ເພື່ອຕອບສະໜອງກັບສິ່ງທ້າທາຍຂອງບັນດາວິສາຫະກິດ ແລະ ປະຊາຊົນ, ລັດຖະບານຫວຽດນາມ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ເພື່ອຂໍອະນຸຍາດໃຫ້ຂະຫຍາຍຫຼຸດອາກອນມູນຄ່າເພີ່ມ 2% ໃຫ້ເຫຼືອ 10% ສຳລັບບາງປະເພດສິນຄ້າ ແລະ ການບໍລິການໃນ 6 ເດືອນທ້າຍປີນີ້.
ອີງຕາມການລາຍງານຂອງສື່ມວນຊົນທ້ອງຖິ່ນ HANOI TIMES ລັດຖະບານໄດ້ຕີລາຄາວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນຮ້າຍແຮງ ແລະ ແກ່ຍາວ, ສົມທົບກັບບັນດາຜົນກະທົບດ້ານວັດຖຸປະສົງອື່ນໆ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ບັນດາຂົງເຂດເສດຖະກິດ – ສັງຄົມ. ທຸກຂະແໜງການໄດ້ຮັບຜົນກະທົບຢ່າງເລິກເຊິ່ງ ຈຶ່ງຈຳເປັນຕ້ອງມີການຜ່ອນຜັນເລື່ອງອາກອນມູນຄ່າເພີ່ມ.
ໃນໄລຍະທີ່ຜ່ານມາ ນະໂຍບາຍການຫຼຸດອາກອນມູນຄ່າເພີ່ມ 2% ຕັ້ງແຕ່ ແຕ່ວັນທີ 1 ມັງກອນຫາວັນທີ 30 ມິຖຸນານີ້ ຄິດເປັນມູນຄ່າປະມານ 984 ລ້ານໂດລາສະຫະລັດ; ການຫຼຸດພາສີປົກປັກຮັກສາສິ່ງແວດລ້ອມນ້ຳມັນເຊື້ອໄຟ, ນ້ຳມັນ ໃນປີ 2024 ບັນລຸປະມານ 1,67 ຕື້ໂດລາສະຫະລັດ; ການຫຼຸດຄ່າທຳນຽມລວມແມ່ນປະມານ 3,93 ຕື້ໂດລາສະຫະລັດ.
ໂດຍ Vietnam News ລາຍງານວ່າ ການເຄື່ອນໄຫວດັ່ງກ່າວຈະຊ່ວຍຫຼຸດຜ່ອນຄວາມກົດດັນຄ່າໃຊ້ຈ່າຍສໍາລັບທຸລະກິດ ແລະ ກະຕຸ້ນການບໍລິໂພກ, ສ້າງກໍາລັງຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ.
ສິ່ງດັ່ງກ່າວໄດ້ສະໜັບສະໜູນຊ່ວຍບັນດາບໍລິສັດ ແລະ ປະຊາຊົນຮັກສາສະຖຽນລະພາບການຜະລິດ, ດຳເນີນທຸລະກິດ ແລະ ຍົກລະດັບຊີວິດການເປັນຢູ່, ປະກອບສ່ວນຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ພ້ອມທັງສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຟື້ນຟູເສດຖະກິດ ແລະ ການເຕີບໂຕພາຍຫຼັງ COVID.
ຕາມການຄິດຄຳນວນຂອງລັດຖະບານ ຫວຽດນາມ, ການປະຕິບັດນະໂຍບາຍຫຼຸດພາສີອາກອນມູນຄ່າ 2% ໃນ 6 ເດືອນທ້າຍປີຈະຫຼຸດລາຍຮັບຂອງລັດປະມານ 240 ຕື້ດົ່ງ ຫຼື ປະມານ944,7 ລ້ານໂດລາສະຫະລັດ, ເທົ່າກັບ 4 ຕື້ດົ່ງ ຫຼື 157,4 ລ້ານໂດລາສະຫະລັດ ຕໍ່ເດືອນ.
https://hanoitimes.vn/vietnamese-govt-to-continue-vat-cut-for-second-half-of-2024-326762.html
Businesses and people expect VAT cut extension to be approved (vietnamnews.vn)
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/