ເມື່ອບໍ່ດົນມານີ້ ຝ່າຍບໍລິຫານຂອງຄະນະລັດຖະບານປະທານາທິບໍດີ Joe Biden ໄດ້ຕົກລົງສະເໜີສະຖານະພິເສດໃຫ້ກັບຊາວມຽນມາທີ່ອາໄສຢູ່ໃນສະຫະລັດອາເມຣິກາ ລວມເຖິງສະຖານທູດ ແລະ ເຈົ້າໜ້າທີ່ລະດັບສູງ ເຊິ່ງອາດຈະໄດ້ຮັບຜົນກະທົບທາງການເມືອງ ນັ້ນແມ່ນການມອບສະຖານະພິເສດຊົ່ວຄາວທີ່ສາມາດເຮັດວຽກ-ອາໄສຢູ່ໃນປະເທດໄດ້ດົນເຖິງ 18 ເດືອນ.

ເນື່ອງຈາກລັດຖະບານສະຫະລັດອາເມຣິກາ ພະຍາຍາມເພີ່ມແຮງກົດດັນໃຫ້ກັບລັດຖະບານທະຫານຂອງ Min Aung Hlaing ຫຼັງຈາກທີ່ພວກເຂົາໄດ້ຍຶດອຳນາດ ແລະ ສັງຫານປະຊາຊົນຜູ້ປະທ້ວງໄປແລ້ວ 200 ກວ່າຄົນ.

Joe Biden ຍັງໄດ້ໃຫ້ຄວາມຮ່ວມມືໃນການຕອບສະໜອງຕໍ່ວິກິດໃນມຽນມາ ຮ່ວມກັບຜູ້ນຳຈາກປະເທດອອສເຕເລຍ, ຍີ່ປຸ່ນ ແລະ ອິນເດຍ ໃນວັນທີ 12 ມີນາທີ່ຜ່ານມາ. ທັງໝົດນີ້ເປັນສັນຍານທີ່ທາງສະຫະລັດອາເມຣິກາສົ່ງໄປໃຫ້ຜູ້ນຳທະຫານ ເພື່ອໃຫ້ຮູ້ວ່າ ພວກເຂົາບໍ່ສະໜັບສະໜູນການໃຊ້ຄວາມຮຸນແຮງ ແລະ ການຍຶດອຳນາດ, ເຊິ່ງຖ້າຫາກຝ່າຍ Min Aung Hlaing ຍັງຢືນຢັນທີ່ຈະໃຊ້ຄວາມຮຸນແຮງຫຼາຍຂຶ້ນ ກໍມີທ່າທີວ່າຈະຖືກປະນາມຈາກທົ່ວໂລກ ແລະ ແນ່ນອນວ່າມັນຈະສ້າງຜົນເສຍຢ່າງຮ້າຍແຮງໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:
https://www.facebook.com/CatDumbNews/posts/4011889492187143