ສາຍການບິນ Vietjet ບັນລຸ​ຂໍ້​ຕົກລົງ​ຍົກລະດັບການ​ເຊື່ອມ​ຕໍ່​ການ​ຂົນ​ສົ່ງ​ທາງ​ອາກາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ


(ນະຄອນຫຼວງວຽງຈັນ, ວັນທີ 11 ກໍລະກົດ 2024) – ກະຊວງໂຍທາທິການ ແລະ ຂົນສົ່ງປະຈຳ ສປປ ລາວ ແລະ ສາຍການບິນ Vietjet ປະກາດຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ປະເທດລາວ-ຫວຽດນາມ. ພິທີ​ປະກາດ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ຢູ່ນະຄອນຫຼວງ​ວຽງ​ຈັນ ​ໂດຍມີ ທ່ານທອງລຸນ ສີສຸລິດ ປະທານປະເທດປະຈຳ ສປປ ລາວ ເປັນ​ສັກຂີ​ພະຍານ ແລະ  ທ່ານ ໂຕ່ ລໍ່າ ປະທານປະເທດປະຈຳ ສສ ຫວຽດນາມ ​ພ້ອມແຂກ​ຜູ້​ມີ​ກຽດ​ລະດັບ​ສູງ​ຂອງ​ທັງ​ສອງ​ປະ​ເທດ.

ສາຍການບິນ Vietjet ຈະຮ່ວມມືກັບກົມການບິນພົນລະເຮືອນຂອງລາວ ເພື່ອຈັດຕັ້ງປະຕິບັດໂຄງການທີ່ກ່ຽວຂ້ອງກັບການບິນ ແລະ ຂະຫຍາຍການເຄື່ອນໄຫວການຂົນສົ່ງທາງອາກາດໃນລາວ. ເຊິ່ງໄດ້ຄາດ​ວ່າ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່ໃຫ້​ບຸກຄະລາກອນໃນ​ຂະ​ແໜງ​​ການບິນໄດ້​ເຖິງ 2.500 ຄົນ, ສາຍ​ການບິນ​ຍັງ​ມີ​ແຜນ​ຈະ​ສ້າງ​ຕັ້ງ​ສູນ​ເຝິກອົບຮົມ ​ແລະ ພັດທະນາ​ໃນ​ປະເທດລາວ ຮ່ວມ​ກັບ ສະຖາບັນເຝິກອົບຮົມການບິນ Vietjet ​ເພື່ອ​ຕິດຕາມ​ກວດກາ​ການເ​ຝິກ​ອົບຮົມ​ພະນັກງານ​ໃໝ່ໃນລະດັບ​ສາກົນ. ໃນທາງກົງກັນຂ້າມ, ການເປັນຄູ່ຮ່ວມງານຂອງສາຍການບິນ ກົມ​ການບິນ​ພົນລະ​ເຮືອນ​ລາວ​ຈະ​ໃຫ້ການ​ສະໜັບສະໜູນ​ດ້ານ​ບໍລິຫານ, ກົດໝາຍ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ ຕະຫຼອດຈົນເຖິງການປະສານງານກັບອົງກອນຕ່າງໆ ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການ.

ຄວາມມຸ່ງໝັ້ນຂອງສາຍການບິນ Vietjet ໃນການຂະຫຍາຍການເຊື່ອມຕໍ່ທາງອາກາດໃນປະເທດລາວຈະນຳສະເໜີທາງເລືອກຖ້ຽວບິນທີ່ມີລາຄາປະຢັດ ແລະ ການບໍລິການທາງທີ່ມີຄຸນະພາບໃຫ້ແກ່ນັກທ່ອງທ່ຽວລາວ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມ. ​ການ​ຂະ​ຫຍາຍ​ຕົວທຸລະກິດຂອງສາຍການບິນ​ມາ​ປະ​ເທດ​ລາວ​ໃນ​ຕົ້ນ​ປີ​ນີ້ ມີຖ້ຽວບິນເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ດ້ວຍສີ່ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍ​ເວລາໃນການ​ບິນ​ພຽງ 1 ຊົ່ວ​ໂມງ 45 ນາທີ. ບັນດາ​ຂໍ້​ລິ​ເລີ່​ມນີ້​ໄດ້ແນ​ໃສ່ການ​ຊຸກຍູ້​ເສດຖະກິດ ແລະ ພັດທະນາສັງຄົມ, ສົ່ງເສີມການຄ້າ, ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ ​ແລະ​ ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ປະເທດລາວ​ ແລະ ​ປະ​ເທດ​ເພື່ອນ​ບ້ານ​ໃນ​ພາກ​ພື້ນ.

