ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນບານເຕະຊິງແຊ້ມອາຊີຮຸ່ນອາຍຸບໍ່ເກີນ 20 ປີ (U20) ຂອງກຸ່ມ C ຮ່ວມກັບຍີ່ປຸ່ນ, ເຢເມນ, ປາເລສໄຕນ໌,ສປປລາວ (ເຈົ້າພາບ) ແລະ ກວມ.
ສຳລັບທີມຊາດລາວທີ່ຈະເຂົ້າຮວ່ມແຂ່ງຂັນນັ້ນ ຄະນະກຳມະການສະຫະພັນບານເຕະແຫ່ງຊາດລາວເຫັນດີໃຫ້ທີມຊາດລາວຊາຍຊຸດ U19 ທີ່ໄດ້ຮັບຮອງຊະນະເລີດໃນງານແຂ່ງຂັນບານເຕະຊິງແຊ້ມອາຊຽນ U19 ປະຈໍາປີ 2022 (AFF U19 BOYS CHAMPIONSHIP 2022) ເຂົ້າຮວ່ມ.

ສຳລັບລາຍການແຂ່ງຂັນ:ຮອບຄັດເລືອກແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຂອງກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາເລສໄຕນ໌, ລາວ (ເຈົ້າພາບ) ແລະ ກວມ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
- 10 ກັນຍາ 2022 ເວລາ 18:00 ລາວ ພົບກັບ ກວມ
- 12 ກັນຍາ 2022 ເວລາ 18:00 ລາວ ພົບກັບ ຍີ່ປຸ່ນ
- 14 ກັນຍາ 2022 ເວລາ 18:00 ລາວ ພົບກັບ ເຢເມນ
- 18 ກັນຍາ 2022 ເວລາ 18:00 ລາວ ພົບກັບ ປາເລສໄຕນ໌

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດລາວຫຼັກ16
ການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງ ແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸເບກິສຖານ ໃນປີ 2023.

ເຊີນທຸກທ່ານເຂົ້າຮ່ວມຊົມ ແລະ ຮ່ວມເຊຍໃຫ້ກຳລັງໃຈທິມຊາດລາວໄປພ້ອມໆກັນ ເລີ່ມວັນທີ 10 ກັນຍາ ນີ້ ເປັນຕົ້ນໄປ.
ຂອບໃຈຂໍ້ມູນ ແລະ ພາບຈາກ: https://cutt.ly/SLDoqa9
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment