ຫວຽດນາມສ່ຽງສູນເສຍເມັດເງິນລົງທຶນຈາກຕ່າງປະເທດ ຫຼັງຈາກລັດຖະບານບໍ່ສະເໜີມາດຕະການຊົດເຊີຍພາສີໃໝ່


ຫວຽດນາມ​ຕ້ອງປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ສູນ​ເສຍ​ເມັດເງິນລົງທຶນ​ຈາກ​ຕ່າງປະ​ເທດ. ຫຼັງຈາກລັດຖະບານໄດ້ຕັດສິນໃຈບໍ່ໃຫ້ເງິນອຸດໜູນແກ່ບໍລິສັດຕ່າງໆ ​ເພື່ອ​ຊົດ​ເຊີຍ​ພາລະ​ພາສີ​ທີ່​ເພີ່ມ​ຂຶ້ນ​ຈາກ​ການ​ເພີ່ມ​ອັດຕາ​ພາສີ​ລາຍ​ຮັບ​ວິ​ສາ​ຫະກິດຂັ້ນ​ຕ່ຳ​​ທົ່ວ​ໂລກ (Global Minimum Tax) ຂຶ້ນ​ເປັນ 15%, ເຊິ່ງມີ​ຜົນ​​ນັບ​ແຕ່​ເດືອນ​ມັງກອນ ​ປີ 2023.

ສົ່ງຜົນໃຫ້ນັກລົງທຶນຕ່າງປະເທດຈໍານວນຫຼາຍ ທີ່ດຳເນີນທຸລະກິດຢູ່ຫວຽດນາມ ຫຼື ວາງແຜນທີ່ຈະເຂົ້າມາລົງທຶນ ຕ່າງກໍສະແຫວງຫາເງິນອຸດໜຸນເພື່ອຊ່ວຍຊົດເຊີຍຄ່າໃຊ້ຈ່າຍໃນການເກັບພາສີທີ່ເພີ່ມຂຶ້ນ ແລະ ເມື່ອບໍ່ໄດ້ຮັບ, ຈຶ່ງຫັນປ່ຽນໄປລົງທຶນຢູ່ປະເທດອື່ນແທນ.

ສຳລັບຕົວຢ່າງທີ່ຊັດເຈນຄື AT&S, ບໍລິສັດ semiconductor ອອສເຕຣຍ. ໃນເບື້ອງຕົ້ນທີ່ມີແຜນການລົງທຶນຢູ່ຫວຽດນາມ, ແຕ່​ທ້າຍ​ທີ່​ສຸດ​ໄດ້​ຍ້າຍ​ໄປ​ມາ​ເລ​ເຊຍ​. ເນື່ອງຈາກຫວຽດນາມບໍ່​ໄດ້ນຳ​ສະ​ເໜີ​ສິ່ງ​ຈູງ​ໃຈຕ່າງໆ ຫຼື ມີຈໍານວນຄົນງານທີ່ມີຄວາມຊໍານິຊໍານານຕາມກຳນົດ.

ນອກຈາກນີ້, ຍັງມີບໍລິສັດຍັກໃຫຍ່ຫຼາຍແຫ່ງເຊັ່ນ Foxconn, Compal ແລະ Quanta ຈາກໄຕ້ຫວັນ ທີ່ຜະລິດອຸປະກອນສໍາລັບ Apple, IBM ແລະ Cisco, ຕ່າງກໍໄດ້ລະງັບແຜນການລົງທຶນໃໝ່ ຫຼື ແຜນການຂະຫຍາຍການລົງທຶນຕ່າງໆ ຖ້າຫາກລັດຖະບານບໍ່ໃຫ້ເງິນອຸດໜູນ ແລະ ​ເພີ່ມ​ຂຶ້ນ​ພາສີ​ລາຍ​ຮັບ​ຂອງ​ວິ​ສາ​ຫະກິດ​ຂັ້ນ​ຕ່ຳ​ຂອງ​ໂລກ. ໂດຍການໂຈະການລົງທຶນໃນຄັ້ງນີ້ ຍັງລວມມີໂຄງການຜະລິດອຸປະກອນການແພດມູນຄ່າລະຫວ່າງ 500 ລ້ານ – 1 ຕື້ໂດລາສະຫະລັດຂອງບໍລິສັດ SMC ຢູ່ແຂວງດົ່ງນາຍອີກດ້ວຍ.

ຕໍ່ກັບສະຖານະການດັ່ງກ່າວ​ໄດ້​ສ້າງ​ຄວາມ​ກັງວົນໃຫ້​ກັບກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ. ທີ່ຄາດການວ່າ ຖ້າບໍ່ມີເງິນອຸດໜູນ ຫຼື ນະໂຍບາຍອື່ນໆທີ່ຄ້າຍຄືກັນ ກໍຈະສົ່ງຜົນໃຫ້ຫວຽດນາມ ບໍ່ເປັນທີ່​ດຶງ​ດູດ​ແກ່​ນັກ​ລົງທຶນ​ຕ່າງປະ​ເທດ​ອີກຕໍ່ໄປ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ລັດຖະບານດຳເນີນມາດຕະການຕ່າງໆໃນທັນທີເພື່ອບໍ່ໃຫ້ນັກລົງທຶນລາຍໃຫຍ່ຍ້າຍຖານການຜະລິດອອກນອກປະເທດ ແລະ ໄດ້ສະ​ເໜີ​ໃຫ້ສ້າງ​ຕັ້ງ​ກອງ​ທຶນ​ໜູນ​ຊ່ວຍ​ການ​ລົງ​ທຶນ ເພື່ອສະໜອງການສະໜັບສະໜູນທາງດ້ານການເງິນໂດຍກົງແກ່ທຸລະກິດທີ່ຜ່ານເກນທີ່ກຳນົດໄວ້.

ທັງນີ້, ຂອບເຂດຂອງການເກັບພາສີຂັ້ນຕໍ່າທົ່ວໂລກ, ຈະພິຈາລະນາກຸ່ມບໍລິສັດຂ້າມຊາດທີ່ມີລາຍຮັບລວມຢ່າງໜ້ອຍ 750 ລ້ານຢູໂຣ (800 ລ້ານໂດລາສະຫະລັດ) ໃນ 2 ຈາກ 4 ປີຫຼ້າສຸດຕິດຕໍ່ກັນ ​ແລະ ​ອີງຂໍ້ມູນ​ຈາກ​ກົມ​ລາຍ​ຮັບ​ຂອງ​ຫວຽດນາມ, ມີ​ບໍລິສັດ​ຂ້າມ​ຊາດ 122 ​ແຫ່ງ​ທີ່​ຕົກ​ຢູ່​ພາຍ​ໃຕ້​ກົດ​ລະບຽບ​ນີ້. ຖ້າ​ຫາກ​ລັດຖະບານ​ຫວຽດນາມ​ບໍ່​ຮີບ​ຮ້ອນ​ແກ້​ໄຂ​ບັນຫາ​ນີ້ ກໍອາດ​ຈະ​ເສຍ​ໂອກາດ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ແລະ ຈະສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດໃນໄລຍະຍາວ.

ທີ່ມາ:

e.vnexpress

confexhub

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/