ກະຊວງໂຍທາທິການ ແລະ ຂົນສົ່ງລາວ ໄດ້ຊົມເຊີຍການສະໜັບສະໜູນ ແລະ ຄວາມສາມາດຂອງ ສາຍການບິນ Vietjet ເຊິ່ງເປັນສາຍການບິນສາກົນທີ່ມີການຂະຫຍາຍຕົວຂອງເຄຶອຂ່າຍການບິນໄດ້ຢ່າງວ່ອງໄວ. ຂໍ້ຕົກລົງທີ່ປະກາດໃນມື້ນີ້ຍັງສອດຄ່ອງກັບເປົ້າໝາຍ ແລະ ທິດທາງລວມຂອງລັດຖະບານທັງສອງປະເທດໃນບົດບັນທຶກວ່າດ້ວຍການຮ່ວມມືຍຸດທະສາດດ້ານຄົມມະນາຄົມລະຫວ່າງລັດຖະບານຫວຽດນາມ ແລະ ສປປ ລາວ ໃນໄລຍະ 2016-2025.

ໃນປີ 2023, ສາຍການບິນ Vietjet ໄດ້ເປີດສູນເຝິກອົບຮົມເຮືອບິນລະດັບພາກພື້ນ ໂດຍມີການຮ່ວມມືກັບສາຍການບິນລາວແອລາຍ ໃນຕົ້ນປີທີ່ຜ່ານມາ. ສາຍ​ການ​ບິນ​ໄດ້​ເປີດຕົວເສັ້ນ​ທາງ​ທຳ​ອິດ​ລະ​ຫວ່າງ​ລາວ ​ແລະ​ ຫວຽດ​ນາມ ເຊິ່ງເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ. ການ​ບໍລິການ​ທາງ​ອາກາດ​ໄດ້​ສະ​ເໜີ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ທາງ​ເລືອກ​ໃນ​ການ​ເດີນທາງ​ທີ່​ສະດວກ​ ​ແລະ ມີ​ຄວາມ​ຫຼາກ​ຫຼາຍ​ລະຫວ່າງ​ສອງ​ປະ​ເທດ. ສໍາລັບການເຊື່ອມຕໍ່ຖ້ຽວບິນໄປອົດສະຕາລີ, ອິນເດຍ, ເກົາຫຼີໃຕ້, ຍີ່ປຸ່ນ, ຈີນ, ອິນໂດເນເຊຍ, ໄທ, ສິງກະໂປ, ມາເລເຊຍ, ກາຊັກສະຖານ, ແລະ ອື່ນໆ.

ປັດຈຸ​ບັນ ປະເທດຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ລົງທຶນ ​ແລະ ຄູ່​ຮ່ວມ​ມື​ການ​ຄ້າລາຍ​ໃຫຍ່​ຂອງ ສປປ ​ລາວ ທີ່ມີ 255 ໂຄງການລົງທຶນ ລວມມູນຄ່າທັງໝົດ 5.5 ຕື້ໂດລາສະຫະລັດ. ໂຄງການດັ່ງກ່າວໄດ້ສຸມໃສ່ອຸດສາຫະກໍາການຂົນສົ່ງ, ການທ່ອງ​ທ່ຽວ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ແລະ ​ອື່ນໆ​ ເຊິ່ງເປັນ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ການ​ຄ້າ​ ການພັດທະນາແບບຍືນຍົງ ​ແລະ ​ການແບ່ງປັນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ ສປປ ລາວ, ສສ ຫວຽດນາມ ​ແລະ ພາກ​ພື້ນ.

ຂໍ້ມູນເພີ່ມເຕີມ www.vietjetair.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/