ສປປ ລາວ ສຶກສາກຽມສ້າງຄັງແຮສໍາຮອງນໍ້າມັນເຊື້ອໄຟ ຫຼຸດຜ່ອນຄວາມສ່ຽງ ວິກິດການຂາດເຂີນນໍ້າມັນ


ລັດຖະບານ ສປປ ລາວ ມອບໃຫ້ ກຸ່ມບໍລິສັດ ດີເອັມພາຍ ຈໍາກັດ ສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງຄັງແຮສໍາຮອງນໍ້າມັນເຊື້ອໄຟຢູ່ ສປປ ລາວ ຫຼຸດຜ່ອນຄວາມສ່ຽງ ວິກິດການຂາດເຂີນນໍ້າມັນ ແລະ ຄວາມຫຍຸ້ງຍາກໃນການຊອກຫາເງິນຕາມາຊື້ນໍ້າມັນ.

ໂດຍພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ໃນການສ້າງຄັງແຮນໍ້າມັນເຊື້ອໄຟ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ກຸ່ມບໍລິສັດ ດີເອັມພາຍ ຈໍາກັດ ຈັດຂຶ້ນໃນຕອນແລງວັນທີ 17 ມິຖຸນາ 2024 ທີ່ໂຮງແຮມແລນມາກ ຣີເວີໄຊ, ນະຄອນຫຼວງວຽງຈັນ.

ຮ່ວມລົງນາມໃນຄັ້ງນີ້ ແມ່ນ ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າຫ້ອງການກະຊວງ ອຸດ ສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ສຸລິນດາ ມະໂນທໍາ, ຜູ້ອໍານວຍການ ກຸ່ມບໍລິສັດ ດີເອັມພາຍ ຈໍາກັດ ໂດຍມີ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ທະນູສອນ ພົນອາມາດ ປະທານກຸ່ມບໍລິສັດ ດີເອັມພາຍ ໃຫ້ຮູ້ວ່າ: ຈຸດປະສົງຂອງໂຄງການນີ້ ແມ່ນເພື່ອສ້າງຄັງສຳຮອງນໍ້າມັນເຊື້ອໄຟຍຸດທະສາດຂອງລັດຖະບານ ເຊິ່ງຈະເປັນຄັງສຳຮອງຂອງນໍ້າມັນເຊື້ອໄຟຂະໜາດໃຫຍ່ ທີ່ຈະຕັ້ງຢູ່ເຂດເສດຖະກິດພິເສດ ຫຼື ເຂດປອດພາສີ, ສິນຄ້າທີ່ຂົນສົ່ງເຂົ້າໄປໃນເຂດນີ້ບໍ່ມີພັນທະໃນການແຈ້ງພາສີອາກອນໃດໆ, ພາສີອາກອນ ແມ່ນຈະຖືກຄິດໄລ່ ແລະ ຊຳລະພາຍຫລັງທີ່ມີການຊື້ຈາກຜູ້ໃຫ້ບໍລິການນໍ້າມັນເຊື້ອໄຟທ້ອງຖິ່ນ ແລະ ຖືກຂົນສົ່ງອອກຈາກເຂດປອດພາສີ. ການສ້າງ ແລະ ການແຮ ຄັງແຮຮອງນໍ້າມັນເຊື້ອໄຟຂອງໂຄງການດັ່ງກ່າວ ແມ່ນການຮ່ວມມືລະຫວ່າງ ກຸ່ມບໍລິສັດ ດີເອັມພາຍ ແລະ ລັດຖະບານ ສປປ ລາວ ໂດຍນໍາໃຊ້ໂຄຕ້າການນໍາເຂົ້ານໍ້າມັນເຊື້ອໄຟ ພາຍໃຕ້ການຄຸ້ມຄອງ ແລະ ຊີ້ນຳຂອງລັດຖະບານ ສປປ ລາວ.

