ນັບຕັ້ງແຕ່ ສປປ ລາວ ໄດ້ເຮັດການເປີດປະເທດຢ່າງເຕັມຕົວ ເມື່ອໄລຍະເດືອນ ພຶດສະພາ 2022 ທີ່ຜ່ານມາ ການທ່ອງທ່ຽວໃນປະເທດກໍກັບມາຄຶກຄື້ນ ແລະ ຟົດຟື້ນອີກເທື່ອໜຶ່ງ ທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫຼັ່ງໄຫເຂົ້າມາຢ່າງບໍ່ຂາດສາຍ ແລະ ດ້ວຍຄວາມສວຍສົດງົດງາມຂອງທຳມະຊາດ ວັດທະນະທຳທີ່ເປັນເອກະລັກ ເຮັດໃຫ້ ສປປ ລາວ ມັກຈະຖືກຈັດອັນດັບ ຈາກສື່ມວນຊົນຕ່າງປະເທດ ໃຫ້ເປັນສະຖານທີ່ທ່ອງທ່ຽວ ທີ່ໜ້າເຂົ້າມາທ່ຽວຊົມທີ່ສຸດໃນໂລກຢູ່ເລື້ອຍໆ.
ເມື່ອບໍ່ດົນມານີ້ ເວັບໄຊການທ່ອງທ່ຽວຂອງປະເທດ ອອສເຕຣເລຍ ໄດ້ລົງບົດຄວາມຈັດເອົາປະເທດລາວເຂົ້າໃນບັນຊີລາຍຊື່ຈຸດໝາຍປາຍທາງດ້ານການທ່ອງທ່ຽວ 25 ແຫ່ງທີ່ມີກຳລັງດຶງດູດ ແລະ ໜ້າທ່ອງທ່ຽວຫຼາຍທີ່ສຸດໃນໂລກປະຈຳປີ 2023.

ໂດຍທາງບົດຄວາມດັ່ງກ່າວໄດ້ລະບຸວ່າ: ໃຜທີ່ເຄີຍໄປທ່ຽວປະເທດລາວໃນເມື່ອກ່ອນຄົງຈະຮູ້ຈັກສະເໜ່ທີ່ງົດງາມຂອງມັນ, ຈາກຄວາມງາມທາງດ້ານວັດທະນະທໍາອັນເລິກເຊິ່ງຂອງຫຼວງພະບາງ ຈົນເຖິງເມືອງຜະຈົນໄພຂອງວັງວຽງ ຈົນເຖິງພະລັງໄວໜຸ່ມຂອງນະຄອນຫຼວງວຽງຈັນ.
ນອກຈາກນີ້ ທາງບົດຄວາມຍັງໄດ້ກ່າວເຖິງເສັ້ນທາງລົດໄຟລາວຈີນ ວ່າເປັນຕົວພິກເກມ ປົດລັອກຄວາມຫຍຸ້ງຍາກ ໃນການທ່ອງທ່ຽວທາງພາກເໜືອຂອງປະເທດລາວ ແລະ ເປັນອີກໜຶ່ງສິ່ງທີ່ເປັນທ່າແຮງໃນການຂັບເຄື່ອນການທ່ອງທ່ຽວ ໃນ ສປປ ລາວ ໂດຍສະເພາະແມ່ນການທ່ອງທ່ຽວທາງພາກເໜືອ.

ນີ້ຖືເປັນໝຸດໝາຍທີ່ດີ ແລະ ເປັນອີກເທື່ອໜຶ່ງທີ່ສື່ມວນຊົນຕ່າງປະເທດໄດ້ເບິ່ງເຫັນ ແລະ ໃຫ້ຄວາມສົນໃຈໃນການທ່ອງທ່ຽວໃນປະເທດລາວ ໂດຍກ່ອນໜ້ານີ້ CNN ຂອງສະຫະລັດອາເມຣິກາ ໄດ້ລວມເອົາປະເທດລາວໃນບັນຊີລາຍຊື່ຂອງ 23 ຈຸດໝາຍປາຍທາງທີ່ດີທີ່ສຸດທີ່ຈະໄປຢ້ຽມຢາມ, National Geographic ເຊິ່ງເປັນໜຶ່ງໃນວາລະສານທີ່ຄົນອ່ານ ແລະ ນັບຖືຫຼາຍທີ່ສຸດໃນໂລກ, ໄດ້ຄັດເລືອກປະເທດລາວໃນ 25 ສະຖານທີ່ທ່ອງທ່ຽວທີ່ໜ້າຕື່ນຕາຕື່ນໃຈໃນປີນີ້ ແລະ The Telegraph ໜັງສືພິມຊັ້ນນຳ ຂອງອັງກິດ ຍັງໄດ້ຕັ້ງຊື່ໃຫ້ປະເທດລາວໃນລາຍຊື່ 20 ສະຖານທີ່ທ່ອງທ່ຽວພິເສດໃນປີ 2023.

ໂດຍສຳລັບ ປີ 2023 ນີ້ ລັດຖະບານຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວຢ່າງໜ້ອຍ 1.4 ລ້ານຄົນ ແລະ ວາງແຜນປັບປຸງສິ່ງອໍານວຍຄວາມສະດວກ ແລະ ການບໍລິການ ເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດທີ່ເພີ່ມຂຶ້ນ.
ຂອບໃຈຂໍ້ມູນຈາກ: https://bit.ly/3DuTcUH
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/