ວຽກບ້ານ “ຄະນິດສາດ” ອັນຕະລາຍທີ່ສົ່ງຜົນຕໍ່ຄວາມຝັນ ແລະ ຄວາມສໍາພັນໃນຄອບຄົວຂອງເດັກນ້ອຍ


ຫຼາຍຄົນຄົງຈະຄຸ້ນເຄີຍກັບຮູບພາບຂອງເດັກນ້ອຍທີ່ນັ່ງກົ້ມໜ້າກົ້ມຕາເຮັດໂຈດວິຊາຄະນິດສາດທີ່ຍາກໆ.  ບາງຄົນກໍອາດຈະເຄີຍຜ່ານປະສົບການທີ່ແສນຈະທໍລະມານນີ້ມາແລ້ວ. ໂດຍຫຼ້າສຸດການສຶກສາຄົ້ນຄວ້າຈາກມະຫາວິທະຍາໄລ South Australia ແລະ ມະຫາວິທະຍາໄລ St. Francis Xavier ໃນແຄນາດາ  ຊີ້​ໃຫ້​ເຫັນ​ວ່າ​ວຽກ​ບ້ານ​ຄະ​ນິດ​ສາດ​ທີ່ຍາກ​ເກີນ​ໄປ​ ອາດຈະສົ່ງຜົນເສຍຫຼາຍກວ່າຜົນດີຕໍ່ເດັກນ້ອຍ. ທັງເລື່ອງຄວາມຝັນ,  ຄວາມສໍາພັນໃນຄອບຄົວ  ແລະ ຄວາມໝັ້ນໃຈຕົນເອງ

ອີງຈາກຜົນການສຳຫຼວດຈາກນັກຮຽນ ແລະ ຜູ້ປົກຄອງກວ່າ 1,000 ຄົນພົບວ່າ:

  • ເດັກນ້ອຍທີ່ໄດ້ຮັບວຽກບ້ານຄະນິດສາດທີ່ຍາກເກີນໄປ ມີແນວໂນ້ມທີ່ຈະຮູ້ສຶກຄຽດ, ວິຕົກກັງວົນໃຈ ແລະ ທໍ້ແທ້. ສົ່ງຜົນກະທົບຕໍ່ຄວາມໝັ້ນໃຈໃນຕົນເອງ ແລະ ອາດຈະນໍາໄປສູ່ບັນຫາການຮຽນຮູ້ໃນໄລຍະຍາວ.
  • ວຽກບ້ານຄະນິດສາດທີ່ຍາກເກີນໄປ ຍັງສົ່ງຜົນໃນທາງລົບຕໍ່ຄວາມສໍາພັນລະຫວ່າງເດັກນ້ອຍ ແລະ ຜູ້ປົກຄອງ. ກໍ່ໃຫ້ເກີດຄວາມຂັດແຍ້ງ, ຄວາມກົດດັນ ແລະບັນຍາກາດທີ່ບໍ່ດີພາຍໃນຄອບຄົວ ແທນທີ່ຈະມັນແມ່ນເວລາສໍາລັບການຮຽນຮູ້ຮ່ວມກັນ.
  • ວຽກບ້ານຄະນິດສາດທີ່ຍາກເກີນໄປ ມັກຈະໃຊ້ເວລາດົນກວ່າຄວາມຈໍາເປັນ. ໂດຍບໍ່ກໍ່ໃຫ້ເກີດຜົນປະໂຫຍດຕໍ່ການຮຽນຮູ້, ເດັກນ້ອຍຕ້ອງເສຍເວລາທີ່ມີຄຸນຄ່າເພື່ອພະຍາຍາມແກ້ໄຂບັນຫາທີ່ເກີນຄວາມສາມາດຂອງເຂົາເຈົ້າ. ແທນທີ່ຈະເຮັດກິດຈະກໍາອື່ນໆ ທີ່ສົ່ງເສີມການພັດທະນາ

ດັ່ງນັ້ນ, ວຽກບ້ານຄະນິດສາດຄວນຖືກອອກແບບເພື່ອສົ່ງເສີມການຮຽນຮູ້ ບໍ່ແມ່ນເພື່ອວັດແທກຜົນໄດ້ຮັບ ຫຼື ສ້າງພາລະໃຫ້ກັບເດັກນ້ອຍ.   ຄູຄວນອອກແບບວຽກບ້ານໃຫ້ເໝາະສົມກັບລະດັບຄວາມສາມາດຂອງນັກຮຽນ,  ເນັ້ນໃສ່ການເຝິກອົບຮົມທັກສະ, ຄວາມເຂົ້າໃຈ ແລະ ກະຕຸ້ນໃຫ້ເດັກຄິດວິເຄາະ.   ພໍ່ແມ່ຄວນມີບົດບາດສະໜັບສະໜູນ ໂດຍການຊ່ວຍອະທິບາຍກ່ຽວກັບໂຈດ, ແນະນຳວິທີຄິດ ແລະ ໃຫ້ກໍາລັງໃຈ. ແຕ່​​ບໍ່​ຄວນ​ບັງຄັບ ຫຼື​ ກົດ​ດັນ​ເດັກ​ຫຼາຍ​ເກີນ​ໄປ.

ວຽກບ້ານຄະນິດສາດທີ່ດີ  ຄວນຈະເປັນເຄື່ອງມືທີ່ຊ່ວຍໃຫ້ເດັກຮຽນຮຽນຮູ້ ແລະ ພັດທະນາສັກກະຍະພາບຂອງພວກເຂົາ. ບໍ່ແມ່ນການສ້າງບາດແຜທາງອາລົມ ຫຼື ທໍາລາຍຄວາມຝັນ ແລະ ຄວາມສໍາພັນທີ່ດີໃນຄອບຄົວ. ຜ່ານ​ການ​ຮ່ວມ​ມື​ລະ​ຫວ່າງ​ຄູ​ອາ​ຈານ, ພໍ່​ແມ່​ນັກ​ຮຽນ, ພວກ​ເຮົາ​ສາ​ມາດ​ສ້າງ​ລະ​ບົບ​ການ​ສຶກ​ສາ​ທີ່ມີປະ​ສິດ​ທິ​ຜົນ ຊຸກຍູ້ໃຫ້ເດັກນ້ອຍ ເຕີບໃຫຍ່ເປັນຜູ້ໃຫຍ່ທີ່ມີຄວາມຮູ້, ຄວາມສາມາດ ແລະ ຄວາມໝັ້ນໃຈໃນຕົນເອງ ເພື່ອພ້ອມທີ່ຈະປະເຊີນກັບໂລກກວ້າງໃນອະນາຄົດ.

ທີ່ມາ:

phys

sciencealert

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/