮອງມີຈຳກັດ, ຖານການຜະລິດພາຍໃນຍັງບໍ່ເຂັ້ມແຂງ, ລາຄານໍ້າມັນທີ່ເພີ່ມສູງຂຶ້ນ ເຮັດໃຫ້ຫຼາຍຂະແໜງການຕ້ອງແບກຮັບພາລະຕົ້ນທືນທີ່ສູງຂຶ້ນ.

ເມື່ອສັງເກດການປ່ຽນແປງຂອງລາຄາເດືອນ ກໍລະກົດ 2024 ໃສ່ກັບ ເດືອນ ຜ່ານມາ ເຫັນວ່າອັດຕາເງິນ ເຟີ້ຍັງມີທ່າອ່ຽງເໜັງຕີງເພີ່ມຂຶ້ນຢູ່ໃນລະດັບ 2,2% (ເດືອນມິຖຸນາ ເພີ່ມຂຶ້ນ 2,3%). ໃນນັ້ນ, ໝວດສິນຄ້າທີ່ມີ ການປ່ຽນແປງຫຼາຍແມ່ນ ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 3,8%, ພົ້ນເດັ່ນແມ່ນລາຄາ ນໍ້າມັນເຊື້ອ ໄຟ (3,7%), ລົດໃຫຍ່ (3,9%), ລົກຈັກ (2,7%), ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 3,6% ພົ້ນເດັ່ນ ແມ່ນ ລາຄາ ຢາປາຣາ (3,6%), ຢາແກ້ໄຂ້ເດັກນ້ອຍ (3,8%), ຢາແກ້ໄອເດັກນ້ອຍ (3,6%), ໝວດເຄື່ອງໃຊ້ໃນ ເຮືອນ ເພີ່ມຂຶ້ນ 3,4% ພົ້ນເດັ່ນແມ່ນ ແອເຢັນ (11,5%), ແຟັບ (10,5%), ພັດລົມ (7,1%), ຕູ້ເຢັນ (6,2%), ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 3,2% ພົ້ນເດັ່ນແມ່ນລາຄາ ປີ້ງໄກ່ (7%) ເຝີ (3,5%) ເຂົ້າພັດ (2,5%).

ທີ່ມາ: ສູນສະຖິຕິແຫ່ງຊາດ