ນັບຕັ້ງແຕ່ ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ ສປປ ລາວ ໄດ້ຮັບຜົນກະທົບໄພພິບັດນໍ້າຖ້ວມ 15 ແຂວງ ຄາດຄະເນມູນຄ່າເສຍຫາຍເບື້ອງຕົ້ນ 720  ຕື້ກວ່າກີບ.

ອີງຕາມການລາຍງານຂອງ ໜັງສືພີມ ປະຊາຊົນ, ໂຕເລກດັ່ງກ່າວ ຖືກລາຍງານໃນກອງປະຊຸມ ປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ປະຈຳປີ 2024 ຢູ່ບັນດາແຂວງໃນລາວ ທີ່ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ ນີ້ ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ບັນດາຄະນະກໍາມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ານ ວົງຄໍາ ພັນທະນຸວົງ ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ລາຍງານສະພາບລວມຂອງໄພພິບັດ ແລະ ການຕອບໂຕ້ສຸກເສີນ ປີ 2024 ຊຶ່ງນັບແຕ່ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸ 4 ຫົວຄື: ພາຍຸດີເປຣຊັນ, ພາຍຸໝູນເຂດຮ້ອນພຣະພິຣຸນ, ພາຍຸໄດ້ຝຸ່ນຢາກິ, ພາຍຸຊູລິກ ຊຶ່ງລວມມີ 15 ແຂວງ ທີ່ຖືກຜົນກະທົບ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ຜົ້ງສາລີ, ສາລະວັນ, ຄໍາມ່ວນ, ຫຼວງພະບາງ, ຊຽງຂວາງ, ຫົວພັນ, ເຊກອງ, ວຽງຈັນ, ບໍ່ແກ້ວ, ໄຊຍະບູລີ, ບໍລິຄຳໄຊ, ໄຊສົມບູນ ແລະ ແຂວງອຸດົມໄຊ, ໂດຍອີງຕາມຂໍ້ມູນ ທີ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງລາຍງານຜົນກະທົບວ່າ ຮອດວັນທີ 24 ກັນຍາ 2024, ລວມທັງໝົດມີ 125 ເມືອງ, 1.337 ບ້ານ, 50.889 ຄອບຄົວ, ປະຊາຊົນຖືກຜົນກະທົບ 200.169 ຄົນ ຍິງ 83.268 ຄົນ, ເສຍຊີວິດ 10 ຄົນ, ສູນຫາຍ 2 ຄົນ, ເຮືອນໄດ້ຮັບຄວາມເສຍຫາຍ 969 ຫຼັງ, ໃນນີ້: ເສຍຫາຍ 100% ຈໍານວນ 137 ຫຼັງ, ເສຍຫາຍບາງສ່ວນ 832 ຫຼັງ

ເນື້ອທີ່ທໍາການຜະລິດຖືກກະທົບ 29.659.39 ເຮັກຕາ, ຊົນລະປະທານ 125 ແຫ່ງ, ໜອງປາ 697 ໜອງ, ສັດໃຫຍ່ ແລະ ສັດປີກ ຈໍານວນ 11.866 ໂຕ; ເສັ້ນທາງ 272 ເສັ້ນ, ຂົວ 14 ແຫ່ງ, ໂຮງຮຽນ 79 ຫຼັງ, ໂຮງໝໍແຂວງ 1 ແຫ່ງ, ສຸກສາລາ 13 ແຫ່ງ, ນໍ້າລິນ 37 ແຫ່ງ, ເສົາໄຟຟ້າ 312 ເສົາ, ລະບົບນໍ້າປະປາ 6 ຈຸດ.

ນອກນີ້, ຍັງມີລະບົບໂທລະຄົມ, ອາຄານສໍານັກງານຫ້ອງການຂອງລັດ-ເອກະຊົນ, ຮ້ານຄ້າ, ໂຮງງານ, ຕະຫຼາດ ແລະ ພາຫະນະ ກໍໄດ້ຮັບຜົນກະທົບຫຼາຍສົມຄວນ, ຄາດຄະເນມູນຄ່າຜົນເສຍຫາຍເບື້ອງຕົ້ນ 720.252.335.856 ກີບ, ສໍາລັບແຂວງທີ່ໄດ້ຮັບຜົນກະທົບ ຫຼາຍກວ່າໝູ່ແມ່ນແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ.

ທີ່ມາ: ປະຊາຊົນ.

https://www.facebook.com/PasaxonNewspaper/posts/pfbid026RC8eS2MsDpKYkuTZmfmLVFyMNrojwgx6piTPXbfHq31BE9qomAS2eExvvxzKypSl