ຂີ້ເຫຍື້ອພລາສຕິກເປັນໜຶ່ງໃນສາເຫດທີ່ເຮັດໃຫ້ໂລກຂອງເຮົາຮ້ອນຂຶ້ນ. ປັດຈຸບັນ ຫຼາຍປະເທດທົ່ວໂລກໄດ້ຕື່ນຕົວ ແລະ ລົດຜ່ອນການນຳໃຊ້ພລາສຕິກຢ່າງເຂັ້ມງວດ. ລວມທັງການສັ່ງຫ້າມພລາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມ ເຊິ່ງຈະມີປະເທດໃດແດ່ນັ້ນໄປເບິ່ງກັນເລີຍ.
ລັດຖະບານອິນເດຍໄດ້ປະກາດຫ້າມໃຊ້ພລາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມ ເຊິ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກໍລະກົດ ປີ 2022 ເປັນຕົ້ນໄປ. ຂີ້ເຫຍື້ອພລາສຕິກນັ້ນເປັນແຫຼ່ງມົນລະພິດທີ່ສໍາຄັນໃນປະເທດອິນເດຍ, ໂດຍໃນແຕ່ລະປີອິນເດຍຈະສ້າງຂີ້ເຫຍື້ອພລາສຕິກໄດ້ເຖິງ 4,1 ລ້ານໂຕນຕໍ່ປີ. ເພື່ອແກ້ບັນຫາຂີ້ເຫຍື້ອພລາສຕິກດັ່ງກ່າວລັດຖະບານອິນເດຍໄດ້ວາງເປົ້າໝາຍວ່າພາຍໃນປີ 2026 – 2027, ຂະແໜງການຜະລິດຕ້ອງນຳຂີ້ເຫຍື້ອພລາສຕິກໄປຣີໄຊເຄິນໃຫ້ໄດ້ 100%.
ໃນປະເທດອັງກິດ ໄດ້ມີການປະກາດຫ້າມໃຊ້ບ່ວງ, ສ້ອມ, ຈານ ແລະ ສິ່ງຂອງອື່ນໆທີ່ເປັນພລາສຕິກແບບໃຊ້ແລ້ວຖິ້ມ ຕັ້່ງແຕ່ເດືອນຕຸລາ ປີ 2023 ເປັນຕົ້ນໄປ ແລະ ໃຫ້ຫັນມາໃຊ້ວັດສະດຸທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບແທນ ໂດຍມີເປົ້າໝາຍໃນການກຳຈັດຂີ້ເຫຍື້ອພລາສຕິກແບບໃຊ້ແລ້ວຖິ້ມໃຫ້ໝົດໄປພາຍໃນປີ 2042.

ໃນປະເທດຮ່ອງກົງກໍມີແນວຄິດທີ່ຈະສັ່ງຫ້າມໃຊ້ບ່ວງສ້ອມທີ່ເປັນພລາສຕິກຢູ່ໃນຮ້ານອາຫານພາຍໃນປີ 2025, ໂດຍຈະເລີ່ມການໃຊ້ພລາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມ ເຊິ່ງມີກຳນົດການເລີ່ມໃຊ້ມາດຕະການນີ້ພາຍໃນໄຕມາດທີ 4 ຂອງ ປີ 2023.
ໃນຕົວເມືອງໃຫຍ່ໆຂອງຈີນເຊັ່ນ: ປັກກິ່ງ ແລະ ຊຽງໄຮ ກໍໄດ້ສັ່ງຫ້າມການນໍາເຂົ້າຂີ້ເຫຍື້ອພລາສຕິກຈາກຕ່າງປະເທດຕັ້ງແຕ່ປີ 2017 ແລະ ມີກຳນົດການຫ້າມໃຊ້ພລາສຕິກໃນທົ່ວປະເທດພາຍໃນປີ 2025.
ປະເທດໄທມີປະລິມານການນໍາໃຊ້ຖົງພລາສຕິກ ສູງເຖິງ 45.000 ລ້ານຕໍ່ປີ, ເຮັດໃຫ້ຂີ້ເຫຍື້ອພລາສຕິກມີເຖິງ 80 ລ້ານຊິ້ນຕໍ່ມື້. ສະນັ້ນ, ຈຶ່ງເຮັດໃຫ້ມີແຜນ roadmap ກໍາຈັດຂີ້ເຫຍື້ອພລາສຕິກ ແລະ ມີເປົ້າໝາຍທີ່ຈະນໍາເອົາຂີ້ເຫຍື້ອພລາສຕິກກັບມາໃຊ້ປະໂຫຍດໃຫ້ໄດ້ຄືນ 100% ໃນປີ 2027, ໂດຍຄາດວ່າຈະລົດປະລິມານຂີ້ເຫຍື້ອພລາສຕິກໄດ້ປະມານ 0,78 ລ້ານໂຕນຕໍ່ປີ.

ປະເທດມາເລເຊຍນໍາໃຊ້ພລາສຕິກ 148.000 ໂຕນ ສໍາລັບການຫຸ້ມຫໍ່ອາຫານພຽງຢ່າງດຽວໃນປີ 2020. ເຮັດໃຫ້ລັດຖະບານມາເລເຊຍມີເປົ້າໝາຍໃນການຫ້າມໃຊ້ຖົງພລາສຕິກທົ່ວທຸກພາກທຸລະກິດໃນທົ່ວປະເທດພາຍໃນປີ 2025 . ໂດຍຈະເລີ່ມຈາກສະຖານທີ່ຕັ້ງທຸລະກິດທີ່ແນ່ນອນເຊັ່ນ: ສູນການຄ້າ ແລະ ຮ້ານຄ້າບາງແຫ່ງ ແລ້ວຈະຂະຫຍາຍໄປສູ່ສະຖານທີ່ຕັ້ງທຸລະກິດອື່ນໆ ຫຼັງຈາກນຳໄປໃຊ້ໃນຮ້ານຄ້າທັງໝົດພາຍໃນປີ 2025. ເຊິ່ງເປັນແຜນການໄລຍະຍາວເພື່ອກຳຈັດມົນລະພິດທີ່ເກີດຈາກພລາສຕິກທີ່ໃຊ້ເທື່ອດຽວແລ້ວຖິ້ມໃນມາເລເຊຍ.
“ຂີ້ເຫຍື້ອພລາສຕິກ” ກາຍເປັນໜຶ່ງໃນບັນຫາສິ່ງແວດລ້ອມອັນດັບໜຶ່ງຂອງໂລກ ເພາະຕ້ອງໃຊ້ເວລາຍ່ອຍສະຫຼາຍຫຼາຍກວ່າ 400–450 ປີ, ດັ່ງນັ້ນຫຼາຍປະເທດຈຶ່ງພະຍາຍາມຫາວິທີລົດຜ່ອນ ແລະ ຢຸດການນຳໃຊ້ຖົງຢາງ ຫຼື “ຂີ້ເຫຍື້ອພລາສຕິກ” ແບບໃຊ້ຄັ້ງດຽວແລ້ວຖິ້ມ. ໂດຍຕັ້ງເປົ້າໝາຍວ່າຈະຕ້ອງໄດ້ປະຕິບັດ ໂດຍອາໄສ ການຮ່ວມມືຈາກຫຼາຍຂະແໜງການ, ລວມທັງພາກລັດ, ເອກະຊົນ ແລະ ປະຊາຊົນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/