ວົງ DX-SEVEN ເປັນວົງ ທີ່ມີສະມາຊິກ 7 ຄົນ ທີ່ມາຈາກຫຼາຍທີມ ວົງນີ້ເປັນໂປຣເຈັກເພື່ອລົງແຂ່ງງານ K-Pop World 2021, ນັກເຕັ້ນຈະບໍ່ມີສັງກັດ ແຕ່ນີ້ແມ່ນເປັນໂປຣເຈັກ ທີ່ຈາກຫລາຍຄ້າຍຫລາຍທີມມາຮວມຕົວກັນບໍ່ວ່າຈະເປັນຈາກ Newgen Entertainment, The Black academy, The X studioz, fanglao. Newgen Entertainment ເປັນສູນລວມພັດທະນາໄວໜຸ່ມ, ໂດຍສະເພາະນັກເຕັ້ນ ຝຶກເລີ່ມຕົ້ນຈາກຂັ້ນພື້ນຖານ ສູ່ການເປັນມືອາຊີບ. ຜ່ານມາ ທາງ Newgen ກໍມີຫຼາກຫຼາຍຜົນງານທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຜົນງານທີ່ໂດດເດັ່ນ:
“ພູມໃຈຫຼາຍແມ່ນໄດ້ເປັນຕົວແທນໄປແຂ່ງງານ BLACKPINK ທີ່ອິນໂດເນເຊຍ ໂດຍມີ ສິນລະປິນ BLACKPINK ມາເປັນກຳມະການ ແລະ ອີກງານແມ່ນໄດ້ທີ 2 ຂອງງານໃຫຍ່ທີ່ເກົາຫຼີ ປະກວດຈາກທຸກທີມທົ່ວໂລກ ແລະ ງານນິ້ອີກງານ K-Pop World ເຊິ່ງເປັນງານໃຫຍ່ທີ່ນັກເຕັ້ນ K-Pop ຢາກເຂົ້າຮ່ວມ ເພາະມັນຄືໜ້າຕາຂອງປະເທດ. ໃນຄຳວ່າ ອັນດັບ 1 ຂອງໂລກ ຕອນນີ້ພວກເຮົາຢູ່ໃນໄລຍະ 10 ທີມທີຄັດເອົາມາຈາກທົ່ວໂລກ”

ຄວາມຮູ້ສຶກເມື່ອປະສົບຜົນສຳເລັດ:
“ຄວາມຮູ້ສຶກຕອນນີ້ຄືຝັນໄປ, ບໍ່ຄິດວ່າພວກເຮົາຈະຜ່ານເຂົ້າຮອບ Final ໄດ້ ເພາະງານນີ້ເປັນງານໃຫຍ່ ແລະ ມີຫຼາຍທີມຈາກທົ່ວໂລກ ດີໃຈທີ່ຄວາມພະຍາຍາມຂອງພວກເຮົາ ທີ່ພົບທັງຄວາມຫຍຸ້ງຍາກ ພົບທຸກບັນຫາ ແຕ່ກໍຜ່ານມາ ແລະ ເຮັດໄດ້. ໝາກຜົນຄວາມສຳເລັດນີ້ມາຈາກ 1 ຄວາມຮັກ 1 ຄວາມຝັນ ສູ່ຄວາມສຳເລັດ ທຸກຢ່າງລ້ວນແຕ່ເກີດຈາກຄວາມອົດທົນ, ຝຶກຝົນ ແລະ ຊື່ສັດກັບສິ່ງທີ່ເຮັດ ຝາກເຖິງນ້ອງໆນັກເຕັ້ນ ຢ່າຢຸດລົງມືເຮັດ ທຸກຈັງຫວະ ແລະ ໂອກາດມັນມີເວລາຂອງມັນ ຖ້າມີໂອກາດກໍຄວ້າມັນໄວ້ ແລ້ວເຮັດໃຫ້ມັນສຸດໆ ຄວາມສຳເລັດບໍ່ເຄີຍທຳຮ້າຍຄົນທີ່ດຸໝັ່ນ ແລະ ຕັ້ງໃຈ”

ຖືວ່າເປັນວົງໜຶ່ງຂອງລາວເຮົາທີ່ປະສົບຜົນສຳເລັດສູງສຸດ ມີປະສົບການຜ່ານເວທີລະດັບສາກົນ ໄດ້ຮາງວັນຈາກຫຼາຍງານ ແລະ ຍັງໄດ້ຖືກຄັດເລືອກງານປະກວດ K-Pop World 2021 ອີກພ້ອມ. ຈາກຫຼາຍປະເທດທົ່ວໂລກ ໃນຮອບ 10 ປະເທດກໍມີໜຶ່ງດຽວຂອງລາວກໍຄື DX-SEVEN ນັ້ນເອງ.
ລາຍຊື່ສະມາຊິກວົງ DX-SEVEN:
- MANGNORMEK OBI (ໂອບີ້)
- ANOUPHONG SIRITHAM (ພົງ)
- SOUTHANTHIDETH PHOTHISANE (ດ່ອນ)
- THANGCHALEUN SIPARSEUTH (ແບ້ງ)
- THANONGSINH VONGPHAKDY (ຕຶງ)
- SOMLACK FUEANGVIXAYYALARD (ທ໊ອບ)
- XAYAVONG XAYACHAK (ຈັກ)
ຊ່ອງທາງຕິດຕາມຜ່ານເຟສບຸກ: Newgen Entertainment (https://bit.ly/3lTXw6a)
ເຟສບຸກນັກເຕັ້ນ:
- X Obi Obie
- Donely X-junior
- Phong Silithum
- Juk TheXstudioz
- Somhak Top
- Bank Thangchaleun
- Tuengrii Thanongsinnlaazx
ຂໍຂອບໃຈບົດສຳພາດຈາກ:
MR: SOULIYA TANOUVAN (PRESIDENT ປະທານ) ຂອງ Newgen Entertainment (ເຟສບຸກ: Tom Newgen)
Phong Silithum ຈາກຕົວແທນທີມ DX-SEVEN
ສຳພາດໂດຍ: Cat_Meo_ManU
ສຳພາດວັນທີ 18 ກັນຍາ 2021
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/