ສສຊ ສະເໜີໃຫ້ລັດຖະບານ ລົງເລິກຂຸດຄົ້ນລາຍຮັບຈາກການດຳເນີນທຸລະກິດ ຂົງເຂດບໍລິການ-ໂລຈິສຕິກ


ສະມາຊິກສະພາແຫ່ງຊາດ (ສສຊ) ສະເໜີໃຫ້ລັດຖະບານ ລົງເລິກຂຸດຄົ້ນເອົາລາຍຮັບ ຈາກການດຳເນີນທຸລະກິດ ໃນຂົງເຂດບໍລິການ-ໂລຈິສຕິກ ທີ່ເປັນທ່າແຮງຂອງປະເທດເຮົາ.

ອີງຕາມການລາຍງານຂອງ ຂ່າວສານປະເທດລາວ, ຄຳເຫັນດັ່ງກ່າວມີຂຶ້ນໂດຍທ່ານ ໄຊຍະເດດ ຜຸຍຍະວົງ ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 26 ມິຖຸນາ 2024 ຜ່ານມາ, ທີ່ໄດ້ມີຄຳເຫັນແລກປ່ຽນ ໃສ່ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ໂດຍສະເໜີໃຫ້ເອົາວຽກເຂດເສດຖະກິດພິເສດ.

ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ຮຽກຮ້ອງ ໃຫ້ລັດຖະບານ ລົງເລິກຂຸດຄົ້ນ ເອົາລາຍຮັບຈາກການດຳເນີນທຸລະກິດ ໃນຂົງເຂດການບໍລິການ-ໂລຈິສຕິກ ເຊິ່ງເປັນທ່າແຮງຂອງປະເທດພວກເຮົາ, ຫາກກຳນົດເປັນເຂດ ຫຼື ເຂດການບໍລິການ, ເຂດພັດທະນາ ໂລຈິສຕິກ ທີ່ມີການຍົກເວັ້ນພາສີອາກອນໝົດທຸກຢ່າງ ແຕ່ມາໃຫ້ບໍລິການພາຍນອກ ເຫັນວ່າມັນບໍ່ມີຄວາມຍຸຕິທຳ ທາງດ້ານການດຳເນີນທຸລະກິດ ພາຍໃນປະເທດ ຈະເຮັດໃຫ້ບໍລິສັດຂົນສົ່ງພາຍໃນປະເທດ ລົ້ມລະລາຍໝົດ ແລະ ຈະເຮັດໃຫ້ພວກເຮົາບໍ່ມີລາຍຮັບ ທີ່ຈະມາສ້າງ-ສ້ອມແປງຖະໜົນຫົນທາງ ແລ້ວພາລະຈະຕົກເປັນຄວາມແບກຫາບຂອງສັງຄົມ.

ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ກ່າວວ່າ: ສະເພາະການປັບປຸງລະບົບໂລຈິສຕິກ ໃຫ້ໄດ້ມາດຕະຖານສາກົນ ແມ່ນເຫັນດີ ແລະ ຊົມເຊີຍ ແຕ່ຕ້ອງໃຫ້ມີລາຍຮັບ ມາສ້າງ-ສ້ອມແປງທາງ ບໍ່ແມ່ນເຮົາຈະເຮັດທາງ-ສ້ອມແປງທາງ ໃຫ້ຜູ້ປະກອບການ ມາຫາເງິນ ໂດຍທີ່ພາກລັດ ບໍ່ໄດ້ຫຍັງຫຼາຍ ເຊິ່ງເປັນທີ່ມາຂອງຄຳວ່າ ພວກເຮົາໄດ້ແຕ່ GDP ແຕ່ບໍ່ໄດ້ເມັດເງິນມາພັດທະນາ.

ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໃຫ້ຮູ້ອີກວ່າ: ການສ້າງຕັ້ງເຂດເສດຖະກິດພິເສດ ໃນໄລຍະຜ່ານມາ ແມ່ນພວກເຮົາບໍ່ເຄີຍມີ, ບໍ່ທັນມີບົດຮຽນ ແຕ່ຢາກໄດ້ ເພື່ອພັດທະນາປະເທດ, ຕົກມາເຖິງປັດຈຸບັນ ພວກເຮົາກໍເຮັດມາໄດ້ 21 ປີແລ້ວ, ມີບົດຮຽນຫຼາຍແລ້ວ. ສະນັ້ນ, ຄວນຖອດຖອນບົດຮຽນ ເພື່ອບໍ່ໃຫ້ໝູ່ເອົາປຽບເຮົາຫຼາຍເກີນໄປ, ໃຫ້ມີການອັດຊ່ອງວ່າງທີ່ເກີດຂຶ້ນ ຕາມຜົນການກວດສອບ ຂອງອົງການກວດສອບແຫ່ງລັດ.

ສະເພາະການສະເໜີກຳນົດໃນກົດໝາຍ ເພື່ອຍົກເວັ້ນອາກອນກຳໄລ ໃຫ້ຜູ້ພັດທະນາ ຈາກ 10 ປີ ເປັນ 14 ປີ ນັ້ນເຫັນຄວນຮັກສາໄວ້ຄືເກົ່າ ເພາະທີ່ຜ່ານມາ ພວກເຮົາກໍບໍ່ໄດ້ ຜົນປະໂຫຍດໂດຍກົງຫຍັງຫຼາຍ ຈາກເຂດເສດຖະກິດພິເສດ ແລະ ມາເຖິງປັດຈຸບັນ ພວກເຮົາກໍຕ້ອງການເມັດເງິນມາແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄື ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ.

ທີ່ມາ: https://www.facebook.com/photo/?fbid=923123476508626&set=a.679715230849453

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/