ລັດຖະບານແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງ ຫາລືສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ເພີ່ມຄວາມສະດວກການຄ້າ ແລະ ການລົງທຶນ.

ກອງປະຊຸມດັ່ງກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ທ່ານ ປອ. ນ. ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ມີ ທ່ານ ຄຣາຍ ຈອຍສັນ, ຜູ້ຮັກສາການ ຮອງຜູ້ຕາງໜ້າມູນນິທິເອເຊຍ ປະຈຳລາວ, ມີຜູ້ຕາງໜ້າຈາກສະຖານທູດອົດສະຕາລີປະຈໍາລາວ, ຕາງໜ້າບັນດາກະຊວງກ່ຽວຂ້ອງ (ຜທ, ກປ, ກງ ແລະ ອຄ) ແລະ ຊ່ຽວຊານຂອງໂຄງການ, ມະຫາວິທະຍາໄລແຫ່ງຊາດ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ບັນດາກົມກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ແມ່ນໜຶ່ງໃນກິດຈະກຳ ທີ່ສໍາຄັນຂອງການຈັດຕັ້ງປະຕິບັດໂຄງການ ‘‘ການສ້າງຄວາມເຂັ້ມ ແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມການອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ’’ Strengthening Provincial Economic Governance, Building on the Provincial Facilitation on Investment and Trade Initiative (ProFIT).

ແຜນການຈັດຕັ້ງປະຕິບັດໂຄງການແມ່ນມີ 3 ກິດຈະກໍາຄື: ການສໍາຫຼວດຫົວໜ່ວຍທຸລະກິດ ແລະ ການສໍາຫຼວດພາກລັດ (ເຊິ່ງພວກເຮົາຈະໄດ້ຮັບຟັງການລາຍງານໃນໄລຍະຕໍ່ໄປ),

ສ່ວນກິດຈະກຳທີ 2​ແມ່ນ ການຂຽນບົດລາຍງານຈາກຜົນການສໍາຫຼວດ ແລະ ການເຜີຍແຜ່ຜົນຂອງບົດສຶກສາ ແລະ ກິດຈະກຳທີ 3​ ແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ແລະ ອົງກອນທ້ອງຖິ່ນທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ (ໂດຍອີງໃສ່ຜົນຂອງການສຶກສາເປັນພື້ນຖານ).

ໂຄງການແມ່ນໄດ້ສໍາເລັດກິດຈະກໍາທີ່ໜຶ່ງ ແລະ ຢູ່ໃນຊ່ວງການຈັດຕັ້ງປະຕິບັດກິດຈະກໍາທີ່ 2 ແລະ 3 ໄປຄວບຄູ່ກັນ. ກະຊວງ ອຄ ກໍຄືລັດຖະບານເຫັນໄດ້ຄວາມສໍາຄັນຂອງໂຄງການໂດຍມີເປົ້າໝາຍເພື່ອສ້າງສະພາບແວດລ້ອມທາງດ້ານການຄ້າ ແລະ ການລົງທຶນພາຍໃນປະເທດທີ່ດີ ຜ່ານການສຶກສາຄົ້ນຄວ້າຢ່າງມີວິທະຍາສາດ ເພື່ອເປັນຫຼັກຖານອັນສໍາຄັນໃຫ້ແກ່ລັດຖະບານ ໃນການກໍານົດນະໂຍບາຍ ໃນແຕ່ລະໄລຍະໃຫ້ສອດຄອງກັບສະພາບການພັດທະນາເສດຖະກິດ-ສັງຄົມ. ນອກຈາກນັ້ນ, ໂຄງການຍັງຈະໄດ້ຊ່ວຍສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ແລະ ອົງກອນທີ່ຢູ່ທ້ອງຖິ່ນ ເປັນການປະກອບສ່ວນໃນການສ້າງສະພາບແວດລ້ອມທີ່ດີຕໍ່ກັບພາກທຸລະກິດ.

https://www.moic.gov.la/?p=13670&fbclid=IwY2xjawFrgJFleHRuA2FlbQIxMAABHYKyvzBhYOH-1uuyo-dGjUb4RvE-htzmviCTuT6SP3lelEY-rrXwf78Ciw_aem_RKkMLecPXgQ5vGD3XL9mMg