ຫວຽດເຈັດໄດ້ຮັບການຍົກຍ້ອງເປັນໜຶ່ງໃນ 50 ບໍລິສັດຈົດທະບຽນຊັ້ນນຳຂອງຫວຽດນາມອີກຄັ້ງ


(ນະຄອນຫຼວງວຽງຈັນ, 04 ກໍລະກົດ 2024) – Vietjet ໄດ້ເປັນໜຶ່ງໃນລາຍຊື່ 50 ບໍລິສັດຈົດທະບຽນຊັ້ນນຳປະຈຳປີ 2024 ຂອງວາລະສານ Forbes Vietnam ເຊິ່ງເປັນການຈັດອັນດັບບໍລິສັດຊັ້ນນຳຈາກຫຼາກຫຼາຍອຸດສາຫະກຳໃນຕະຫຼາດຫຼັກຊັບຂອງປະເທດຫວຽດນາມ.

ຈາກການລາຍງານທາງດ້ານການເງິນທີ່ຜ່ານການກວດສອບປະຈຳປີ 2023 ຂອງ Vietjet ແມ່ນໄດ້ຕິດອັນດັບ 5 ໃນດ້ານລາຍຮັບ ໂດຍມີຍອດລວມຢູ່ທີ່ 58.3 ລ້ານລ້ານດົງ (ປະມານ 2.28 ພັນລ້ານໂດລາສະຫາລັດ) ເຊິ່ງສະທ້ອນໃຫ້ເຫັນການເຕີບໃຫຍ່ທີ່ດີຂຶ້ນເຖິງ 45% ເມື່ອທຽບເປັນລາຍປີ. ບໍລິສັດທີ່ຕິດ 10 ອັນດັບທຳອິດຂອງປະເທດຫວຽດນາມໄດ້ແກ່ Petrolimex, Hoa Phat PV Gas, Vinamilk ແລະ FPT ເປັນຕົ້ນ.

Vietjet ສືບຕໍ່ຟື້ນຟູຢ່າງແຂງແຮງພາຍຫຼັງສະຖານະການ COVID-19. ເຊິ່ງ​ໄດ້​ເສີມ​ສ້າງ​ເຄືອ​ຂ່າຍ​ການ​ບິນ​ພາຍ​ໃນ​ປະ​ເທດ​ ແລະ​ ຂະ​ຫຍາຍ​ການ​ດໍາ​ເນີນ​ງານ​ການ​ບິນລະຫວ່າງປະເທດ​ລວມທັງເສັ້ນທາງໃນປະເທດລາວ ​ເຊິ່ງ​ເຊື່ອມ​ຕໍ່​ລະຫວ່າງນະຄອນຫຼວງ​ວຽງ​ຈັນ​ ແລະ ​ນະຄອນ​ໂຮ່ຈິ​ມິນ ດ້ວຍ​ຖ້ຽວ​ບິນ​ໄປ​ກັບ 4 ຖ້ຽວ​ຕໍ່​ອາທິດ ​ໃນ​ວັນ​ຈັນ, ພຸດ, ສຸກ ​ແລະ ວັນ​ອາ​ທິດ, ດ້ວຍ​ເວລາ​ໃນການເດີນທາງພຽງ 1 ຊົ່ວ​ໂມງ 45 ນາທີ. ​ໃນ​ປີ​ທີ່ຜ່ານມາ​ນີ້, ສາຍ​ການ​ບິນ​ໄດ້ດຳເນີນການ​ບິນ 133,000 ຖ້ຽວ ​ແລະ ​ໄດ້​ຮັບ​ຜູ້​ໂດຍສານ 25,3 ລ້ານ​​ຄົນ. ເພີ່ມຂຶ້ນ 183% ເມື່ອທຽບເປັນລາຍປີ ໂດຍມີຜູ້ໂດຍສານຫຼາຍກວ່າ 7.6 ລ້ານຄົນໃນເສັ້ນທາງລະຫວ່າງປະເທດ. ນອກຈາກນີ້, Vietjet ຍັງ​ສຸມ​ໃສ່ການ​ປັບປຸງ​ເຮືອ​ບິນ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມທີ່ຄໍານຶງເຖິງເປົ້າໝາຍການພັດທະນາແບບຍືນຍົງ ການມີປະສິດທິພາບຂອງນໍ້າມັນເຊື້ອໄຟ ແລະ ການລິເລີ່ມເພື່ອຫຼຸດຜ່ອນການປ່ອຍມົນລະພິດ.

ນອກຈາກນັ້ນ, Vietjet ຍັງ​ໄດ້​ຮັບ​ເຄຣດິດ (Credit) ຂອງ VnBBB-, ​ເຊິ່ງເປັນ​ເຄຣດິດ (Credit) ​ສູງ​ສຸດ​ໃນ​ບັນດາ​ບໍລິສັດ​ຫວຽດນາມ ຕາມມາດຕະຖານຂອງກະຊວງການເງິນຫວຽດນາມ.

ການຖືກລວມເຂົ້າຢູ່ໃນ 50 ບໍລິສັດທີ່ຈົດທະບຽນຂອງວາລະສານ Forbes ປະເທດຫວຽດນາມໃນປີ 2024 ເປັນຈຸດເດັ່ນທີ່ຕາມມາຫຼັງຈາກຫວຽດເຈັດໄດ້ຮັບຮາງວັນ ແລະ ການຍອມຮັບທີ່ຫຼາກຫຼາຍເຊັ່ນ: ໄດ້ຮັບການສະເໜີຊື່ເປັນໜຶ່ງໃນ 50 ສາຍການບິນທີ່ດີທີ່ສຸດໃນໂລກດ້ານການເງິນ ແລະ ການດໍາເນີນງານທີ່ເຂັ້ມແຂງຈາກວາລະສານ Airfinance Journal.

VietJet ຍັງ​ໄດ້​ຮັບ​ການ​ຍົກຍ່ອງວ່າ​ເປັນ​ໜຶ່ງ​ໃນ 50 ແບຣນທີ່​ມີ​ມູນ​ຄ່າ​ທີ່​ສຸດ​ໃນປະເທດ​ຫວຽດນາມ 50 ບໍລິສັດ​ທີ່​ມີ​ປະສິດທິ​ຜົນ​ດີ​ທີ່​ສຸດໃນປະເທດ​ຫວຽດນາມ ​ແລະ 10 ບໍລິສັດ​ທີ່​ມີ​ການ​ຄຸ້ມ​ຄອງ​ບໍລິຫານ​ວິ​ສາ​ຫະກິດ​ດີ​ທີ່​ສຸດ​ຢູ່​ຕະຫຼາດ​ຫຼັກ​ຊັບ​ໃນປະເທດ​ຫວຽດນາມ ແລະ ເປັນໜຶ່ງໃນ 20 ບໍລິສັດຈົດທະບຽນທີ່ມີຄະແນນຄວາມຍືນຍົງສູງສຸດຕາມທິ່ກໍານົດໂດຍ HOSE.

ຂໍ້ມູນເພີ່ມເຕີມທີ່  www.vietjetair.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/