ຖ້າຫາກເຈົ້າເປັນຄົນໜຶ່ງທີ່ວ່າງງານ, ອາຍຸ 21 ຂຶ້ນໄປ, ມີຄວາມມັກໃນການເຮັດວຽກເກັບຂໍ້ມູນ ແລະ ຢາກເຮັດຫຍັງທີ່ແປກໃໝ່ ບາງເທື່ອຕຳແໜ່ງວຽກຕໍ່ໄປນີ້ອາດຈະເໝາະສົມກັບເຈົ້າກໍເປັນໄດ້ ເພາະບໍລິສັດ sex toy ຢ່າງ Bed Bible ກຳລັງເປີດຮັບສະໝັກ “ຫົວໜ້ານັກວິໄຈໜັງໂປ້” ທີ່ມີໜ້າທີ່ເບິ່ງໜັງໂປ້ ເພື່ອວິເຄາະຂໍ້ມູນ.

Bed Bible ນັ້ນເປັນບໍລິສັດທີ່ເຮັດວຽກກ່ຽວກັບຂໍ້ມູນດ້ານເພດສຶກສາ ເຊິ່ງກຳລັງເປີດຮັບສະໝັກຫົວໜ້າວິໄຈໜັງໂປ້ ໂດຍກຳນົດກົດເກນຂອງຜູ້ສະໝັກພຽງແຕ່ວ່າ ມີອາຍຸ 21 ຂຶ້ນໄປເທົ່ານັ້ນ ພ້ອມບອກວ່າເຈົ້າຈະເຮັດວຽກຢູ່ບ່ອນໃດກໍບໍ່ສຳຄັນເພາະມັນເປັນການເຮັດວຽກທາງໄກແບບ 100% ເລີຍ.

ໂດຍໜ້າທີ່ຫຼັກຂອງວຽກນີ້ບໍ່ມີຫຍັງຫຼາຍ ພຽງແຕ່ເບິ່ງໜັງໂປ້ແບບ 300% (ທີ່ຈິງກໍ 100% ແຕ່ເວົ້າເວີ້ໄວ້ກ່ອນ) ຫຼື ເວົ້າງ່າຍໆ ກໍຄືເບິ່ງຢ່າງຕັ້ງໃຈ ແລະ ພະຍາຍາມເກັບກຳລາຍລະອຽດໃຫ້ໄດ້ຫຼາຍທີ່ສຸດເພື່ອນຳເອົາຂໍ້ມູນຈາກເລື່ອງຕ່າງໆທີ່ໄດ້ເບິ່ງ ມາເຮັດເປັນລາຍງານຂໍ້ມູນລະອຽດ ຕົວຢ່າງເຊັ່ນ:
- ທ່າຂອງການມີເຊັກ: ທ່າດ໊ອກກີ້ ຫຼື ຂີ່ຄາວບອຍ ແລະ ອື່ນໆ
- ໄລຍະເວລາໃນການຮ່ວມຮັກ
- ຈຳນວນຄັ້ງທີ່ໄປຮອດຈຸດສຳເລັດ
- ອັດຕາສ່ວນຂອງຍິງແລະຊາຍ
- ຄວາມແຕກຕ່າງທາງດ້ານພາສາ ແລະ ອື່ນໆ

ຜົນຕອບແທນຂອງວຽກງານນີ້ເອີ້ນໄດ້ວ່າຢູ່ໃນລະດັບສູງເລີຍ ເພາະທາງບໍລິສັດລະບຸວ່າ ຄົນທີ່ໄດ້ເຮັດວຽກກ່ຽວກັບຕຳແໜ່ງນີ້ຈະໄດ້ຮັບຄ່າຈ້າງເປັນ 20 ໂດລາ/ຊົ່ວໂມງ (ປະມານ 220,000 ກີບ/ຊົ່ວໂມງ) ແລະ ຕົກຢູ່ປະມານ 3,205ໂດລາ/ເດືອນ (ປະມານ 35 ລ້ານກີບ/ເດືອນ) ເອີ້ນໄດ້ວ່າມີອັດຕາຄ່າຈ້າງສູງກວ່າຄົນຈົບປະລິນຍາຕີບ້ານເຮົາຫຼາຍກວ່າ 10 ເທົ່າຕົວເລີຍ.

ແຕ່ຖ້າຫາກເຈົ້າບໍ່ຊຳນານເລື່ອງການເຮັດວຽກກ່ຽວກັບການເກັບຂໍ້ມູນ ທາງ Bed Bible ກໍຍັງມີວຽກອີກຕຳແໜ່ງໜຶ່ງທີ່ກຳລັງເປີດຮັບສະໝັກຢູ່ ນັ້ນກໍຄື ອາສາສະໝັກທົດລອງ sex toy ແຕ່ວຽກນີ້ແມ່ນຈະເຮັດໄດ້ສະເພາະຄົນທີ່ມີອະໄວຍະເພດຍິງເທົ່ານັ້ນ, ມີອາຍຸ 18 ຂຶ້ນໄປ ແລະ ສາມາດສະແດງຄວາມເຫັນໄດ້ຫຼາຍກວ່າຄຳວ່າ “ອູ້” ຫຼື “ອ້າ” ພຽງເທົ່ານີ້ເຈົ້າກໍມີສິດເປັນໜຶ່ງໃນອາສາສະໝັກຂອງວຽກງານນີ້.
ລາຍລະອຽດຂອງການສະໝັກວຽກງານຕ່າງໆ ສາມາດເບິ່ງໄດ້ທີ່:
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/