ຮ້ານບລູຄອຟວຽງຈັນ ໜຶ່ງໃນບັນດາທຸລະກິດທີ່ໄດ້ເຂົ້າຮ່ວມໂຄງການ LaoSafe ທີ່ໄດ້ເຂົ້າມາຍົກສູງລະດັບມາດຕະຖານທາງດ້ານສຸຂະອະນາໄມ ແລະ ຊ່ວຍໃຫ້ທາງຮ້ານມີມາດຕະການປ້ອງກັນໂຄວິດ-19.

- ແນະນໍາກ່ຽວກັບທຸລະກິດຂອງທ່ານສັ້ນໆ (ພ້ອມຊື່ນາມສະກຸນ)
ສະບາຍດີ ຂ້ອຍເອງຊື່ວ່າ ນາງ ອາລິດສະລາ ດວງເດດ(ດີ່) ເປັນພະນັກງານຢູ່ຮ້ານບລູຄອຟວຽງຈັນ
ຮ້ານ ບລູຄອຟ ວຽງຈັນ ຈະມີຢູ່ 2 ພາກສ່ວນ:
- ພາກສ່ວນທີ 1: ຈະເປັນພາກສ່ວນ Café ທີ່ໃຫ້ບໍລິການ ອາຫານ ແລະ ເຄື່ອງດື່ມ.
- ພາກສ່ວນທີ 2: ແມ່ນ Showroom ທີ່ຈຳໜ່າຍກ່ຽວກັບອຸປະກອນຕ່າງໆ ສຳລັບການເປີດຮ້ານກາເຟ ເຊັ່ນ: ເຄື່ອງຊົງກາເຟ, ເຄື່ອງບົດກາເຟ, ເຄື່ອງປັ່ນ, ອຸປະກອນໃນການຊົງກາເຟ, ເມັດກາເຟ ແລະ ອື່ນໆ. ເຊິ່ງຮ້ານເຮົາມີໂຮງຂົ້ວທີ່ຂົ້ວກາເຟຂອງຮ້ານເອງ ນອກນີ້ ທາງຮ້ານເຮົາຍັງມີຫ້ອງສອນການເຮັດກາເຟ ສຳລັບພື້ນຖານການເປັນບາຣິສຕ້າ ແລະ ຍັງນຳພື້ນຖານນີ້ນຳໄປໃຊ້ເປີດຮ້ານໄດ້ອີກດ້ວຍ, ຮ້ານເຮົາມີບໍລິການສ້ອມແປງເຄື່ອງເຮັດກາເຟພ້ອມເຈົ້າ.

- ຮູ້ຈັກໂຄງການ LaoSafe ໄດ້ແນວໃດ?
ມີຄົນຮູ້ຈັກແນະນຳມາ.☺️

- ການໄດ້ຮັບການຢືນຢັນຈາກ LaoSafe ມີຜົນດີແນວໃດຕໍ່ທຸລະກິດຂອງເຮົາ?
LaoSafe ມີຜົນດີຄື ຊ່ວຍໃຫ້ທາງຮ້ານຍົກສູງໃນເລື່ອງຂອງການສຸຂະອະນາໄມ ແລະ ຊ່ວຍໃຫ້ທາງຮ້ານມີມາດຕະການປ້ອງກັນ Covid-19 ເຊິ່ງເຮັດໃຫ້ມີຄວາມປອດໄພ ແລະ ປົກປ້ອງຫຼາຍຂຶ້ນໃຫ້ກັບ ພະນັກງານ ແລະ ລູກຄ້າ ຂອງຮ້ານເຮົາ.

- ຄິດວ່າໂຄງການ LaoSafe ຈະມີຜົນດີແນວໃດຕໍ່ທຸລະກິດການທ່ອງທ່ຽວໃນລາວ?
ຄິດວ່າໂຄງການ LaoSafe ຊ່ວຍໃຫ້ສ້າງຄວາມເຊື່ອໝັ້ນ ແລະ ປອດໄພຫຼາຍຂຶ້ນຕໍ່ນັກທ່ອງທ່ຽວທີ່ເຂົ້າມາໃນລາວ ເເລ້ວກໍຈະເຮັດໃຫ້ການທ່ອງທ່ຽວໃນລາວມີການຂະຫຍາຍຕົວ ແລະ ສາມາດພັດທະນາເສດຖະກິດໄດ້.

- ຢາກບອກຫຍັງເຖິງຜູ້ທີ່ຍັງບໍ່ທັນໄດ້ເຂົ້າຮ່ວມ ຫຼື ຜູ້ທີ່ລັງເລໃຈວ່າຈະເຂົ້າຮ່ວມດີບໍ່?
ສຸດທ້າຍນີ້ ກໍຢາກຈະຝາກເຖິງທ່ານໃດທີ່ຍັງບໍ່ທັນເຂົ້າຮ່ວມ ຫຼື ລັງເລໃຈຢູ່ວ່າຈະເຂົ້າຮ່ວມດີບໍ ບອກເລີຍວ່າເຂົ້າຮ່ວມເລີຍເພາະວ່າໂຄງການນີ້ເພິ່ນໄດ້ແນະນຳວິທີຂອງການສຸຂະອະນາໄມ ແລະ ມາດຕະການປ້ອງກັນ Covid-19 ຢ່າງດີ ເຊິ່ງເປັນສິ່ງສຳຄັນໃນການນຳໃຊ້ກັບທຸລະກິດທຸກທ່ານ.



ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/