ການທ່ອງທ່ຽວໃນລາວ ມີການຟື້ນຕົວຄືນ ໂດຍມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວພາຍໃນ 7 ເດືອນຕົ້ນປີນີ້ ຫຼາຍກວ່າ 2,3 ລ້ານຄົນ ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສ້າງລາຍຮັບໄດ້ຫຼາຍກວ່າ 700 ລ້ານໂດລາສະຫະລັດ. ໃນຂະນະນັ້ນ, ນັກທ່ອງທ່ຽວລາວ ບັນລຸ 2 ລ້ານຄົນ ເພີ່ມຂຶ້ນ 78% ສ້າງລາຍຮັບໄດ້ 332 ລ້ານກວ່າໂດລາສະຫະລັດ.

ໂຕເລກດັ່ງກ່າວ ຖືກລາຍງານໃນພິທີເປີດຊຸດຝຶກອົບຮົມຜູ້ນຳທ່ຽວແຫ່ງຊາດ ໂດຍມີ ທ່ານ ນາງ ດາຣານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນປະທານ.

ຫຼັກສູດດັ່ງກ່າວໄດ້ດຳເນີນແຕ່ວັນທີ 9 ກັນຍາ ຫາວັນທີ 29 ພະຈິກ ແລະ ມີນັກສໍາມະນາກອນທັງໝົດ 89 ຄົນ, ໃນນັ້ນ ສາມາດເວົ້າພາສາອັງກິດໄດ້ 44 ຄົນ, ເວົ້າໄທ 36 ຄົນ, ເວົ້າພາສາຈີນ 10 ຄົນ, ສາມາດເວົ້າພາສາເກົາຫຼີໄດ້ 7 ຄົນ, ເວົ້າພາສາຝຣັ່ງ 5 ຄົນ, ເວົ້າພາສາຫວຽດນາມ 4 ຄົນ ແລະ 1 ຄົນ ສາມາດເວົ້າພາສາສະເປນໄດ້.

ຫຼັກສູດດັ່ງກ່າວມີຈຸດປະສົງເພື່ອຜະລິດກຸ່ມຜູ້ນຳທ່ຽວທີ່ມີຄວາມຮູ້ ແລະ ຄວາມສາມາດທີ່ຈຳເປັນ ແລະ ສາມາດສະແດງໃຫ້ເຫັນເຖິງຄວາມເຄົາລົບຕໍ່ວັດທະນະທຳຂອງລາວ ແລະ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຂອງປະເທດ, ທັງທາງດ້ານປະຫວັດສາດ ແລະ ສາສະໜາ.

ທ່ານ​ນາງ ດາ​ຣາ​ນີ ກ່າວ​ວ່າ ການທ່ອງທ່ຽວ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໃນ​ປີ​ນີ້ ແລະ​ພວມ​ຟື້ນ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ຫຼັງ​ຈາກ​ໂລກ​ລະບາດ​ໂຄ​ວິດ.

ບຸກຄະລາກອນທີ່ມີຄວາມສາມາດ ແມ່ນສິ່ງຈຳເປັນເພື່ອຮອງຮັບການຂະຫຍາຍຕົວຂອງການທ່ອງທ່ຽວ ແລະ ແກ້ໄຂການຂາດແຄນແຮງງານທີ່ມີຄວາມຊຳນານ ໃນດ້ານນີ້, ໂດຍສະເພາະແມ່ນພະນັກງານນໍາທ່ຽວ.

ທ່ານ ນາງ ດາລານີ ກ່າວອີກວ່າ: ຊຸດຝຶກອົບຮົມດັ່ງກ່າວ ມີຈຸດປະສົງເພື່ອສອນໃຫ້ຜູ້ເຂົ້າຮ່ວມຮູ້ກ່ຽວກັບຄຸນລັກສະນະພິເສດຕ່າງໆ ເພື່ອສະໜອງມາດຕະຖານການບໍລິການ ໃຫ້ນັກທ່ອງທ່ຽວມີປະສົບການທີ່ດີ, ມີຄວາມປະທັບໃຈ ແລະ ຢາກກັບຄືນປະເທດລາວ.

​ເພື່ອ​ຊຸກຍູ້​ຈຳນວນ​ນັກ​ທ່ອງ​ທ່ຽວ​ໃນ​ໄລຍະ​ປີ​ທ່ອງ​ທ່ຽວ​ລາວ 2024, ລັດຖະບານ​ໄດ້​ອະນຸມັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈາກ​ບາງ​ປະ​ເທດ​ເຂົ້າ​ມາ​ໂດຍ​ບໍ່​ມີ​ວີ​ຊາ ​ແລະ ​ໄດ້​ເພີ່ມ​ຈຳນວນ​ມື້​ທີ່​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ເຫຼົ່າ​ນີ້​ສາມາດ​ຢູ່​ໃນ​ລາວ​ໄດ້, ​ໂດຍ​ຈະ​ມີ​ກົດ​ລະບຽບ​ໃໝ່​ໃນ ບັງຄັບແຕ່ວັນທີ 1 ກໍລະກົດ ຫາ ວັນທີ 31 ທັນວາ.

ທີ່ມ: https://www.vientianetimes.org.la/freefreenews/freecontent_175_Tourism_y24.php