ສໍານັກງານຄະນະກໍາມະການຄຸມຄອງຫຼັກຊັບລາວ (ສຄຄຊ) ແລະ ສະຖາບັນການເຕີບໂຕສີຂຽວສາກົນ (GGGI) ໄດ້ລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈໃນການຮ່ວມມື ເພື່ອຂັບເຄື່ອນການລົງທຶນແບບຍຶນຍົງ ພາຍໃຕ້ໂຄງການ “ເລັ່ງລັດການອອກຮຸ້ນກູ້ທີ່ມີລັກສະນະສະເພາະຢູ່ໃນ ສປປ ລາວ”. 

ການຮ່ວມມືຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍກອງທຶນລວມທົ່ວໂລກໃນດ້ານເຄື່ອງມືການເງີນທີ່ຍືນຍົງ (Global Trust Fund on Sustainable Finance Instruments) ຂອງລັດຖະບານຣາຊະອານາຈັກ ລຸກຊໍາບວກ ໂດຍມີຈຸດປະສົງເພື່ອສົ່ງເສີມການລົງທຶນດ້ານສິ່ງແວດລ້ອມ ຜ່ານການອໍານວຍຄວາມສະດວກໃນການອອກຮຸ້ນກູ້ທີມີລັກສະນະສະເພາະ ໂດຍສະເພາະແມ່ນຮຸ້ນກູ້ສຳລັບການລົງທຶນທຸລະກິດສີຂຽວ.

ພິທີລົງນາມດັ່ງກ່າວ ມີຂຶ້ນໃນວັນທີ 10 ຕຸລາ, ລົງນາມໂດຍ ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສໍານັກງານຄະນະກໍາມະການຄຸມຄອງຫຼັກຊັບລາວ ແລະ ທ່ານ Rowan Fraser ຜູ້ຕາງໜ້າ ສະຖາບັນການເຕີບໂຕສີຂຽວສາກົນ ປະຈຳລາວ.

ໂຄງການດັ່ງກ່າວຈະເປັນອົງປະກອບສໍາຄັນໃນການສະໜັບສະໜູນ ສປປ ລາວ ໃຫ້ບັນລຸເປົ້າໝາຍການມີສ່ວນຮ່ວມການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ທີລະບຸໃນສົນທິສັນຍາປາຣີ. 

ການຮ່ວມມືລະຫ່ວາງ ສຄຄຊ ແລະ GGGI ຄັ້ງນີ້ແມ່ນເພື່ອສະໜັບສະໜູນໃນການກຽມຄວາມພ້ອມທາງດ້ານວິຊາການໃຫ້ແກ່ບໍລິສັດໃນການອອກຮຸ້ນກູ້ທີ່ມີລັກສະນະສະເພາະໃນ ສປປ ລາວ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງ ລັດຖະບານລາວ ໃນການຈັດຕັ້ງລະບົບການເງິນສີຂຽວຂອງປະເທດໃຫ້ເຂັ້ມແຂງ. ພ້ອມດຽວກັນນັ້ນ, ຍັງມີເປົ້າໝາຍໃນການເປີດກວ້າງໃຫ້ພາກເອກະຊົນສາມາດກູ້ຢືມຮຸ້ນດັ່ງກ່າວ ສຳລັບລົງທຶນກິດຈະການກ່ຽວກັບການຮັບສິ່ງແວດລ້ອມ ແລະ ແກ້ໄຂການປ່ຽນແປງດິນຟ້າອາກາດ.

ທ່ານ ນາງ ວັດທະນາ ດາລາລອຍ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ກ່າວວ່າ “ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບລາວ ໃຫ້ຄວາມສໍາຄັນຕໍ່ການສະໜັບສະໜູນດ້ານການເງິນແບບຍຶນຍົງ ແລະ ການອອກຮຸ້ນກູ້ທີ່ມີລັກສະນະສະເພາະໃນລາວ. ພວກເຮົາຍິນດີເປັນຢ່າງຍິ່ງທີ່ຈະໄດ້ຮ່ວມມືກັບ ລັດຖະບານຣາຊາອານາຈັກລຸກຊໍາບວກ ແລະ ສະຖາບັນການເຕີບໂຕສີຂຽວສາກົນ ໃນໂຄງການນີ້ ເພື່ອກະຕຸ້ນລະບົບຮຸ້ນກູ້ທີ່ມີລັກສະນະສະເພາະໃນລາວ.

ທ່ານ ຊາເວເອີ ແບໂຕລ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ,  ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ມະນຸດສະທໍາ ແຫ່ງ ຣາຊະອານາຈັກລຸກຊໍາບວກ ໄດ້ກ່າວເຖິງຄວາມສໍາຄັນໃນການຮ່ວມມືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊໍາບວກວ່າ “ໃນຖານະທີ່ເປັນສູນລວມດ້ານການເງິນທີ່ມີຄວາມຍືນຍົງຂອງໂລກ, ປະເທດລຸກຊໍາບວກ ເຫັນເຖິງບົດບາດຄວາມສໍາຄັນຂອງເຄື່ອງມືການເງິນສີຂຽວທີ່ຈະເປັນຊ່ອງທາງໃນການລິເລີ່ມການລົງທຶນເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດໃນທົ່ວໂລກ.  ໃນໄລຍະຜ່ານມາ, ສປປ ລາວ ຖືເປັນຄູ່ຮ່ວມພັດທະນາທີ່ມີຄຸນຄ່າຂອງ ປະເທດລຸກຊໍາບວກ ແລະ ຂ້າພະເຈົ້າຮູ້ສຶກຄວາມຍິນດີເປັນຢ່າງຍິ່ງທີຈະໄດ້ຮ່ວມມືກັບ GGGI ໃນການເສີມຂະຫຍາຍ ແລະ ການຮ່ວມມືທີແໜ້ນແຟ້ນໃນຂົງເຂດວຽກງານຮຸ້ນກູ້ສີຂຽວ ເພຶ່ອໃຫ້ພວກເຮົາສາມາດບັນລຸເປົ້າໝາຍການສ້າງອະນາຄົດທີຍຶນຍົງ.”

ທ່ານ ໂຣວັນ ເຟຣເຊີ, ຫົວໜ້າ ສະຖາບັນຖາບັນການເຕີບໂຕສີຂຽວສາກົນ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຜົນຮັບທີ່ຈະໄດ້ຈາກ ໂຄງການດັ່ງກ່າວ ໂດຍເນັ້ນໜັກວ່າ “ເປົ້າໝາຍໃນການແກ້ໄຂການປ່ຽນແປງດິນຟ້າອາກາດໃນ ສປປ ລາວ ບໍ່ສາມາດບັນລຸໄດ້ໂດຍ ການສະໜັບສະໜູນທຶນຈາກພາກລັດພຽງຢ່າງດຽວ, ແຕ່ພາກເອກະຊົນກໍເປັນສ່ວນປະກອບທີສໍາຄັນໃນການແກ້ໄຂບັນຫາດັ່ງ ກ່າວ.