ແຂວງສາລະວັນ ເປັນໜຶ່ງທີ່ມີທ່າແຮງດ້ານການຜະລິດກະສິກຳ ໃນແຕ່ລະປີມີມູນຄ່າການສົ່ງອອກສິນຄ້າ ຫຼາຍລ້ານໂຕນ ແລະ ຕະຫຼາດທີ່ສົ່ງອອກຫຼັກແມ່ນປະເທດໄທ. ສະເພາະໃນປີ 2022 ຜ່ານມາ ແຂວງສາລະວັນ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ບັນລຸໄດ້ 205,49 ລ້ານໂດລາສະຫະລັດ, ໃນນັ້ນ: ມູນຄ່າການສົ່ງອອກບັນລຸໄດ້ 163,42 ລ້ານໂດລາສະຫະລັດ ສະເພາະສົ່ງສິນຄ້າອອກໄປປະເທດໄທ ມີມູນຄ່າ 112,12 ລ້ານໂດລາສະຫາລັດ, ກວມເອົາ 68,61% ຂອງການສົ່ງອອກທັງໝົດ.
ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານ ອຸດສາຫະກຳ ແລະ ການຄ້າ ຂອງແຂວງສາລະວັນ ໃນປີ 2022 ຜ່ານມາ ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳບັນລຸໄດ້ 333,85 ຕື້ກີບ, ທຽບໃສ່ແຜນປີໄດ້ລື່ນ 6,78%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລົດລົງ 3,28%; ດ້ານການຄ້າພາຍໃນ: ມູນຄ່າການຈໍລະຈອນສິນຄ້າ (ເກັບຊື້, ຂາຍຍົກ ແລະ ຂາຍຍ່ອຍ) ປະຕິບັດໄດ້ 2.246,03 ຕື້ກີບ, ທຽບໃສ່ແຜນປີໄດ້ລື່ນ 17,03 %, ທຽບໃສ່ໄລຍະດຽວກັນປີຜ່ານມາໄດ້ລື່ນ 20,1%; ດ້ານການຄ້າຕ່າງປະເທດ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງແຂວງສາລະວັນ ບັນລຸໄດ້ 205,49 ລ້ານໂດລາສະຫະລັດ, ໃນນັ້ນ: ມູນຄ່າການສົ່ງອອກບັນລຸໄດ້ 163,42 ລ້ານໂດລາສະຫະລັດ, ລື່ນແຜນການປີວາງໄວ້ 52,88%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາປະຕິບັດໄດ້ 97,64%, ສ່ວນມູນຄ່າການນໍາເຂົ້າບັນລຸໄດ້ 42,07 ລ້ານໂດລາສະຫາລັດ,ທຽບໃສ່ແຜນປີ ແລະ ໄລຍະດຽວກັນເຫັນວ່າລື່ນຫຼາຍເທົ່າຕົວ, ສາເຫດຍ້ອນມີການນຳເຂົ້າເຄື່ອງຈັກ ແລະ ເຄື່ອງຮັບໃຊ້ໂຄງການລົງທຶນຕ່າງໆ.

ທ່ານກ່າວຕື່ມວ່າ: ພ້ອມນີ້ແຂວງສາລະວັນ ຍັງໄດ້ສຳເລັດການເຈລະຈາຂໍສົ່ງອອກສິນຄ້າກະສິກໍາ ຜ່ານດ່ານທ້ອງຖິ່ນປາກຕະພານ ກັບ ພານິດຈັງຫວັດອຸບົນລາດຊະທານີ ປະເທດໄທ ແລະ ສະເໜີຂັ້ນເທິງຍົກລະດັບດ່ານດັ່ງກ່າວຂຶ້ນເປັນດ່ານສາກົນ, ໄດ້ສຳເລັດການເຈລະຈາ ແລະ ເຊັນບົດບັນທຶກຊ່ວຍຈຳໃນການຮ່ວມມືລະຫວ່າງພະແນກອຸດສາຫະກຳ ແລະ ການຄ້ານະຄອນດານັງ ສສ ຫວຽດນາມ ກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນເພື່ອຊຸກຍູ້ສົ່ງເສີມທາງດ້ານການຄ້າ ແລະ ການລົງທຶນ. ຕະຫຼາດສົ່ງອອກຕົ້ນຕໍແມ່ນປະຕິບັດໄດ້ 142 ລ້ານໂດລາ, ປະເທດໄທ: ມູນຄ່າ 112,12 ລ້ານໂດລາສະຫາລັດ, ກວມເອົາ 68,61% ຂອງການສົ່ງອອກທັງໝົດສິນຄ້າຕົ້ນຕໍແມ່ນ: ສິນຄ້າກະສິກຳ (ໝາກກ້ວຍ,ມັນຕົ້ນ,ມັນດ້າງ, ກາເຟ), ຮອງລົງມາແມ່ນປະເທດຫວຽດນາມ: ມູນຄ່າ 45,21 ລ້ານໂດລາສະຫາລັດ,ກວມເອົາ 27,67% ສິນຄ້າຕົ້ນຕໍແມ່ນສີນຄ້າກະສິກຳ (ກາເຟ, ມັນຕົ້ນ, ຢາງພາລາ), ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງຈຳນວນໜຶ່ງ.

ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/