ສປປ ລາວ ກຽມອອກນະໂຍບາຍ ຟຣີວີຊ່າ ໃຫ້ນັກທ່ອງທ່ຽວຈີນ ຊຸກຍູ້ປີທ່ອງທ່ຽວລາວ 2024


ລັດຖະບານ ສປປ ລາວ ກຽມອອກນະໂຍບາຍ ສໍາລັບນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວລາວໂດຍບໍ່ເສຍຄ່າວີຊາ ພາຍໃນປີທ່ອງທ່ຽວລາວ 2024 ທີ່ເຫຼືອເວລາອີກ 6 ເດືອນນີ້ ເພື່ອດຶງນັກທ່ອງທ່ຽວຈີນ ເຊິ່ງເປັນກຸ່ມນັກທ່ອງທ່ຽວສຳຄັນເຂົ້າມາປະເທດໃຫ້ຫຼາຍຂຶ້ນ, ຄາດປະກາດໃຊ້ໃນທ້າຍເດືອນນີ້.

ຄຳເຫັນດັ່ງກ່າວ ມາຈາກ ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ໃຫ້ສຳພາດກັບໜັງສືພີມ China Daily ໃນໂອກາດການມາຢ້ຽມຢາມ ສປປ ລາວ ຜ່ານເສັ້ນທາງ​ລົດ​ໄຟ​ລາວ-ຈີນ ຂອງຄະນະຜູ້ແທນ​ສື່​ມວນ​ຊົນ​ອາ​ຊຽນ.

ທ່ານ ນາງ ດາລານີ ກ່າວວ່າ: ນະໂຍບາຍດັ່ງກ່າວ ແມ່ນເນັ້ນໃສ່ນັກທ່ອງທ່ຽວຈີນທີ່ເຂົ້າມາເປັນກຸ່ມ ໂດຍພາຍໃຕ້ການບໍລິການຂອງບໍລິສັດນໍາທ່ຽວ.

ນອກຈາກການໃຫ້ຟຣີວີຊ່າແກ່ນັກທ່ອງທ່ຽວຈີນທີ່ມາເປັນກຸ່ມແລ້ວ, ຍັງມີນະໂຍບາຍວີຊ່າສໍາລັບບາງຕະຫຼາດທ່ອງທ່ຽວເປົ້າໝາຍ ທີ່ເປັນລະດັບຕົ້ນໆຂອງປະເທດ ໂດຍການຂະຫຍາຍເວລາພັກເຊົາ ຈາກ 30 ວັນ ເປັນ 60 ວັນ ເພື່ອສ້າງເງື່ອນໄຂທີ່ສະດວກສະບາຍ ແລະ ແຮງຈູງໃຈໃຫ້ບັນດານັກທ່ອງທ່ຽວເຂົ້າມາພັກເຊົາຢູ່ລາວ ຫຼາຍຂຶ້ນ.

ເພື່ອຮອງຮັບການເພີ່ມຂື້ນຂອງຈໍານວນນັກທ່ອງທ່ຽວ ແລະ ສ້າງປະສົບການທີ່ດີໃຫ້ແກ່ນັກ ທ່ອງທ່ຽວ, ລັດຖະບານໄດ້ເອົາໃຈໃສ່ການຟື້ນຟູ, ອະນຸລັກ ແລະ ສົ່ງເສີມວັດທະນະທຳ ທີ່ໂດດເດັ່ນ ຂອງລາວ; ປົກປັກຮັກສາ, ບູລະນະ, ປະຕິສັງຂອນ ໂບຮານສະຖານທີ່ເກົ່າແກ່; ສົ່ງເສີມຄວາມຫຼາກ ຫຼາຍທາງດ້ານຊົນເຜົ່າ, ການຸ່ງຖື ແລະ ອາຫານການກິນທີ່ເປັນເອກະລັກຂອງທ້ອງຖິ່ນ, ສິລະປະ ຫັດຖະກຳ ສີໄມ້ລາຍມືອັນປານີດງົດງາມຂອງເຜົ່າຕ່າງໆ ໂດຍສະເພາະແຂວງພາກເໜືອ ຕາມເສັ້ນທາງ ລົດໄຟລາວ-ຈີນ.

ທ່ານ ນາງ ດາລານີ ໄດ້ຍົກໃຫ້ເຫັນເຖິງບົດບາດສຳຄັນຂອງ ເສັ້ນທາງລົດໄຟ ລາວ-ຈີນ ທີ່ປະກອບສ່ວນເຂົ້າຢ່າງຕັ້ງໜ້າໃນການພັດທະນາເສດຖະກິດຂອງ ສປປ ລາວ ໂດຍສະເພາະ ການທ່ອງທ່ຽວ.

ຮອງລັດຖະມົນຕີກ່າວວ່າ: ເສັ້ນທາງລົດໄຟລາວ-ຈີນ ໄດ້ປະກອບສ່ວນຢ່າງເຂັ້ມແຂງ ໃນການອໍານວຍຄວາມສະດວກໃຫ້ ຜູ້ໂດຍສານ ແລະ ນັກທ່ອງທ່ຽວ. ບໍລິສັດລົດໄຟລາວ-ຈີນ ໄດ້ໃຫ້ຄວາມຮ່ວມມືຢ່າງຕັ້ງໜ້າໃນການ ຕອບສະໜອງການບໍລິການ ທີ່ປະທັບໃຈ ພ້ອມທັງຊຸກຍູ້ກິດຈະກຳໂຄສະນາການທ່ອງທ່ຽວ ໂດຍການເຂົ້າຮ່ວມການຈັດລາຍການຢ້ຽມຢາມສະຖານທີ່ທ່ອງທ່ຽວ Famtrip ຕາມເສັ້ນທາງລົດໄຟ ເພື່ອ ໂຄສະນາຜະລິດຕະພັນການທ່ອງທ່ຽວຂອງລາວ ແລະ ຈຸດໝາຍປາຍທາງການທ່ອງທ່ຽວ ທີ່ມີຊື່ສຽງຂອງລາວ.

​ໃນ​ປີຜ່ານມາ (​ແຕ່​ວັນ​ທີ 13 ​ເມສາ 2023 ຫາ​ເດືອນ​ເມສາ 2024) ນັບ​ແຕ່​ປີ 2024 ​ເປັນຕົ້ນມາ. ການ​ບໍລິການ​ລົດ​ໄຟ​ຂ້າມ​ຊາຍ​ແດນ​ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ​ ແລະ ​ຄຸນ​ໝິງ ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ​ຂ້າມ​ຊາຍ​ແດນ​ຫຼາຍ​ກວ່າ 172,000 ຄົນ.

​ອີງຕາມການລາຍງານຂອງໜັງສືພິມ ວຽງຈັນທາມໃນ 4 ​ເດືອນ​ຕົ້ນ​ປີ​ນີ້, ລາວ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1,5 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ປະມານ 35% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນັກທ່ອງທ່ຽວຈີນມີຈຳນວນຢ່າງໜ້ອຍ 351,000 ຄົນ, ເຮັດໃຫ້ຈີນເປັນແຫຼ່ງນັກທ່ອງທ່ຽວຕ່າງປະເທດໃຫຍ່ອັນດັບ 3 ຂອງລາວຮອງຈາກໄທ ແລະ ຫວຽດນາມ ຕາມລໍາດັບ. ຈຳນວນ​ນັກ​ທ່ອງ​ທ່ຽວ​ຈາກ​ທຸກ​ປະ​ເທດ​ອາ​ຊຽນ​ເພີ່ມ​ຂຶ້ນ​ເປັນ 862.000 ກວ່າ​ຄົນ, ​ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/