ສ ເກົາຫຼີ ​ຈະ​ດຶງ​ດູດ​​ແຮງ​ງານ​​ຕ່າງປະ​ເທດ 150,000 ຄົນ


​ລັດຖະບານ ສ ເກົາຫຼີ ​ໄດ້​ວາງ​ເປົ້າ​ໝາຍ​ດຶງ​ດູດ​ແຮງ​ງານ​ວິຊາ​ຊີບ 150,000 ຄົນ ​ຈາກ​ຕ່າງປະ​ເທດ​ໃນ​ປີ 2035, ໂດຍ​ເພີ່ມ​ຂຶ້ນ​ເປັນ 2 ເທົ່າໃນຈຳນວນ 72,000 ຄົນ​ໃນ​ປີ 2023, ​ເພື່ອປັບປຸງປະສິດທິພາບການຜະລິດໃນ​ສະພາບ​ການທີ່ປະຊາກອນໃນໄວເຮັດວຽກພາຍໃນປະເທດຫຼຸດລົງ.

ແຜນງານດັ່ງກ່າວ ແມ່ນສ່ວນໜຶ່ງ ຂອງແຜນການພັດທະນາແບບສ້າງສັນ ແລະ ເຕັມໄປດ້ວຍພະລັງ ແບບ dynamic ຂອງ ສ ເກົາຫຼີ ເຊິ່ງເປັນຊຸດລວມຂອງເປົ້າໝາຍນະໂຍບາຍໄລຍະຍາວທີ່ປະກາດໂດຍກະຊວງເສດຖະກິດ ແລະ ການເງິນ ສ ເກົາຫຼີ (MOEF) ແລະ ບັນດາກະຊວງທີ່ກ່ຽວຂ້ອງ ເພື່ອແກ້ໄຂຈັງຫວະການເຕີບໂຕທີ່ອ່ອນແອຂອງປະເທດ.

​ປັດຈຸບັນ ອັດ​ຕາ​ການ​ເຕີບ​ໂຕ​ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ຂອງ ສ ​ເກົາ​ຫຼີ​ ​ຄາດ​ວ່າ​ຈະ​ຫຼຸດ​ລົງ​ 1% ໃນ​ຊຸມ​ປີ​ຂ້າງ​ໜ້າ ​ແລະ ​ອາດ​ຈະ​ຕໍ່າ​ກວ່າ 1% ຫຼັງ​​ປີ 2035. ເຖິງວ່າຈະມີການຄາດຄະເນນີ້, ແຕ່ MOEF ໄດ້ປັບປຸງການຄາດຄະເນການເຕີບໂຕຂອງປີນີ້ຈາກ 2,2% ເປັນ 2,6%.

koreatimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/