ສິງກະໂປ ຄອງແຊ້ມເມືອງຄຸນະພາບດີທີ່ສຸດ ແລະ ແພງທີ່ສຸດໃນໂລກ


ລາຍງານຂອງກຸ່ມບໍລິຫານຈັດການຄວາມໝັ້ນຄົງຊື່ດັງສັນຊາດສະວິດ ໄດ້ອອກມາເປີດເຜີຍ Global Weath and Lifestyle 2024 ເຊິ່ງໄດ້ຍົກໃຫ້ປະເທດ ສິງກະໂປ ເປັນເມືອງທີ່ແພງທີ່ສຸດທີ່ສຳລັບການພັກອາໄສ ແລະ ສາມາດຮອງຮັບຄຸນະພາບຊີວິດລະດັບດີເດັ່ນທີ່ໃນໂລກສຳລັບມະຫາເສດຖີປະຈຳປີ 2024.

ໂດຍຈະວິເຄາະຈາກຂໍ້ມູນລະດັບຄ່າໃຊ້ຈ່າຍສິນຄ້າ ແລະ ບໍລິການທີ່ກ່ຽວກັບການໃຊ້ຊີວິດຢ່າງມີຄຸນະພາບສູງສຸດໃນ 25 ເມືອງຈາກທົ່ວໂລກເຊິ່ງໃນປີນີ້ມີການປ່ຽນແປງຫຼາຍຂຶ້ນ ອັນເນື່ອງມາຈາກການຜັນແປທາງດ້ານການເງິນ, ຄ່າເງິນໂດລາຂອງສະຫະລັດອາເມຣິກາ ແລະ ສະກຸນຈາກເງິນອື່ນໆທີ່ຖົດຖອຍລົງ ລາຄາສິນຄ້າ ແລະ ບໍລິການອື່ນໆທີ່ສູງຂຶ້ນ.

ນອກຈາກນີ້ລາຍງານແຫ່ງ ໄລຟສະໄຕ ແລະ ຄວາມຮັ່ງມີຂອງເສດຖະກິດໂລກສະບັບຫຼ້າສຸດຂອງ ຈູລຽດແບ ຊີ້ໃຫ້ເຫັນຂໍ້ສັງເກດເຊິ່ງກໍຄືເມືອງໃນເຂດອາຊີປາຊີຟິກ ຫຼາຍເມືອງຕິດອັນດັບເມືອງທີ່ມີຄຸນະພາບດີທີ່ສຸດໃນໂລກ.

ທີ່ມາ: https://www.dailynews.co.th/news/3579884/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/