ໂຄງການດັ່ງກ່າວ ຈະຊ່ວຍຫຼຸດຜ່ອນຄວາມສ່ຽງຂອງປະເທດ ຈາກໄພຂົ່ມຂູ່ຂອງການສະໜອງນໍ້າມັນ, ວິກິດການຂາດເຂີນນໍ້າມັນ, ຄວາມຫຍຸ້ງຍາກໃນການແລກປ່ຽນເງິນຕາ ແລະ ການຂາດເງິນຕາຕ່າງປະເທດໃນການຊື້-ຂາຍນ້ຳມັນເຊື້ອໄຟຈາກຕ່າງປະເທດ. ໂຄງການດັ່ງກ່າວນີ້ ແມ່ນເພື່ອຮັບປະກັນການສະໜອງດ້ານພະລັງງານນໍ້າມັນເຊື້ອໄຟໃຫ້ພຽງພໍ ແລະ ໝັ້ນຄົງຕໍ່ຄວາມຕ້ອງການພາຍໃນຂອບເຂດປະເທດ.

ທ່ານ ທະນູສອນ ພົນອາມາດ ໃຫ້ຮູ້ຕື່ມວ່າ: ການສໍາຫຼວດຄວາມເປັນໄປໄດ້ໃນການສ້າງຕັ້ງຄັງແຮສໍາຮອງນໍ້າມັນເຊື້ອໄຟ ທີ່ກໍານົດໄວ້ແມ່ນ 12 ເດືອນ, ແຕ່ບໍລິສັດຄາດວ່າຈະສໍາຫຼວດໃຫ້ສໍາເລັດພາຍໃນ 6 ເດືອນ ໂດຍຈະໄດ້ສຶກສາຮ່ວມກັບທາງພາກລັດຖະບານ ພາຍຫຼັງສຳເລັດເຊັນ MOU ເຊິ່ງຈະໄດ້ລົງເລິກຕໍ່ວຽກງານຕ່າງໆຮອບດ້ານ ແນໃສ່ໃຫ້ເຫັນເຖິງການມີສັກກະຍະພາບໃນການຈັດຕັ້ງປະຕິບັດ, ການຄຸ້ມຄອງວຽກງານໂຄງການດັ່ງກ່າວຮ່ວມກັນໃຫ້ມີປະສິດທິຜົນ, ພ້ອມທັງເພື່ອໃຫ້ສອດຄ່ອງຕໍ່ລະບຽບຫຼັກການ ແລະ ອື່ນໆ.

ສ່ວນຂອບເຂດຂອງການສຶກສາຄວາມເປັນໄປໄດ້ ທັງສອງຝ່າຍຈະຮ່ວມກັນສຶກສາຄວາມເປັນໄປໄດ້ໃນຂອບເຂດ: ດ້ານນະໂຍບາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງລາວ ແລະ ປະເທດອ້ອມຂ້າງ: ຍຸດທະສາດໃນການສ້າງຄັງແຮຮອງນໍ້າມັນເຊື້ອໄຟ, ການສະໜອງນໍ້າມັນ, ທີ່ຕັ້ງຂອງຄັງ, ລະບົບການຂົນສົ່ງ ແລະ ປະລິມານແຮຮອງ; ການສ້າງບົດວິພາກ ເສດຖະກິດ-ເຕັກນິກ ແລະ ອື່ນໆ.

ສໍາລັບກຸ່ມບໍລິສັດ ດີເອັມພາຍ ເປັນບໍລິສັດຂອງຄົນລາວ 100% ໄດ້ດໍາເນີນກິດຈະການ ໂຄງການໃຫຍ່ຫຼາຍກວ່າ 100 ໂຄງການ ແລະ ມີການດຳເນີນການມາເປັນເວລາກວ່າ 30 ປີ.

https://www.facebook.com/lnrlao/posts/pfbid02ftg2iRGPbiaBdmC44CDVB6ezVyQg617UqxpBG848LmsiTTxowAFi6eX6Nv6jeu6jl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/