ສົງຄາມຂອງສຸດຍອດອະນິເມະ! ແຟນຄລັບຂອງທັງ One Piece ແລະ AOT ພາກັນໄປໂຈມຕີເຣດຕິ້ງຮູບເງົາໃນ IMDB ຂອງອີກຝ່າຍ

ເມື່ອເວົ້າເຖິງອະນິເມະແລ້ວ ຂະໜາດຄົນທີ່ບໍ່ເບິ່ງ ຫຼື ບໍ່ໄດ້ຢູ່ໃນວົງການຕ່າງກໍຕ້ອງຮູ້ຈັກ ແລະ ເຄີຍໄດ້ເຫັນທັງສອງເລື່ອງນີ້ມາກ່ອນນັ້ນກໍຄື: One Piece ແລະ Attack on Titan, ທັງສອງເລື່ອງນີ້ແມ່ນຖືວ່າເປັນ 2 ໃນບັນດາອະນິເມະທີ່ໂດ່ງດັງທີ່ສຸດທົ່ວໂລກເລີຍກໍວ່າໄດ້. ດ້ວຍເຫດນັ້ນເອງ, ຖານແຟນຄລັບທີ່ໃຫຍ່ຫຼວງຂອງພວກເຂົາເອງກໍຕ່າງພາກັນຢາກໃຫ້ເລື່ອງທີ່ຕົນເອງມັກໄດ້ຂຶ້ນເປັນທີ 1 ຂອງບັນດາອະນິເມະ. ແຕ່ວິທີທາງທີ່ພວກເຂົາປະຕິບັດຢູ່ນັ້ນ ອາດຈະເອີ້ນໄດ້ວ່າກົງກັນຂ້າມຈາກທີ່ຄາດຄິດໄປໜ້ອຍໜຶ່ງ ພ້ອມທັງອາດຈະເອີ້ນໄດ້ວ່າເປັນສົງຄາມຂອງສຸດຍອດອະນິເມະເລີຍກໍວ່າໄດ້ ເນື່ອງຈາກວ່າ ທັງແຟນຄລັບຂອງທັງສອງເລື່ອງນັ້ນ ຕ່າງກໍພາກັນໄປໂຈມຕີໃສ່ເຣດຕິ້ງໃນ IMBD ຂອງອີກຝ່າຍ.

Attack On Titan Season 4 Part 2 Episode 3 Release Date & Where To Watch? -  Omnitos

ການໂຈມຕີດັ່ງກ່າວແມ່ນການເຂົ້າໄປໃນເວັບໄຊທີ່ໃຊ້ໃຫ້ຄະແນນຮູບເງົາສາກົນຢ່າງ IMDB ເຊິ່ງບັນດາແຟນອະນິເມະກໍພາກັນເຂົ້າໄປທີ່ໜ້າເຣດຄະແນນຂອງອີກຝ່າຍ ແລ້ວໄປກົດໃຫ້ຄະແນນພຽງ 1 ດາວ ຈາກເຕັມ 10 ດາວ ໃນຕອນໃໝ່ທີ່ອອກມາ.

ຕອນໃໝ່ຫຼ້າສຸດຂອງເລື່ອງ One Piece ທີ່ມີຊື່ຕອນວ່າ “The Power of Ice Oni! A New Version of the Plague Rounds” ໄດ້ຮັບຄະແນນໂຫວດ 6.1/10 ໂດຍມີຈຳນວນຄົນໂຫວດ 1200 ຄົນທີ່ໃຫ້ຄະແນນ 1 ດາວ ແຕກຕ່າງຈາກອີກກຸ່ມທີ່ໃຫ້ 10/10. ໃນອີກຟາກໜຶ່ງ, Attack on Titan ກໍມີຈຳນວນຄົນ 1600 ຄົນໂຫວດໃຫ້ 1 ດາວ.

One Piece just dropped three huge events in a single chapter - Polygon

ເລື່ອງລາວນີ້ ເລີ່ມຕົ້ນເມື່ອ 2 ອາທິດກ່ອນ, ທີ່ມີຜູ້ໃຊ້ Twitter ຄົນໜຶ່ງໃນຊື່ @ONEPIECE1 ອ້າງວ່າຕົນເອງເປັນແຟນຄລັບຂອງ One Piece ແລະ ມີຍອດຜູ້ຕິດຕາມສູງເຖິງ 5000 ຄົນ ບອກໃຫ້ຜູ້ຕິດຕາມຕົນເອງໄປກົດ 1 ດາວໃນຕອນໃໝ່ຂອງອະນິເມະ Attack on Titan ເຊິ່ງມັນກໍໄດ້ເຮັດໃຫ້ແຟນຄລັບອີກຝັ່ງທີ່ເປັນຂອງ Attack on Titan ໂຈມຕີກັບມາຈົນເກີດສົງຄາມເຣດຕິ້ງ.

ເຣດຕິ້ງຂອງ Attack on Titan
ເຣດຕິ້ງຂອງ One Piece

ອ້າງອີງຈາກ: https://cutt.ly/vIDtbxq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/