ໃນວັນສຸກ ທີ 2 ກັນຍາ 2022 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຜູ້ພິພາກສາສານມຽນມາມີຄໍາສັ່ງຕັດສິນວ່າ ນາງ ອອງຊານ ຊູຈີ ອະດີດຜູ້ນຳມຽນມາມີຄວາມຜິດໃນຂໍ້ຫາສໍ້ໂກງການເລືອກຕັ້ງຕັ້ງແຕ່ເດືອນພະຈິກ 2020 ເນື່ອງຈາກວ່າພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NLD ທີ່ມີອອງຊານ ຊູຈີເປັນຜູ້ນໍາໄດ້ຮັບໄຊຊະນະ ແລະສາມາດຄອງສຽງຂ້າງຫຼາຍໃນລັດຖະສະພາມາຢ່າງຫຼວງຫຼາຍ ຈົນເຮັດໃຫ້ພັກຄູ່ແຂ່ງທີ່ສ້າງຕັ້ງໂດຍກອງທັບທີ່ມີອໍານາດປະລາໄຊໄປ.

ຜູ້ພິພາກສາຍັງຕັດສິນລົງໂທດຈໍາຄຸກ ອອງຊານ ຊູຈີ ເປັນເວລາ 3 ປີພ້ອມກັບໃຊ້ແຮງງານໜັກ ແຕ່ແຫຼ່ງຂ່າວທີ່ບໍ່ໄດ້ເປີດເຜີຍນາມ ກ່າວວ່າຍັງບໍ່ຊັດເຈນວ່າຈະລົງໂທດໃຊ້ແຮງງານໜັກໃນຮູບແບບໃດ. ນອກຈາກນີ້ ວິນມິນ ອະດີດປະທານາທິບໍດີຂອງມຽນມາກໍເປັນຈໍາເລີຍຮ່ວມ ແລະຮັບໂທດເຊັ່ນດຽວກັນກັບ ອອງຊານ ຊູຈີ.

ກ່ອນໜ້ານີ້ ອອງຊານ ຊູຈີ ໃນໄວ 76 ປີຕ້ອງໄດ້ຮັບການເຂົ້າໄຕ່ສວນຫຼາຍຂໍ້ຫາຕະຫຼອດໄລຍະເວລາກວ່າ 1 ປີ ບໍ່ວ່າຈະເປັນຂໍ້ຫາສໍ້ລາດບັງຫຼວງ, ທຸຈະລິດການເລືອງຕັ້ງ ໄປຈົນຮອດເປີດເຜີຍຄວາມລັບຂອງຊາດ ເຊິ່ງມີໂທດຈໍາຄຸກລວມກັນຫຼາຍກວ່າ 190 ປີ ແຕ່ທາງດ້ານ ອອງຊານ ຊູຈີ ໄດ້ປະຕິເສດທຸກຂໍ້ກ່າວຫາ ແລະມາຮອດປັດຈຸບັນນີ້ ອອງຊານ ຊູຈີ ຖືກສານຕັດສິນຄວາມຜິດໄປຫຼາຍຄະດີແລ້ວ ແລະຖືກໂທດຈໍາຄຸກຫຼາຍກວ່າ 17 ປີ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment