ອີງຕາມການລາຍງານຂອງວາລະສານ New York Times, ຜູ້ພິພາກສາ T. J. Keene ໄດ້ຕັດສິນໃຫ້ອີໂມຈິ “ຍົກໂປ້” ທີ່ມີການໃຊ້ກັນຢ່າງກວ້າງຂວາງນັ້ນສາມາດຢືນຢັນວ່າບຸກຄົນນັ້ນໆໄດ້ຕົກລົງເຮັດສັນຍາທີ່ຖືກຕ້ອງຕາມກົດໝາຍ. ໂດຍຄໍາຕັດສິນດັ່ງກ່າວໄດ້ສະທ້ອນເຖິງ “ຄວາມເປັນຈິງໃໝ່ໃນສັງຄົມແຄນາດາ” ເນື່ອງຈາກວ່າຊາວແຄນາດາຫຼາຍຄົນໃຊ້ມັນເພື່ອສະແດງຄວາມຮູ້ສຶກຂອງເຂົາເຈົ້າໃນສະຖານະການຕ່າງໆ ລວມທັງການເຮັດຂໍ້ຕົກລົງສັນຍາທາງທຸລະກິດ.
ຍົກຕົວຢ່າງຄະດີໃຫ້ເຫັນເຖິງການໃຊ້ອິໂມຈິ ເມື່ອປີ 2021 ໄດ້ມີລາຍງານວ່າ ຜູ້ຊື້ແກ່ນພືດລາຍໜຶ່ງໄດ້ສົ່ງສັນຍາການຊື້ຂາຍຫາຊາວກະສິກອນທີ່ຂາຍຕົ້ນແຟຣັກ (Flax) ພ້ອມຂຽນວ່າ “ກະລຸນາຢືນຢັນໃນສັນຍາຊື້ຂາຍ”.

ຫຼັງຈາກນັ້ນກໍໄດ້ຮັບການຕອບກັບເປັນອີໂມຈິ “ຍົກໂປ້” , ເຮັດໃຫ້ຜູ້ຊື້ແກ່ນພືດລາຍນັ້ນເຂົ້າໃຈວ່າ ຊາວກະສິກອນທີ່ຂາຍຕົ້ນແຟຣັກນັ້ນໄດ້ຍອມຮັບຂໍ້ຕົກລົງກັບສັນຍາຊື້ຂາຍນີ້. ຊາວກະສິກອນກ່າວວ່າ ອີໂມຈິທີ່ສົ່ງໄປນັ້ນຖືເປັນການຢືນຢັນວ່າເຂົາຕົກລົງ ແລະ ໄດ້ຮັບສັນຍາທີ່ສົ່ງມາແລ້ວ.
Eric Goldman ອາຈານສອນກົດໝາຍຢູ່ມະຫາວິທະຍາໄລ Santa Clara University School of Law ກ່າວຕໍ່ວາລະສານ New York Times ວ່າ: ເຖິງແມ່ນວ່າການຕັດສິນຈະຖືກຕັດສິນແລ້ວກໍຕາມ ແຕ່ຄວາມໝາຍຂອງການ ຍົກໂປ້ ຍັງເປັນຄຳຖາມເປີດທີ່ຂຶ້ນກັບແຕ່ລະກໍລະນີ. ໄວໜຸ່ມອາດຈະໃຊ້ອີໂມຈິໃນການປະຊົດປະຊັນ ຫຼື ຫຼອກລວງ. ໃນຂະນະທີ່ຄົນອື່ນອາດຈະໃຊ້ມັນແທນການຢືນຢັນວ່າໄດ້ຮັບຂໍ້ຄວາມແລ້ວ. ນອກຈາກນີ້ອີໂມຈິດັ່ງກ່າວຍັງສ້າງຄວາມບໍ່ພໍໃຈໃນປະເທດອາຊີກາງບາງປະເທດ ໂດຍຄະດີທີ່ກ່າວມານັ້ນຈຶ່ງເປັນການຢ້ຳເຕືອນວ່າ “ການໃຊ້ອີໂມຈິຍົກໂປ້ອາດສົ່ງຜົນສະທ້ອນທາງກົດໝາຍທີ່ຮ້າຍແຮງໄດ້”
ອີງຈາກ dictionary.com ຄວາມໝາຍຂອງອີໂມຈິຍົກໂປ້ນັ້ນ ໃຊ້ເພື່ອສະແດງຄວາມຍິນຍອມ, ການອະນຸມັດ ຫຼື ການໃຫ້ກຳລັງໃຈໃນການສື່ສານຜ່ານຊ່ອງທາງດິຈິຕອລ ໂດຍສະເພາະໃນວັດທະນະທໍາຕາເວັນຕົກ.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/