ຫຼຽນ memes ຄອງແຊ້ມ! ເປີດເຜີຍກຸ່ມຂອງຫຼຽນທີ່ໃຫ້ຜົນຕອບແທນດີທີ່ສຸດໃນເຄິ່ງທໍາອິດຂອງປີ 2024


ຕະຫຼາດ cryptocurrency ໃນປີ 2024 ປຽບສະເໝືອນລົດໄຟຟ້າເຫາະທີ່ມີການຂຶ້ນລົງຢ່າງຮຸນແຮງ. ສົ່ງຜົນໃຫ້ນັກລົງທຶນຕ່າງກໍຊອກຫາໂອກາດທີ່ຈະລົງທຶນໃນຫຼຽນທີ່ໃຫ້ຜົນຕອບແທນສູງທີ່ສຸດ.

ບົດ​ຄວາມ​ນີ້​ຈະ​ພາ​ທ່ານ​ໄປ​ເບິ່ງ​ວ່າ​ ຫຼຽນ crypto ໃດທີ່ຈະໃຫ້ຜົນຕອບແທນທີ່ດີທີ່ສຸດໃນເຄິ່ງທໍາອິດຂອງປີ 2024?

ອີງຕາມຂໍ້ມູນຈາກ BitEye, CoinGecko ແລະ Wu Blockchain ລາຍງານ:

  • ໃນກຸ່ມ memecoin ຄອງອັນດັບທີ 1 ດ້ວຍສະຖິຕິຜົນຕອບແທນ 1,834% ຕັ້ງແຕ່ຕົ້ນປີ 2024.
  • ອັນດັບທີ 2 ແມ່ນກຸ່ມ Tokenized Realworld Asset ທີ່ໃຫ້ຜົນຕອບແທນ 214%.
  • ຖັດມາແມ່ນກຸ່ມໂຄງການ AI blockchain ທີ່ໃຫ້ຜົນຕອບແທນ 72%.
  • DePIN ເຄືອຂ່າຍໂຄງສ້າງພື້ນຖານທາງກາຍຍະພາບແບບ Decentralize  ສ້າງຜົນຕອບແທນໃຫ້ນັກລົງທຶນ 59%.

ໃນຂະນະທີ່ຊັບສິນດິຈິຕອນຫຼັກໆເຊັ່ນ Bitcoin ແລະ Ethereum ຍັງຄົງເຮັດຜົນງານໄດ້ດີຢ່າງຕໍ່ເນື່ອງ. ໂດຍ ETH ເຮັດລາຄາເພີ່ມຂຶ້ນ 50% ນັບຕັ້ງແຕ່ຕົ້ນປີ, ສ່ວນ Bitcoin ນັ້ນໃຫ້ຜົນຕອບແທນປະມານ 45%.

ນອກຈາກນີ້, ແພລັດຟອມ layer-1 ຍັງໃຫ້ຜົນຕອບແທນສະເລ່ຍ 43%. ກຸ່ມອື່ນໆໃນຕະຫຼາດເຊັ່ນ: Gamefi ແລະ Defi ກໍເຮັດຜົນງານໄດ້ບໍ່ຄ່ອຍດີເທົ່າໃດ, ໂດຍຜົນຕອບແທນພຽງແຕ່ 19% ແລະ 3% ຕາມລໍາດັບ.

ສ່ວນກຸ່ມ layer-2 ໄດ້ປະເຊີນກັບການຫຼຸດລົງຢ່າງຮຸນແຮງ, ເຮັດໃຫ້ຜົນງານອອກມາຕິດລົບປະມານ 41% ໂດຍສະເລ່ຍ.

ກະແສຄວາມນິຍົມໃນ Memecoin ທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ໄດ້ສົ່ງຜົນໃນທາງບວກໃຫ້ກັບເຄືອຂ່າຍ Solana. ໃນເດືອນພຶດສະພາ ມີ 541,000 ໂຄງການຫຼຽນ meme ເກີດໃໝ່ທີ່ສ້າງຂຶ້ນໃນ Solana blockchain.

ຄົນດັງ ແລະ ຜູ້ມີອິດທິພົນໃນໂລກອອນລາຍເຊັ່ນ: Andrew Tate, rapper Lil Pump ແລະ Iggy Azalea ທັງໝົດໄດ້ມຸ່ງໜ້າໄປຍັງ Solana ເພື່ອເປີດຕົວ memecoin ຂອງພວກເຂົາ.

ຢ່າງໃດກໍຕາມ, ມີຫຼາຍໂຄງການກຸ່ມຫຼຽນ meme ທີ່ມີຊື່ສຽງຖືກ​ກ່າວ​ຫາມີກິດຈະກໍາການຊື້ຂາຍພາຍໃນ ແລະ ໃນບາງກໍລະນີມີແຜນການ “Pump and Dump” ຫຼື ການກົດດັນລາຄາຂອງຫຼຽນໃຫ້ສູງຂຶ້ນ ແລະ ເຮັດໃຫ້ລາຄາຂອງມັນຫຼຸດລົງຢ່າງໄວວາ.

Tokenized Real-world asset ແມ່ນໂຄງການທີ່ແປງສິນຊັບໃນໂລກຄວາມເປັນຈິງໃຫ້ກາຍເປັນສິນຊັບດິຈິຕອນຜ່ານເຕັກໂນໂລຊີ Blockchain. ໃນປັດຈຸບັນ, crypto ກຸ່ມນີ້ໄດ້ຮັບຄວາມສົນໃຈຫຼາຍຈາກນັກລົງທຶນສະຖາບັນ ແລະ ທະນາຄານ.

ເຖິງແມ່ນວ່າກຸ່ມ Tokenized Real-world asset ຢູ່ໃນອັນດັບທີ 2, ແຕ່ມັນກໍຖືກເຫັນວ່າເປັນໂຄງການ crypto ຊັ້ນນໍາໃນໂລກ crypto ກຸ່ມໃໝ່ທີ່ອາດຈະມີມູນຄ່າຕະຫຼາດຫຼາຍເຖິງ 874 ພັນຕື້ໂດລາ, ໃນຍາມທີ່ສິນຊັບເຊັ່ນ: ຮຸ້ນ, ພັນທະບັດລັດຖະບານ, ກອງທຶນລວມ, ແລະ ອະສັງຫາລິມະສັບໄດ້ຍ້າຍເຂົ້າໄປໃນໂລກ blockchain

ທີ່ມາ:

cointelegraph.

cointelegraph.2

wublock.substack

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/